ງານວາງສະແດງຢາພື້ນເມືອງ ຂອງສະມາຄົມອະນຸລັກຢາພື້ນເມືອງລາວ ຄັ້ງທີ II ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 12-13 ທັນວາ 2025 ທີ່ຈະມາເຖິງນີ້, ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ວັນສຳຄັນຂອງພັກ, ຂອງຊາດ ໂດຍມີຜູ້ປະກອບການຜະລິດຕະພັນຢາພື້ນເມືອງລາວ ເຂົ້າຮ່ວມຫລາຍກວ່າ 30 ຫົວໜ່ວຍທຸລະກິດ.

ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາ ທາລະນະສຸກ, ທັງເປັນຮອງປະທານສະມາຄົມອະນຸລັກຢາພື້ນເມືອງລາວ ໄດ້ຖະແຫລງຂ່າວກ່ຽວກັບການຈັດງານວາງສະແດງດັ່ງກ່າວ, ຕໍ່ສື່ມວນຊົນ ໃນວັນທີ 9 ທັນວາ 2025 ນີ້ວ່າ: ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ຮ່ວມກັບ ສະມາຄົມອານຸລັກຢາພື້ນເມືອງລາວ ຈະຈັັດງານວາງສະແດງຢາພື້ນເມືອງ ຂອງສະມາຄົມອະນຸລັກຢາພື້ນເມືອງລາວ ຄັ້ງທີ II ຢ່າງເປັນທາງການ ໃນລະຫວ່າງວັນທີ 12-13 ທັນວາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອສະເຫລີມສະຫລອງວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025); ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສະມາຄົມອະນຸລັກຢາພື້ນເມືອງລາວ ຄົບຮອບ 3 ປີ (13/12/2022-13/12/2025), ທັງເປັນການສົ່ງເສີມ ແລະ ເປີດໂອກາດໃຫ້ຜູ້ປະກອບການຜະລິດຕະພັນຢາພື້ນເມືອງ ກໍຄື ສະມາຊິກພາຍໃນສະມາຄົມອານຸລັກຢາພື້ນເມືອງລາວ ໄດ້ນໍາຜະລິດຕະພັນຂອງຕົນເອງ ມາວາງ ສະແດງ ແລະ ຈຳໜ່າຍໃຫ້ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ໄດ້ນຳໃຊ້ຜະລິດຕະພັນຢາພື້ນເມືອງລາວ ຢ່າງທົ່ວເຖິງ. ພ້ອມນີ້, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ຄົນລາວ ຫັນມາຊົມໃຊ້ຜະ ລິດຕະພັນຢາພື້ນເມືອງລາວ ທີ່ຜະລິດໂດຍຄົນລາວ ທີ່ມີຄຸນນະພາບ, ໄດ້ມາດຕະຖານ, ຜ່ານ ອຢ ແລະ ອື່ນໆ ຄວບຄູ່ກັບຢາຫລວງ.
ງານວາງສະແດງໃນຄັ້ງນີ້, ຈະຊ່ວຍຂັບເຄື່ອນການໃຊ້ຢາພື້ນເມືອງລາວ ໃນການຮັກສາ ສົມທົບກັບຢາຫລວງ ແລະ ການແພດທາງເລືອກ ໃນສະຖານທີ່ບໍລິການຂັ້ນຕ່າງໆ, ສົ່ງເສີມຜູ້ຜະລິດ-ທ່າແຮງຈາກຊັບພະຍາກອນທີ່ເປັນຢາ, ຮັກສາພູມປັນຍາຂອງທ້ອງຖິ່ນ, ການສືບສານພັນທຸກຳພືດທີ່ເປັນຢາ ແລະ ອົງຄວາມຮູ້ດັ້ງເດີມຂອງຊາວລາວ, ທັງເປັນການຍົກລະດັບມາດຕະຖານການຜະລິດຢາພື້ນເມືອງລາວ ແລະ ພັດທະນາໃຫ້ສູງຂຶ້ນເປັນກ້າວໆ, ສ້າງຄວາມເຊື່ອໝັ້ນຕໍ່ຜູ້ບໍລິໂພກ ທາງດ້ານຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ.
ທ່ານ ບຸນເລື່ອນ ດວງເດືອນ ຍັງໃຫ້ຮູ້ອີກວ່າ: ການຈັດງານວາງສະແດງຢາພື້ນເມືອງລາວ ຄັ້ງນີ້, ແມ່ນເຫດການທີ່ສໍາຄັນ ຂອງວຽກງານການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ທີ່ສະທ້ອນເຫັນການເສີມຂະຫຍາຍແນວຄິດປະທານ ໄກສອນ ພົມວິຫານ ຕໍ່ກັບວຽກງານການແພດ ແລະ ການຢາພື້ນເມືອງລາວ ໂດຍຕິດພັນເຖິງມໍລະດົກທາງວັດທະນະທຳ ແລະ ຄວາມຮັ່ງມີທາງທຳມະຊາດ ຂອງປະເທດລາວ ທີ່ຄວນຖືກອະນຸລັກ ແລະ ພັດທະນາໃຫ້ທັນສະໄໝ.