Home ທຸລະກິດ ແຈ່ວປາບໍ້າກຸ້ງຕ້ອງລອງ ເອກະລັກສະເພາະ

ແຈ່ວປາບໍ້າກຸ້ງຕ້ອງລອງ ເອກະລັກສະເພາະ

0

ປະຊາຊົນລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ, ຫ້າວຫັນ ຕໍ່ການອອກແຮງງານ ຫາລ້ຽງຕົນເອງ, ຄອບຄົວ ຈົນກາຍເປັນຄວາມມັກໃນການຜະລິດ ໂດຍເລີ່ມຈາກການຜະລິດແບບປະຖົມປະຖານ ກາຍມາເປັນສິນຄ້າທີ່ໄດ້ຮັບຄວາມນິຍົມ, ຊົມຊື້ ຈາກພາຍໃນ-ຕ່າງປະເທດ.

ໃນງານວາງສະແດງສິນຄ້າໂອດ໊ອບ ທີ່ສູນການຄ້າລາວ-ໄອເຕັກ ປະຈໍາປີ 2025, ໃນກາງເດືອນພຶດສະພານີ້ ມີຫຼາຍຫົວໜ່ວຍທຸລະກິດ ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າ ຄອບຄົວຕົວແບບຕ່າງໆ ໄດ້ນຳເອົາສິນຄ້າຂອງຕົນມາວາງສະແດງ-ຈຳໜ່າຍເປັນຈຳນວນຫຼວງຫຼາຍ ໜຶ່ງໃນນັ້ນ ກໍແມ່ນເຈົ້າຂອງຜູ້ຜະລິດ “ແຈ່ວປາບໍ້າກຸ້ງຕ້ອງລອງ” ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈຳໜ່າຍເຊັ່ນດຽວກັນ. ທ່ານ ສຸທາກອນ ສອນວິໄຊ ເລົ່າໃຫ້ນັກຂ່າວຟັງ ວ່າ: ດັ່ງທີ່ຫຼາຍຄົນຮູ້ນຳກັນ ແຈ່ວປາບໍ້າຊຳເໜືອ ແມ່ນອາຫານພື້ນບ້ານທີ່ເປັນເອກະລັກ ຂອງແຂວງຫົວພັນ, ພາຍຫຼັງ ໄດ້ມີການສືບທອດຕຳແຈ່ວກັນມາຈົນກາຍເປັນສິນຄ້າ ຊຶ່ງສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວ, ສຳລັບທີ່ມາຂອງແຈ່ວ ໃນເບື້ອງຕົ້ນ ແມ່ນແມ່ເປັນຜູ້ເລີ່ມຜະລິດໂດຍສືບທອດຈາກແມ່ເຖົ້າ, ຈາກນັ້ນ ຈຶ່ງໄດ້ຜະລິດແຈ່ວປາບໍ້າໄປຂາຍຢູ່ຕະຫຼາດຊຳເໜືອ ແຕ່ຍັງບໍ່ມີການຫຸ້ມຫໍ່ທີ່ສວຍງາມເທື່ອ ພຽງແຕ່ໃສ່ຖົງຢາງ ຫຼື ໃສ່ຈອກມາຂາຍ ແລ້ວໃສ່ຊື່ວ່າ “ແຈ່ວປາບໍ້ານາງໄມ” ຈົນເປັນທີ່ນິຍົມ ແລະ ລືນາມກັນໃນທົ່ວແຂວງຫົວພັນ ກໍຄື ແຂວງອື່ນ, ມາຮອດປີ 2019 ຍ້ອນມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ການຂາຍແຈ່ວ ຈຶ່ງພົບກັບຄວາມຫຍຸ້ງຍາກ ດັ່ງນັ້ນ ຈຶ່ງໄດ້ຫັນມາຂາຍຜ່ານລະບົບອອນລາຍຈົນມາເຖິງປັດຈຸບັນ. ຈາກນັ້ນ ໄດ້ມີການປັບປຸງເປັນສູດໃໝ່ພ້ອມທັງປ່ຽນຊື່ ມາເປັນ “ແຈ່ວປາບໍ້າກຸ້ງຕ້ອງລອງ” ໂດຍໄດ້ເພີ່ມລົດຊາດໃຫ້ເຂັ້ມຂຸ້ນຂຶ້ນກວ່າເກົ່າ ຊຶ່ງລົດຊາດທີ່ເປັນເອກະລັກສະເພາະສາມາດຮັບປະທານໄດ້ກັບອາຫານທຸກປະເພດ, ສ່ວນວັດຖຸດິບທີ່ໃຊ້ໃນການປຸງແຕ່ງແຈ່ວສ່ວນໃຫຍ່ແມ່ນນຳໃຊ້ສິນຄ້າພາຍໃນແຂວງ ຊຶ່ງເປັນການສົ່ງເສີມປະຊາຊົນປູກໝາກເຜັດ, ຜັກທຽມ, ສົ່ງເສີມການລ້ຽງປາໃນນາເຂົ້າເພື່ອນຳມາໝູນໃຊ້ເຂົ້າໃນການຜະລິດແຈ່ວ ແລະ ໃນກໍລະນີທີ່ມີຄວາມຈຳເປັນວັດຖຸດິບທີ່ນໍາໃຊ້ບໍ່ພຽງພໍກໍໄດ້ນຳເຂົ້າຈາກຕ່າງແຂວງ. ປັດຈຸບັນໄດ້ຂາຍຜ່ານລະບົບອອນລາຍ ແລະ ມີໜ້າຮ້ານຢູ່ແຂວງຫົວພັນ, ຂາຍຕາມງານຕ່າງໆທັງພາຍໃນ ແລະ ຕ່າງແຂວງ ພ້ອມນັ້ນ ຍັງໄດ້ສົ່ງອອກໄປຕ່າງປະເທດເຊັ່ນ: ໄທ, ຫວຽດນາມ, ສິງກະໂປ, ມາເລຍເຊຍ. ເຖິງແມ່ນວ່າ ຜະລິດຕະພັນຈະໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າແລ້ວກໍຕາມ ແຕ່ຍັງມີຄວາມມຸ່ງໝັ້ນ ໃນການພັດທະນາໄປເລື້ອຍໆ ເປັນຕົ້ນຮູບແບບຂອງການຫຸ້ມຫໍ່ຕ່າງໆ ລວມທັງການສະເໜີຜ່ານຂະແໜງການທີ່ກ່ຽວຂ້ອງຕື່ມອີກ.

ທ່ານ ສຸທາກອນ ສອນວິໄຊ ເລົ່າຕື່ມອີກວ່າ: ການເຂົ້າຮ່ວມງານຄັ້ງນີ້ ແມ່ນເປັນໂອກາດດີ, ທີ່ໄດ້ພົບປະແລກປ່ຽນບົດຮຽນ ກັບບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານນຳກັນ ທີ່ສຳຄັນໄດ້ພົບປະກັບລູກຄ້າຕົວຈິງທັງລູກຄ້າເກົ່າ ແລະ ໃໝ່ ເນື່ອງຈາກວ່າ ຜ່ານມາແມ່ນຂາຍຜ່ານລະບົບອອນລາຍເຮັດໃຫ້ມີຄົນຮູ້ຈັກຫຼາຍ, ການເຂົ້າຮ່ວມງານຄັ້ງນີ້ ແມ່ນມີຜົນຕອບຮັບທີ່ດີຫຼາຍ ຜະລິດຕະພັນມີລາຄາເລີ່ມຕົ້ນ 30.000 ກີບຂຶ້ນໄປ ຫາ 250.000 ກີບ, ສາມາດຂາຍໄດ້ 1 ໂຕນ ແລະ ໃນແຜນຕໍ່ໜ້າ ການຈໍາໜ່າຍ “ແຈ່ວປາບໍ້າກຸ້ງຕ້ອງລອງ” ພາຍຫຼັງໄດ້ຮັບ ອຢ ແລະ ອັບເດດຮູບແບບຂອງການຫຸ້ມຫໍ່ໃໝ່ແລ້ວ ຈະນຳເຂົ້າໄປຈຳໜ່າຍຕາມຮ້ານຄ້າຕ່າງໆ ຊຶ່ງຄາດຄະເນວ່າ “ແຈ່ວປາບໍ້າກຸ້ງຕ້ອງລອງ” ຈະໄດ້ນຳເຂົ້າວາງຈຳໜ່າຍຕາມຮ້ານຄ້າທົ່ວໄປ ເພື່ອໃຫ້ລູກຄ້າທຸກໆທ່ານເຂົ້າເຖິງຢ່າງສະດວກກວ່າເກົ່າໃນທ້າຍປີ 2025 ແລະ ອາດຈະສົ່ງໄປຍັງປະເທດ ສ ເກົາຫຼີ ແລະ ປະເທດອື່ນໆຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version