ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນຜົນງານ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ VIII ຂອງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ. ໃນນັ້ນ, ຈະໄດ້ພ້ອມກັນສັງເກດຕີລາຄາ ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາຍເຫດ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີຜ່ານມາ; ພ້ອມກັນນັ້ນ. ກອງປະຊຸມໃຫຍ່ຈະໄດ້ກຳນົດທິດທາງແຜນການ ແລະ ແຜນພັດທະນາອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໃນໄລຍະ 5 ປີຕໍ່ໜ້າ ປີ 2026-2030.
ກອງປະຊຸມໃຫຍ່ ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນກອງປະຊຸມໃຫຍ່ ເພື່ອພ້ອມກັນເຮັດໃຫ້ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ແລະ ບັນດາບົດຮຽນທີ່ຖອດຖອນໄດ້ ກ່ຽວກັບການເຕົ້າໂຮມ ຄວາມສາມັກຄີ ແລະ ນໍາເອົາກໍາລັງແຮງ ດັ່ງກ່າວ ເຂົ້າສູ່ຂະບວນການວຽກງານຕົວຈິງ ຂອງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ທີ່ໄດ້ຮັບຜົນສໍາເລັດ ເລິກຊຶ່ງກວ່າເກົ່າ.
ກອງປະຊຸມໃຫຍ່ ແມ່ນຈະໄດ້ພິຈາລະນາຮັບຮອງເອົາມະຕິກອງປະຊຸມໃຫຍ່ ແລະ ຮັບຮອງເອົາຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຄະນະບໍລິຫານງານປະຈຳການ ແລະ ຄະນະກຳມະການບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຊຸດໃໝ່ ລວມທັງ ຄະນະທີ່ປຶກສາ, ປະທານ, ຮອງປະທານ, ຫົວໜ້າຫ້ອງການບໍລິຫານງານ ແລະ ບັນດາຫົວໜ້າກຳມາທິການ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ.