ບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຈັດເວທີສົນທະນາເຕັກນິກໄຟຟ້າ ລາວ-ຈີນ ຄັ້ງທີ I ຢູ່ສະຖານີໄຟຟ້າ ນາຊາຍທອງ ນະຄອນຫລວງວຽງຈັນ ໃນວັນທີ 18 ກັນຍາ 2025 ຜ່ານມາ ເພື່ອປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຂົງເຂດໄຟຟ້າ ແລະ ການພັດທະນາພະລັງງານແບບຍືນຍົງໃນພາກພື້ນ, ທັງເປັນການເພີ່ມທະວີການຮ່ວມມືດ້ານໄຟຟ້າ ລາວ-ຈີນ ແລະ ບໍລິການແກ່ຍຸດທະສາດການຫັນປ່ຽນດ້ານພະລັງງານຂອງ ສປປ ລາວ, ສ້າງກຳລັງຂັບເຄື່ອນໃໝ່ໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ ໂດຍມີຜູ້ຕາງໜ້າຈາກ ກະຊວງອຸດສາຫະ ກຳ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະກຳມະການຄຸ້ມຄອງເຫດສຸກເສີນແຫ່ງຊາດ, ບໍລິສັດທາງລົດໄຟ ລາວ-ຈີນ, ໂຮງງານໄຟຟ້າທີ່ສຳຄັນພາຍໃນ ສປປ ລາວ ແລະ 20 ສະຖາບັນຄົ້ນຄວ້າວິທະຍາສາດ, ພ້ອມດ້ວຍ ບໍລິສັດສະໜອງການບໍລິການດ້ານເຕັກນິກຈາກ ສປ ຈີນ ເຂົ້າຮ່ວມ.

ເວທີສົນທະນາ ໃນຄັ້ງນີ້, ບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ ໄດ້ແລກປ່ຽນປະສົບການຕົວຈິງຂອງການນຳໃຊ້ເຕັກນິກເພື່ອຍົກລະດັບການດຳເນີນງານ ແລະ ບຳລຸງຮັກສາຕາຂ່າຍໄຟຟ້າຫລັກ ດ້ວຍການນຳເອົາລະບົບການກວດກາແບບປະສົມປະສານ ທາງອາກາດ, ພື້ນດິນ ແລະ ທາງອາວະກາດ ຂອງບໍລິສັດ CSG ແລະ ຮູບແບບການດຳເນີນງານ ແລະ ບຳລຸງຮັກສາສະຖານີໄຟຟ້າແບບອັດສະລິຍະມາປັບໃຊ້, ການຍົກລະດັບຕາຂ່າຍໄຟຟ້າຫລັກຂອງ ສປປ ລາວ ຈຶ່ງມີຜົນສຳເລັດທີ່ເດັ່ນຊັດ. ໃນປີ 2025, ອັດຕາການຂັດຂ້ອງຂອງສາຍສົ່ງໄຟຟ້າຫລຸດລົງ 33,3% ເມື່ອທຽບກັບປີຜ່ານມາ ແລະ ບໍ່ມີການເກີດເຫດໄຟຟ້າດັບໃນວົງກວ້າງ; ສະຖານີໄຟຟ້າຫລັກ ເຊັ່ນ: ສະຖານີໄຟຟ້າ 230 ກິໂລໂວນ ນາຊາຍທອງ ໄດ້ສຳເລັດການປັບປຸງໃຫ້ເປັນລະບົບອັດສະລິຍະ ໂດຍນຳໃຊ້ລະບົບ AI ເພື່ອຄົ້ນຫາຂໍ້ບົກຜ່ອງຕ່າງໆໂດຍອັດຕະໂນມັດ ເຊິ່ງໄດ້ຊ່ວຍເພີ່ມປະສິດທິພາບການກວດກາໃຫ້ສູງຂຶ້ນກວ່າ 50%; ສາຍສົ່ງໄຟ ຟ້າສາມາດສ້າງແບບຈຳລອງ 3 ມິຕິດ້ວຍໂດຣນໄດ້ຢ່າງຄົບຊຸດ ແລະ ດ້ວຍການນຳໃຊ້ອຸປະກອນຕ່າງໆ ເຊັ່ນ: ລະບົບຊອກຫາຈຸດເກີດຟ້າຜ່າ, ເຮັດໃຫ້ຄວາມຖືກຕ້ອງໃນການຊອກຫາຈຸດຂັດຂ້ອງຂອງສາຍສົ່ງໄຟຟ້າບັນລຸໄດ້ 100%. ພ້ອມກັນນີ້, “ມາດຕະຖານການຄຸ້ມຄອງການດຳເນີນງານສະຖານີໄຟຟ້າແບບມີລະບົບ” ລວມທັງໝົດ 2 ມາດຕະ ຖານທີ່ EDL-T ໄດ້ກາຍເປັນມາດຕະຖານດ້ານໄຟຟ້າຊຸດທຳອິດຂອງ ສປປ ລາວ ທີ່ມີການນຳໃຊ້ຢ່າງກວ້າງຂວາງ, ເຊິ່ງເປັນການເຕີມເຕັມຊ່ອງວ່າງໃນຂະແໜງການດັ່ງກ່າວ. ດ້ານການພັດທະນາບຸກຄະລາກອນ, ຜ່ານກົນໄກຕ່າງໆ ເຮັດໃຫ້ພະນັກງານບຳລຸງຮັກສາສະຖານີໄຟຟ້າ 53% ສາມາດນຳໃຊ້ລະບົບມາດຕະຖານໄດ້, ພະນັກງານບຳລຸງຮັກສາສາຍສົ່ງຈາກ ລັດວິສາຫະກິດໄຟຟ້າລາວ (EDL) ຫລາຍກວ່າ 30 ຄົນມີຄວາມສາມາດໃນການບັງຄັບໂດຣນ ແລະ 30 ຄົນມີທັກສະຂັ້ນສູງ ເຊັ່ນ: ການປະຕິບັດງານໃນຂະນະທີ່ມີກະແສໄຟຟ້າ (live-line working).
ໃນເວທີສົນທະນາດັ່ງກ່າວ, ຫລາຍພາກສ່ວນໄດ້ບັນລຸຂໍ້ຕົກລົງຮ່ວມກັນ ແລະ ສະເໜີ 3 ຂໍ້ລິເລີ່ມຄື: “ການແບ່ງປັນເຕັກນິກ, ການສ້າງບຸກຄະລາກອນຮ່ວມກັນ ແລະ ການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນ”. ສຳລັບ ດ້ານການແບ່ງປັນເຕັກນິກ ຈະນຳໃຊ້ປະສົບການຂອງບໍລິສັດ CSG ເພື່ອສົ່ງເສີມການນຳໃຊ້ເຕັກນິກ ແລະ ມາດຕະ ຖານຕ່າງໆ ເຊັ່ນ: ການສົ່ງໄຟຟ້າແຮງດັນສູງພິເສດ ແລະ ລະບົບຈ່າຍໄຟອັດສະລິຍະ ໃຫ້ກາຍເປັນຈິງໃນ ສປປ ລາວ. ດ້ານການສ້າງບຸກຄະລາກອນຮ່ວມກັນ ຈະສ້າງລະບົບຫລັກສູດມາດຕະຖານໃນການວາງແຜນລະບົບໄຟຟ້າ, ການຄຸມລະບົບ, ການດຳເນີນງານ ແລະ ການບຳລຸງຮັກສາ, ພ້ອມທັງຂະຫຍາຍການຝຶກອົບຮົມບຸກຄະລາກອນ ຂອງລາວຢ່າງຕໍ່ເນື່ອງ. ດ້ານການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນ ຈະຊຸກຍູ້ການຍົກລະດັບຄວາມໝັ້ນຄົງໃນການສະໜອງໄຟຟ້າຢູ່ເຂດນະຄອນຫລວງວຽງຈັນ ແລະ ຕາມເສັ້ນທາງລົດໄຟ ລາວ-ຈີນ, ລວມທັງການກໍ່ສ້າງໂຄງການທົດລອງ ເພື່ອຫລຸດຜ່ອນການສູນເສຍຂອງລະບົບຈຳໜ່າຍ ແລະ ສຶກສາການສ້າງຕັ້ງກົນໄກຮ່ວມມືສຸກເສີນດ້ານໄຟຟ້າ, ພ້ອມທັງເສີມສ້າງມິດຕະພາບ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນຜ່ານໂຄງການເພື່ອສັງຄົມຕ່າງໆ.
ພ້ອມກັນນີ້, 20 ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ບໍລິສັດສະໜອງການບໍລິການດ້ານເຕັກນິກໄຟຟ້າຈາກ ສປ ຈີນ ໄດ້ນຳສະເໜີເຕັກນິກ ແລະ ວິທີແກ້ໄຂບັນຫາທີ່ກ້າວໜ້າໃນຂົງເຂດຕ່າງໆ ເຊັ່ນ: ການກວດກາສະຖານີໄຟຟ້າ ແລະ ສາຍສົ່ງໄຟຟ້າແບບອັດສະລິຍະ, ການຕິດຕາມແບບອອນລາຍ ແລະ ການສື່ສານຜ່ານດາວທຽມ ຜ່ານຮູບແບບທີ່ຫລາກຫລາຍ ເຊັ່ນ: ການສະແດງຜະລິດຕະພັນຕົວຈິງ, ແຜ່ນວາດ ແລະ ວິດີໂອ ເພື່ອເປັນການສະໜອງການສະໜັບສະໜູນດ້ານເຕັກນິກ ແລະ ການບໍລິການທີ່ແຂງແກ່ນໃຫ້ແກ່ການເພີ່ມທະວີການຮ່ວມມືດ້ານໄຟຟ້າ ລາວ-ຈີນ.
ບັນດາພາກສ່ວນທີ່ເຂົ້າຮ່ວມເວທີສົນທະນາ ໄດ້ເຫັນດີເປັນເອກະພາບກັນວ່າ ຄວາມສຳເລັດຂອງການຈັດເວທີສົນທະນາເຕັກນິກໄຟຟ້າ ລາວ-ຈີນ ຄັ້ງທີ I ແມ່ນການສ້າງເວທີອັນສຳຄັນ ເພື່ອເພີ່ມທະວີການຮ່ວມມືດ້ານເຕັກ ນິກ, ການສ້າງບຸກຄະລາກອນ ແລະ ການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ເຊິ່ງຈະຊຸກຍູ້ການຮ່ວມມືດ້ານໄຟຟ້າ ລາວ-ຈີນ ໃຫ້ກ້າວໄປສູ່ລະດັບທີ່ສູງຂຶ້ນ ແລະ ປະກອບສ່ວນເຂົ້າໃນການເຊື່ອມໂຍງພະລັງງານໃນພາກພື້ນ ແລະ ການພັດທະນາແບບຍືນຍົງ.