ໂຄງການກໍ່ສ້າງຕຶກໂຮງແຮມ ແລະ ຄອນໂດ (ໂຄງການ ລາວເຊັນເຕີ) ທີ່ສູງທີ່ສຸດ ໃນ ສປປ ລາວ (46 ຊັ້ນ) ໄດ້ເລີ່ມມີການກໍ່ສ້າງແລ້ວ ຢູ່ ບ້ານພະໂພ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຄາດການວ່າ ການກໍ່ສ້າງຈະສຳເລັດ ແລະ ເປີດໃຫ້ບໍລິການ ໃນປີ 2028.
ທ່ານ ກົງ ເວີນຈົ່ງ ຮອງຜູ້ອຳນວຍການ ບໍລິສັດ ສຽນເສີງ ລົງທຶນອະສັງຫາລິມະຊັບ ຈຳກັດ ໄດ້ໃຫ້ສຳພາດ ໃນວັນທີ 15 ທັນວາ 2025 ນີ້ວ່າ: ໂຄງການ ລາວເຊັນເຕີ ເປັນການຮ່ວມມືກັນ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ບໍລິສັດ ສຽນເສີງ ລົງທຶນອະສັງຫາລິມະຊັບ ຈຳກັດ ແລະ ບໍລິສັດ ລາວມະຫາຊັບ ພັດທະນາ ຈຳກັດຜູ້ດຽວ. ໂຄງການດັ່ງກ່າວ, ໄດ້ວາງສີລາລືກ ແລະ ເລີ່ມລົງມືກໍ່ສ້າງ ໃນເດືອນຕຸລາ ປີ 2024 ໂດຍໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນການກໍ່ສ້າງຕຶກອາຄານ 12 ຊັ້ນ (ຕຶກຮອງ) ມາຮອດປັດຈຸບັນ, ການກໍ່ສ້າງແມ່ນສຳເລັດແລ້ວ 90%, ສ່ວນອາຄານ 46 ຊັ້ນ, ມີຄວາມສູງ 155 ແມັດ ຊຶ່ງຈະກາຍເປັນຕຶກທີ່ສູງທີ່ສຸດໃນປະເທດລາວ, ມາຮອດປັດຈຸບັນ ກໍາລັງລົງມືກໍ່ສ້າງ, ຄາດວ່າການກໍ່ສ້າງຈະສຳເລັດໃນປີ 2028.

ໂຄງການດັ່ງກ່າວ, ຖືກອອກແບບໃຫ້ມີຄວາມຫລູຫລາ ພາຍໃນ 2 ອາຄານປະກອບມີ ໂຮງແຮມ 5 ດາວ, ຄອນໂດມີນຽມ, ສູນການຄ້າ, ຮ້ານອາຫານ, ສະລອຍນ້ຳກະຈົກໃສກາງແຈ້ງ, ສູນອອກກຳລັງກາຍ, ສະຖານທີ່ຈັດກອງປະຊຸມ, ສະຖານທີ່ຈັດງານລ້ຽງ ແລະ ອື່ນໆ. ຄາດວ່າພາຍຫລັງກໍ່ສ້າງສຳເລັດ ໂຮງແຮມ ແລະ ຄອນໂດດັ່ງກ່າວຈະກາຍເປັນສະຖານທີ່ຮັບຮອງແຂກສຳຄັນຂອງປະເທດ, ລວມເຖິງນັກທ່ອງທ່ຽວຕ່າງປະເທດ ທີ່ນັບມື້ນັບເພີ່ມຂຶ້ນ.
ສຳລັບ ການກໍ່ສ້າງອາຄານ ແມ່ນນຳໃຊ້ເຄື່ອງມືທີ່ທັນສະໄໝ, ມີທີມງານນັກອອກແບບທີ່ມີຊື່ສຽງລະດັບສາກົນ, ມີແຫລ່ງສະໜອງວັດສະດຸທີ່ມີຄຸນນະພາບ, ຍຶດໝັ້ນຕາມຫລັກການຂອງການດຳເນີນທຸລະກິດຢ່າງຈິງໃຈ, ເປີດກ້ວາງ, ເຕີບໃຫຍ່ ແລະ ມີຜົນປະໂຫຍດຮ່ວມກັນມາໂດຍຕະຫລອດ, ເປັນຜູ້ນຳໃນຂະແໜງການພັດທະນາອະສັງຫາລິມະຊັບ, ຂະນະດຽວກັນນັ້ນ ຍັງຕັ້ງໜ້າຂະຫຍາຍທຸລະກິດຂະແໜງການຄ້າສາກົນ, ມຸ່ງໝັ້ນໃຫ້ບໍລິການອຳນວຍຄວາມສະດວກແບບຄົບວົງຈອນໃຫ້ແກ່ລູກຄ້າ ແລະ ແກ້ໄຂບັນຫາທາງການຄ້າໃຫ້ແກ່ລູກຄ້າອີກດ້ວຍ. ເພື່ອບັນລຸການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຢ່າງກົມກຽວ, ສ້າງສາຕົວເມືອງໃຫ້ມີຄວາມສີວິໄລ ແລະ ເປັນທີ່ໜ້າຢູ່ອາໄສ, ພ້ອມທັງປະກອບສ່ວນເຂົ້າໃນການປັບປຸງຕົວເມືອງ ແລະ ພັດທະນາແບບຍືນຍົງຢ່າງຫ້າວຫັນ.
ໂຄງການ ລາວ ເຊັນເຕີ ຕັ້ງຢູ່ບ້ານພະໂພ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ພາຍຫລັງກໍ່ສ້າງສຳເລັດ ແລະ ເປີດໃຫ້ບໍລິການ ຈະສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ ຫລາຍກວ່າ 500 ຕຳແໜ່ງ,ປັດຈຸບັນ ໂຄງການດັ່ງກ່າວ, ແມ່ນເປີດໃຫ້ຈັບຈອງຄອນໂດແລ້ວ, ທ່ານໃດສົນໃຈສາມາດຕິດຕໍ່ສອບຖາມໄດ້ ທີ່ສູນຂາຍຢູ່ໜ້າສູນການຄ້າພາກຊັນ ຫລື ໂທ 020 52143333, 020 51563333.