Home ຂ່າວການເມືອງ ປະທານ ໂຮ່ຈິມິນ ວິລະບູລຸດ ຜູ້ປົດປ່ອຍຊາດຂອງຫວຽດນາມ (ໃນໂອກາດວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ 19/5/1890-19/5/2025)

ປະທານ ໂຮ່ຈິມິນ ວິລະບູລຸດ ຜູ້ປົດປ່ອຍຊາດຂອງຫວຽດນາມ (ໃນໂອກາດວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ 19/5/1890-19/5/2025)

0

ປະທານ ໂຮ່ຈິມິນ ວິລະບູລຸດແຫ່ງການປົດປ່ອຍປະເທດຊາດ, ເປັນສັນຍາລັກອັນຍິ່ງໃຫຍ່ ແຫ່ງເຈດ ຈໍານົງຂອງປວງຊົນທັງຊາດ ທີ່ໄດ້ອຸທິດທັງຊີວິດຂອງຕົນ ໃຫ້ແກ່ພາລະກິດປົດປ່ອຍປະເທດຊາດຫວຽດ ນາມ ແລະ ປະກອບສ່ວນສໍາຄັນໃນການຕໍ່ສູ້ຮ່ວມຂອງປະເທດຊາດຕ່າງໆ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.

ສໍາລັບການປະຕິວັດຫວຽດນາມ, ຫງວຽນອາຍກວັກ – ໂຮ່ຈິມິນ ຄືຜູ້ຕັດສິນໃຈທາງປະຫວັດສາດ ໃນທຸກບາດລ້ຽວຂອງຍຸກສະໄໝ. ໃນຂະບວນການຕໍ່ສູ້ຂອງຫວຽດນາມ ປະເຊີນກັບທາງຕັນດ້ານແນວທາງ, ຫງວຽນອາຍກວັກ ໄດ້ຄົ້ນພົບເສັ້ນທາງ ໃຫ້ແກ່ການປະຕິວັດຫວຽດນາມ ໂດຍການສ້າງຕັ້ງພັກກອມມູນິດຫວຽດນາມ – ອົງການສູນກາງຂອງການປະຕິວັດ, ສ້າງຕັ້ງແນວໂຮມຫວຽດມິງ ແລະ ກອງທັບປະຊາຊົນຫວຽດນາມ ກໍາລັງຫຼັກຂອງການປະຕິວັດ. ປະທານ ໂຮ່ຈິມິນ ເປັນຜູ້ນໍາພາປະຊາຊົນ ລຸກຮື້ຂຶ້ນຄັ້ງໃຫຍ່ ຢຶດອໍານາດ ແລະ ສ້າງຕັ້ງລະບອບໃໝ່ ທີ່ເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ສົງຄາມຕໍ່ຕ້ານ 9 ປີອັນຍາວນານ ຂອງປະຊາຊົນຫວຽດນາມ ແລະ ໃນການຕໍ່ສູ້ເພື່ອປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ປະທານ ໂຮ່ຈິມິນ ຄືສັນຍາລັກອັນສູງສົ່ງຂອງລັດທິຮັກຊາດແທ້ຈິງ ທີ່ປະສົມປະສານຢ່າງເລິກເຊິ່ງກັບລັດທິສາກົນນິຍົມຂອງຊົນຊັ້ນກໍາມະກອນ. ປະທານ ໂຮ່ຈິມິນ ໄດ້ໝູນໃຊ້ລັດທິມາກ – ເລນິນ, ຫັນໜ້າໄປສູ່ປະຊາຊົນຜູ້ຖືກກົດຂີ່ຂູດຮີດໃນທົ່ວໂລກ, ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ເພື່ອໂລກແຫ່ງສັນຕິພາບ, ເສລີພາບ ແລະ ຄວາມສະເໝີພາບ ເພື່ອໃຫ້ມະນຸດໄດ້ມີຊີວິດຢ່າງມີຄວາມສຸກ. ເພິ່ນ ໄດ້ທຸ່ມເທທັງຊີວິດ ເພື່ອສ້າງຄວາມເປັນປຶກແຜ່ນພາຍໃນພັກກອມມູນິດ ອ້າຍນ້ອງ ບົນພື້ນຖານຂອງລັດທິມາກ – ເລນິນ ແລະ ລັດທິສາກົນນິຍົມບໍລິສຸດຂອງຊົນຊັ້ນກຳມະກອນ, ເພີ່ມພູນຄູນສ້າງຄວາມສໍາພັນອັນແໜ້ນແຟ້ນກັບລາວ, ກໍາປູເຈຍ ແລະ ປະເທດເພື່ອນບ້ານອື່ນໆ ຢ່າງບໍ່ຢຸດຢັ້ງ. ປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່ ຄືນັກຮົບສາກົນຜູ້ໂດດເດັ່ນ, ກ້າຫານ ແລະ ບໍລິສຸດທີ່ດີສຸດ, ເປັນຜູ້ຕໍ່ສູ້ຕະຫຼອດຊີວິດເພື່ອຄວາມຍຸຕິທໍາ, ສັນຕິພາບ ແລະ ຄວາມກ້າວໜ້າ ຂອງປະເທດຊາດ ຜູ້ຖືກກົດຂີ່ຂູດຮີດທົ່ວໂລກ. ຫວຽດນາມ – ໂຮ່ຈິມິນ ໄດ້ກາຍເປັນສັນຍາລັກຂອງບັນດາປະເທດຊາດ ຜູ້ຖືກກົດຂີ່ຂູດຮີດ ບົນເສັ້ນທາງຍາດເອົາເອກະລາດ ແລະ ເສລີພາບຂອງຕົນຄືນ. “ໂຮ່ຈິມິນ ຈະຍັງຄົງຢູ່ຕະຫຼອດໄປ ໃນຫົວໃຈຂອງນັກຮົບທັງຫຼາຍ ທີ່ຕໍ່ສູ້ເພື່ອຄວາມຍຸຕິທໍາ, ເສລີພາບ ແລະ ເອກະລາດຂອງປະເທດຊາດ ໃນຖານະໜຶ່ງໃນຜູ້ສືບທອດແນວທາງອັນຍິ່ງໃຫຍ່ ແລະ ກ້າຫານ ທີ່ສຸດຂອງມາກ ແລະ ເລນິນ”.

ຕະຫຼອດເສັ້ນທາງການປະຕິວັດອັນຍາວນານເກືອບ 80 ປີຂອງປະທານໂຮ່ຈິມິນ ທີ່ໄດ້ອຸທິດຕົນຕໍ່ສູ້ກັບຄວາມບໍ່ຍຸຕິທໍາ ແລະ ການກົດຂີ່, ເພື່ອກອບກູ້ ແລະ ນໍາເອົາຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ປະເທດຊາດ, ສະແຫວງຫາຄວາມສຸກໃຫ້ແກ່ມະນຸດຊາດ. ເພິ່ນ ໄດ້ອຸທິດທັງຊີວິດ ໃຫ້ແກ່ປະເທດຊາດຫວຽດນາມ, ຂະບວນການກອມມູນິດ ແລະ ກໍາມະກອນສາກົນ. ປະທານ ໂຮ່ຈິມິນ ບໍ່ພຽງແຕ່ເປັນນັກຄິດຜູ້ໂດດເດັ່ນເທົ່ານັ້ນ, ແຕ່ຫາກຍັງເປັນນັກປະຕິວັດ ທີ່ເກັ່ງກ້າ, ບໍ່ພຽງແຕ່ເປັນນັກການເມືອງຜູ້ຍິ່ງໃຫຍ່ເທົ່ານັ້ນ, ແຕ່ຍັງເປັນນັກວັດທະນະທໍາຜູ້ດີເດັ່ນຍອດຍິ່ງ.

ໃນໄລຍະປີເດືອນແຫ່ງການເຄື່ອນໄຫວປະຕິວັດຢູ່ຕ່າງປະເທດ, ປະທານ ໂຮ່ຈິມິນ ໄດ້ສຶກສາຄົ້ນຄວ້າ ແລະ ຮຽນຮູ້ເອົາສິ່ງຢອດຢ້ຽມຂອງວັດທະນະທໍາຕາເວັນຕົກ, ຮັບຮູ້ຢ່າງເລິກເຊິ່ງຄວາມໝາຍອັນຍິ່ງໃຫຍ່ ແລະ ບົດບາດສໍາຄັນຂອງວັດທະນະທໍາ ໂດຍຊີ້ໃຫ້ເຫັນວ່າ: “ວັດທະນະທໍາຕ້ອງເປັນຜູ້ນໍາທາງໃຫ້ແກ່ຊາດ”. ປະທານ ໂຮ່ຈິມິນ ຜູ້ນໍາໜ້າແຫ່ງວັນນະກໍາ – ສິລະປະ ແລະ ສື່ສານມວນຊົນປະຕິວັດ. ເພິ່ນ ຕໍ່ສູ້ໂດຍບໍ່ຮູ້ອິດຮູ້ເມື່ຶອຍ ເພື່ອເອກະລາດຂອງຊາດ ແລະ ລັດທິສັງຄົມນິຍົມ, ເພື່ອຄວາມຍຸຕິທໍາ ແລະ ຄວາມຍຸຕິທໍາໃນໂລກ. ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງປະທານ ໂຮ່ຈິມິນ ການປະຕິວັດເດືອນສິງຫາ ປີ 1945 ຂອງປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະ, ນໍາເອກະລາດມາສູ່ຊາດ ແລະ ຄວາມເປັນວັດທະນະທໍາຫວຽດນາມ ໄດ້ຢືນຢັນບົດບາດສໍາຄັນຂອງຕົນ ແລະ ເປີດຍຸກສະໄໝໃໝ່ ໃຫ້ກັບວັດທະນະທໍາຂອງຊາດ. ການປະກອບສ່ວນຂອງ ປະທານ ໂຮ່ຈິມິິນ ໃນດ້ານວັດທະນະທໍາ ບໍ່ພຽງແຕ່ທາງທິດສະດີເທົ່ານັ້ນ, ແຕ່ຍັງເຊື່ອມຊຶມເຂົ້າໃນຕະຫຼອດຊີວິດ ແລະ ພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງເພິ່ນ ໂດຍເປັ່ງປະກາຍໃນທຸກການກະທໍາ, ທຸກທ່າທີ, ທຸກຄວາມສໍາພັນກັບປະຊາຊົນ, ສະຫາຍ ແລະ ເພື່ອນມິດສາກົນ. ໃນໂລກປັດຈຸບັນ, ເຖິງຈະມີການປ່ຽນແປງ ແລະ ຜັນແປຢ່າງວ່ອງໄວ, ແຕ່ຍັງຄົງມີຄຸນຄ່າທີ່ບໍ່ເຄີຍປ່ຽນແປງ, ໃນບັນດາຄຸນຄ່າທີ່ຍືນຍົງ ແມ່ນມໍລະດົກທາງດ້ານແນວຄິດ ແລະ ຄຸນນະທໍາ ຂອງໂຮ່ຈິມິນຄື: ຄວາມເປັນມະນຸດສະທໍາ ແລະ ສັນຕິພາບ; ປະເທດຊາດ ແລະ ມະນຸດຊາດ; ປະຊາທິປະໄຕ ແລະ ຄວາມເປັນມະນຸດ; ເສລີພາບ ແລະ ຄວາມສຸກ; ຈິດໃຈຮັກຊາດ ແລະ ລັດທິຊາດນິຍົມແທ້ຈິງ; ຄຸນນະທໍາປະຕິວັດ ຄືຄວາມຂະຫຍັນ, ປະຢັດ, ຊື່ສັດ, ຍຸຕິທໍາ, ອຸທິດຕົນເພື່ອສ່ວນລວມ

ເນື່ອງໃນໂອກາດຄົບຮອບ 135 ປີ ວັນເກີດຂອງປະທານ ໂຮ່ຈິມິນ, ພັກ, ລັດ, ປະຊາຊົນ ແລະ ກອງທັບຫວຽດນາມ ຢຶດໝັ້ນສືບທອດພາລະກິດອັນຍິ່ງໃຫຍ່ ຂອງເພິ່ນ ຢ່າງເຕັມກໍາລັງ; ເດີນໜ້າຢ່າງໝັ້ນຄົງ ແລະ ຢຶດໝັ້ນການຕໍ່ສູ້ເພື່ອປົກປ້ອງ ຄວາມເປັນເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປິຕຸພູມ ຢ່າງໜັກແໜ້ນ; ສົ່ງເສີມຈິດໃຈຮັກຊາດປະຕິວັດ, ນໍ້າໃຈແຫ່ງ “ການເປັນເຈົ້າຂອງຕົນເອງ, ໝັ້ນໃຈໃນຕົນເອງ, ການເພິ່ງຕົນເອງ ແລະ ຄວາມພາກພູມໃຈໃນຊາດ”, ຮ່ວມພະລັງແຫ່ງຄວາມສາມັກຄີທັງຊາດ, ເດີນໜ້າສູ່ຍຸກໃໝ່, ຍຸກແຫ່ງການກ້າວກະໂດດຂຶ້ນໃນເວທີໂລກ, ຍຸກແຫ່ງການພັດທະນາທີ່ຮັ່ງມີ ແລະ ຮຸ່ງເຮືອງ, ເພື່ອບັນລຸຄວາມຫວັງອັນສູງສົ່ງ ຂອງປະທານ ໂຮ່ຈິມິນ ຄື: “ທົ່ວພັກ, ທົ່ວປະຊາຊົນຂອງພວກເຮົາ ຕ້ອງຮ່ວມແຮງຮ່ວມໃຈກັນ, ມຸ່ງໝັ້ນສ້າງປະເທດຫວຽດນາມ ໃຫ້ເປັນຊາດ ທີ່ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີ ແລະ ປະກອບສ່ວນສໍາຄັນ ໃນພາລະກິດປະຕິວັດຂອງໂລກ”.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version