ໃນຕອນບ່າຍວັນທີ 24 ພຶດສະພາ 2025, ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດ ນາມ ປະຈໍາ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໂດຍຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ, ພ້ອມທັງໄດ້ຮ່ວມຂຽນປຶ້ມໄວ້ອາໄລ.

ເນື້ອໃນລະບຸວ່າ: “ຂ້າພະເຈົ້າ ຕາງໜ້າຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ, ຜູ້ນໍາທີ່ດີເດັ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ທັງເປັນເພື່ອນສະຫາຍ ທີ່ໃກ້ຊິດສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນລາວ.
ພວກເຮົາຂໍສັນລະເສີນ ແລະ ຈົດຈໍາຜົນງານ, ຄຸນງາມຄວາມດີຂອງສະຫາຍ ທີ່ໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ຕະຫລອດມາ.
ໃນທ່າມກາງຄວາມໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ແບ່ງເບົາຄວາມທຸກໂສກ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ແນວໂຮມປະເທດຊາດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງ ຂອງ ສະຫາຍ ເຈິນ ດຶກ ເລືອງ ມານະໂອກາດນີ້ດ້ວຍ.