Home ຂ່າວໜ້າໜຶ່ງ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ຮ່ວມກອງປະຊຸມກະກຽມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46

ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ຮ່ວມກອງປະຊຸມກະກຽມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46

0

ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມເຈົ້າໜ້າອາວຸໂສ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ໃນວັນທີ 23-24 ພຶດສະພາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ສະພາການຮ່ວມມືເຂດອ່າວ (ຈີຊີຊີ) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ສະພາການຮ່ວມມືເຂດອ່າວ-ສປ ຈີນ.

ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີຊີຊີ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ ຄັ້ງທີ 2 ທີ່ຈະຈັດຂຶ້ນໃນວັນທີ 27 ພຶດສະພາ 2025 ໂດຍສະເພາະແມ່ນຄວາມຄືບໜ້າໃນການເຈລະຈາເອກະສານຜົນກອງປະຊຸມ ເພື່ອໃຫ້ທັນຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ-ຈີຊີຊີ ຄັ້ງທີ 2. ພ້ອມນີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີຊີຊີ-ຈີນ ໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາ ຊຽນ-ຈີຊີຊີ-ຈີນ ທີ່ຈະຈັດຂຶ້ນເປັນຄັ້ງທໍາອິດ ໃນວັນທີ 27 ພຶດສະພາ 2025, ລວມທັງໄດ້ປຶກສາຫາລືເອກະສານຜົນຂອງກອງປະຊຸມສຸດຍອດດັ່ງກ່າວ.

ສ່ວນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນ ດໍາເນີນງານການເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ ຊຶ່ງໂດຍລວມເຫັນວ່າມີຄວາມຄືບໜ້າເປັນຢ່າງດີ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈ. ນອກຈາກນີ້, ກອງປະ ຊຸມຍັງໄດ້ປຶກສາຫາລືກ່ຽວກັບການພົວພັນພາຍນອກຂອງອາຊຽນ ໂດຍໄດ້ເນັ້ນຢໍ້າຄວາມສໍາຄັນໃນການຮັດແໜ້ນຄວາມເປັນແກນກາງ ແລະ ບົດບາດການນໍາພາຂອງອາຊຽນໃນການຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກ ທີ່ອາຊຽນເປັນຜູ້ນໍາພາ. ອັນສໍາຄັນ, ກອງປະຊຸມ ໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 26-27 ພຶດສະພາ 2025.

ຂ່າວ-ພາບ: ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version