Home ຂ່າວຕ່າງປະເທດ ສະຫະລັດອາເມຣິກາ ພັດທະນາ app ໃຊ້ AI ເພື່ອກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມື

ສະຫະລັດອາເມຣິກາ ພັດທະນາ app ໃຊ້ AI ເພື່ອກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມື

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພາ ຜ່ານມາ; ຜົນການສຶກສາໃໝ່ທີ່ພິມເຜີຍແຜ່ໃນວາລະສານວິທະຍາສາດ PNAS ເປີດເຜີຍວ່າ: ນັກຄົ້ນຄວ້າໃນສະຫະລັດ ອາເມຣິກາ ໄດ້ພັດທະນາແອັບພລິເຄຊັນໃນໂທລະສັບມືຖືທີ່ຂັບເຄື່ອນດ້ວຍປັນຍາປະດິດ (AI) ຊຶ່ງສາມາດປະເມີນລະດັບ hemoglobin ໃນເລືອດ ຫຼື ທາດໂປຣຕີນທີ່ພົບເຫັນຢູ່ໃນເມັດເລືອດແດງ ແລະ ກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມືຂອງຜູ້ໃຊ້ໂດຍບໍ່ມີການເຈາະເລືອດ.

ການສຶກສາພົບວ່າ: ແອັບພລິເຄຊັນດັ່ງກ່າວມີຄວາມຖືກຕ້ອງສູງເມື່ອປຽບທຽບກັບຜົນການກວດທີ່ຄົບຖ້ວນຂອງເມັດເລືອດ (complete blood count) ທີ່ລາຍງານຈາກຜູ້ໃຊ້ 9,061 ຄົນ, ໂດຍການໃຊ້ແອັບພລິເຄຊັນ 1.4 ລ້ານກວ່າຄັ້ງ ຍັງຊ່ວຍສ້າງແຜນທີ່ອັດຕາການແຜ່ກະຈາຍຂອງພະຍາດເລືອດຈາງແບບ Real-time ໃນທົ່ວສະຫະລັດ ອາເມຣິກາ ໄດ້ອີກດ້ວຍ.

ນັກຄົ້ນຄວ້າກ່າວວ່າ: ຄວາມສາມາດໃນການກວດທີ່ບໍ່ຕ້ອງເຈາະເລືອດ ແລະ ສາມາດເຂົ້າເຖິງໄດ້ຢ່າງງ່າຍດາຍ ເຮັດໃຫ້ແອັບພລິເຄຊັນນີ້ເປັນທາງເລືອກທີ່ມີທ່າແຮງສໍາລັບການກວດ ແລະ ຕິດຕາມອາການພະຍາດເລືອດຈາງໃນວົງກວ້າງ. ໂດຍສະເພາະໃນເຂດທີ່ມີຊັບພະຍາກອນຈໍາກັດ.

ທັງນີ້, ນັກຄົ້ນຄວ້າຍັງໄດ້ຍົກໃຫ້ເຫັນເຖິງທ່າແຮງຂອງແອັບພລິເຄຊັນໃນການຕິດຕາມສຸຂະພາບຂອງບຸກຄົນ ຊຶ່ງຈະຊ່ວຍໃຫ້ຄົນເຈັບທີ່ເປັນພະຍາດເລືອດຈາງສາມາດກວດສອບລະດັບ hemoglobin ຂອງຕົນໄດ້ເອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version