ພິທີເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຢ່າງເປັນທາງການ ຈະຈັດຂຶ້ນໃນວັນທີ 25 ທັນວາ 2025 ໂດຍການເປັນປະທານຮ່ວມລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ, ໂດຍມີການເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງສອງຝ່າຍ ຫຼາຍກວ່າ 500 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ເປັນໂຄງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລັດຖະບານສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໂດຍສະເພາະ ແຂວງບໍລິຄໍາໄຊ ຂອງ ສປປ ລາວ ແລະ ຈັງຫວັດບຶງການ ຂອງ ຣາຊະອານາຈັກໄທ ທີ່ມີຄວາມປາດຖະໜາມີຂົວເຊື່ອມຕໍ່ສອງປະເທດ ລາວ ແລະ ໄທ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ລະຫວ່າງປະຊາຊົນ, ການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດເຂົ້າກັບພາກພື້ນ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ກໍຄື ເຮັດໃຫ້ການຄົມມະນາຄົມຂົນສົ່ງ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ ມີຄວາມສະດວກ, ຄ່ອງຕົວ ແລະ ວ່ອງໄວຍິ່ງໆຂຶ້່ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.

ພິທີການເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ນີ້ ຈະເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ກໍຄື: ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 75 ປີ ໃນເດືອນທັນວາ 2025 ນີ້.
(ກົມການຂ່າວ, ກະຊວງການຕ່າງປະເທດ)