ສະຖາບັນເລືອດແຫ່ງຊາດ ຮ່ວມກັບກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດທາລາດເຊເມຍ ຂຶ້ນໃນວັນທີ 22 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຈັນທະລາດ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພວັນ ແກ້ວປະເສີດ ກ່າວວ່າ: ພະຍາດທາລາດເຊເມຍ ແມ່ນພະຍາດຕິດຕໍ່ທາງດ້ານກຳມະພັນ ຊຶ່ງເປັນບັນຫາທາງດ້ານສາທາລະນະສຸກ, ຜູ້ທີ່ມີເປັນພະຍາດດັ່ງກ່າວມີຮ່າງກາຍບໍ່ແຂງແຮງ, ເປັນພາລະແກ່ສັງຄົມ ແລະ ເປັນພາລະທາງດ້ານເສດຖະກິດ. ຄອບຄົວໃດຫາກມີສະມາຊິກທີ່ເປັນພະຍາດນີ້ແລ້ວນອກຈາກຈະມີສຸຂະພາບບໍ່ແຂງ ແຮງແລ້ວຍັງມີຜົນກະທົບໃນການດຳລົງຊີວິດຊຶ່ງຄອບຄົວຕ້ອງໃຊ້ຈ່າຍໃນການປິ່ນປົວພະຍາດນີ້ເປັນເວລາຍາວນານ ແລະ ຕ້ອງໄດ້ໃຊ້ຈ່າຍໃນມູນຄ່າທີ່ສູງ, ເຮັດໃຫ້ຄອບຄົວປະສົບກັບຄວາມລໍາບາກສ່ວນໃຫຍ່ແມ່ນທຸກຍາກ. ຈາກສະຖິຕິໃນປັດຈຸບັນ, ສະພາບການລະບາດຂອງພະຍາດດັ່ງກ່າວແມ່ນມີທ່າອ່ຽງນັບມື້ນັບສູງຂຶ້ນຊຶ່ງພວກເຮົາຕ້ອງໄດ້ຈັດວາງ ການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃຫ້ເປັນລະບົບຄົບຊຸດ, ພົວພັນກັບຫຼາຍພາກສ່ວນຮັບຜິດຊອບນັບ ແຕ່ສູນກາງຮອດທ້ອງຖິ່ນ ເປັນຕົ້ນແມ່ນການປ້ອງກັນ, ການໃຫ້ຄໍາຮູ້, ໂຄສະນາສຸຂະສຶກສາ, ການກວດກັ່ນຕອງ, ການກວດ ແບບບົ່ງມະຕິທີ່ຊັດເຈນ, ການລົງທະບຽນເກັບກຳຂໍ້ມູນເປັນສະຖິຕິແຫ່ງຊາດ, ການໃຫ້ຄໍາປຶກສາ, ການປີ່ນປົວ, ການດູແລຮັກສາ, ການມີສ່ວນຮ່ວມຂອງຄອບຄົວ, ການຄົ້ນຄວ້າ, ພັດທະນາ ແລະ ຮ່ວມມືສາກົນ.

ກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນຄວ້າພິຈາລະນາກ່ຽວກັບສະພາບຂອງພະຍາດທາລາດເຊເມຍ ຢູ່ ສປປ ລາວ, ພິຈາລະນາຮ່າງແຜນຍຸດທະຍາດ ແລະ ທິດທາງໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວນີ້ໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້, ຈະໄດ້ນໍາເອົາສະພາບພະຍາດທາລາດເຊເມຍທີ່ເປັນບັນຫາທາງດ້ານສາທາລະນະສຸກ, ທາງດ້ານສັງຄົມ ແລະ ທາງດ້ານຊີວິດການເປັນຢູ່ຂອງປະຊາຊົນມາສະເໜີເພື່ອປຶກສາຫາລືຮ່ວມກັນໃນການກຳນົດຍຸດທະສາດ, ນະໂຍບາຍ, ທິດທາງ ແລະ ມາດຕະການໃນການຄວບຄຸມພະຍາດທາລາດເຊເມຍໃຫ້ຫຼຸດລົງເທື່ອລະກ້າວ
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງຜົນກອງປະຊຸມປຶກສາຫາລືທາງດ້ານວິຊາການໃນການປ້ອງກັນ ແລະ ຄວບຄຸມ ພະຍາດທາລາດເຊເມຍ ແລະ ຮ່າງແຜນຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດທາລາດເຊເມຍ.