Home ຂ່າວຕ່າງປະເທດ ສິງກະໂປ ອອກຄຳເຕືອນອັນຕະລາຍຂອງການເຮັດວຽກຢູ່ບ່ອນທີ່ມີຄວາມສູງ

ສິງກະໂປ ອອກຄຳເຕືອນອັນຕະລາຍຂອງການເຮັດວຽກຢູ່ບ່ອນທີ່ມີຄວາມສູງ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ພຶດສະພາ ຜ່ານມາວ່າ: ກະຊວງແຮງງານສິງກະໂປໄດ້ອອກຄຳເຕືອນກ່ຽວກັບອັນຕະລາຍຂອງການເຮັດວຽກຢູ່ບ່ອນທີ່ມີຄວາມສູງ, ພາຍຫຼັງໄດ້ພົບເຫັນການລະເມີດດ້ານຄວາມປອດໄພຫຼາຍກວ່າ 1,330 ແຫ່ງໃນລະຫວ່າງການກວດກາໃນເດືອນກຸມພາ ຫາ ເດືອນເມສາ.

ກະຊວງດັ່ງກ່າວ ໄດ້ລົງກວດກາສະຖານທີ່ກໍ່ສ້າງ, ສະຖານທີ່ເຮັດວຽກຂອງຂະແໜງອຸດສາຫະກໍາທາງທະເລ ແລະ ອຸດສາຫະກໍາການຜະລິດ ປະມານ 550 ແຫ່ງ, ໂດຍໃຫ້ຄວາມສຳຄັນເປັນພິເສດກ່ຽວກັບມາດຕະການຄວາມປອດໄພການເຮັດວຽກຢູ່ບ່ອນທີ່ມີຄວາມສູງ ຊຶ່ງເຮັດໃຫ້ມີຄຳສັ່ງຢຸດເຮັດວຽກ (Stop Work Order) ທັງໝົດ 13 ສະບັບ.

ກະຊວງດັ່ງກ່າວລະບຸວ່າ: ການຕົກຈາກບ່ອນທີ່ສູງຍັງເປັນສາເຫດຕົ້ນຕໍຂອງການບາດເຈັບສາຫັດ ແລະ ເສຍຊີວິດຈາກອຸບັດເຫດໃນບ່ອນເຮັດວຽກ ຊຶ່ງມີແຮງງານເສຍຊີວິດຈາກເຫດການລັກສະນະດັ່ງກ່າວນີ້ແລ້ວ 4 ຄົນ ແລະ ບາດເຈັບສາຫັດອີກ 74 ຄົນ ໃນປີ 2024.

ກະຊວງດັ່ງກ່າວເນັ້ນໜັກເຖິງຄວາມສຳຄັນຂອງການລະມັດລະວັງຢ່າງຕໍ່ເນື່ອງລະຫວ່າງນາຍຈ້າງ, ຜູ້ຮັບເໝົາ, ຜູ້ຈັດການ ແລະ ຄົນງານ, ພ້ອມທັງລະບຸວ່າ: ຄົນງານສາມາດລາຍງານໄດ້ຫາກພົບເຫັນການເຮັດວຽກທີ່ບໍ່ປອດໄພ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version