Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ

0

ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ຈ່ອງ-ກາບຣີແຢຣ ດຸສ (Jean Gabriel Duss) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ຫ້ອງການຮ່ວມມື ແລະ ກົງສູນສະວິດ (SDC) ເພື່ອລາຍງານ ແລະ ທົບທວນຄືນການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ SDC ທີ່ຈັດຕັ້ງປະຕິບັດໂດຍບັນດາອົງການຈັດຕັ້ງສາກົນຂອງປະເທດສະວິດ ໂດຍສະເພາະບັນດາກິດຈະກໍາທີ່ຊຸກຍູ້ສົ່ງເສີມນະໂຍບາຍຂະແໜງການທ່ອງທ່ຽວ, ພ້ອມທັງປຶກສາຫາລືກ່ຽວກັບແຜນການຮ່ວມມືຮ່ວມກັນໃນຕໍ່ໜ້າ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງ ຖວທ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ຂອງຫ້ອງການ SDC ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສຳຄັນຕໍ່ການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະວຽກງານການຍົກສູງດ້ານທັກສະວິຊາການ ແລະ ການພັດທະນາບຸກຄະລາກອນ ດ້ານການທ່ອງທ່ຽວ ທີ່ເປັນວຽກບຸລິມະສິດສໍາຄັນອັນໜຶ່ງ ໃນການພັດທະ ນາວຽກງານຂອງ ກະຊວງ ຖວທ.

ພ້ອມກັນນີ້, ສອງຝ່າຍໄດ້ສະແດງຄວາມເປັນເອກະພາບ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງບັນ ດາວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍ ທ່ານ ຈ່ອງ-ກາບຣີແຢຣ ດູສ ໄດ້ສະແດງຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບ ກະຊວງ ຖວທ ໃນສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ, ລົງເລິກການຈັດຝຶກອົບຮົມດ້ານວິຊາຊີບການທ່ອງທ່ຽວ, ວຽກງານສົ່ງເສີມການພັດທະນາທັກສະຄວາມຮູ້-ຄວາມສາມາດ ແລະ ວິເຄາະ-ວິໄຈດ້ານການທ່ອງທ່ຽວໃຫ້ຫລາຍຂື້ນ.

ຈາກນັ້ນ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມພ້ອມທີ່ຈະສືບຕໍ່ຮ່ວມມື ແລະ ຮ່ວມເຮັດວຽກຢ່າງໃກ້ຊິດກັບ ຫ້ອງການ SDC ເພື່ອເຮັດໃຫ້ວຽກງານຮ່ວມມືຂອງສອງຝ່າຍບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version