ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການກອຍກາ (KOICA) ແລະ ສະຖາບັນການເຕີບໂຕສີຂຽວ (GGGI) ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການ ເພື່ອປັບປຸງດ້ານສາທາລະນະສຸກ ແລະ ສິ່ງແວດລ້ອມໃນ ສປປ ລາວ ໄລຍະ II ຂຶ້ນໃນວັນທີ 8 ພຶດສະພາ 2025 ຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ (ນວ) ເປັນປະທານຮ່ວມຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທ່ານ ລິດຕາ ຂັດທິຍາ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ຊັງຊູ ໂອ ຫົວໜ້າອົງການກອຍກາ ປະຈຳລາວ ແລະ ທ່ານ ດັກມາ ສະເວເບີ ຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນ ປະຈໍາລາວ ມີບັນດາຮອງເຈົ້າຄອງ ນວ ຮອງເຈົ້າແຂວງ ແລະ ພາກ ສ່ວນກ່ຽວ ຂ້ອງ ຈາກພາກລັດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

ເພື່ອສືບຕໍ່ເສີມຂະຫຍາຍຄວາມສາມາດຂອງອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງການບໍລິການເກັບ ແລະ ກຳຈັດສິ່ງເສດເຫຼືອແບບບໍ່ລວມສູນ ຢູ່ ນວ ແລະ ແຂວງວຽງຈັນ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະທີ I (2017-2023) ທີ່ເຫັນວ່າມີຜົນສໍາເລັດຫຼາຍສົມຄວນ ໂດຍສະເພາະການບຳບັດນ້ຳເປື້ອນ ແລະ ສິ່ງເສດເຫຼືອ ເຮັດໃຫ້ສະພາບແວດລ້ອມຕົວເມືອງ ໃນ ສປປ ລາວ ໃນບາງຈຸດໄດ້ຮັບການປັບປຸງເທື່ອລະກ້າວ ໂຄງການໄລຍະ II ນີ້ ແມ່ນຈະດຳ ເນີນການໃນໄລຍະ 2023-2027 ໂດຍສືບຕໍ່ເອົາ ນວ ແຂວງວຽງຈັນ (ເມືອງວັງວຽງ) ແລະ ແຂວງສະຫວັນນະເຂດ (ນະຄອນໄກສອນພົມວິຫານ) ເປັນແຂວງເປົ້າໝາຍ ຄຽງຄູ່ກັບການເສີມຂະຫຍາຍຄວາມອາດສາມາດ ໃນການບໍາບັດນໍ້າເສຍ ແລະ ການບໍລິ ການໃຫ້ແກ່ເມືອງປາກເຊ ແລະ ເມືອງໄກສອນ ພົມວິຫານ.
ກອງປະຊຸມຄະນະຊີ້ນໍາໃນຄັ້ງນີ້ ໄດ້ສະຫຼຸບຕີລາຄາຜົນສໍາເລັດ ແລະ ຄວາມຄືບໜ້ານັບແຕ່ເລີ່ມຈັດຕັ້ງປະຕິບັດໃນທ້າຍປີ 2023 ເປັນຕົ້ນມາ ແລະ ປຶກສາຫາລືກ່ຽວກັບສິ່ງທ້າທ້າຍ ແລະ ມາດຕະການແກ້ໄຂ ແລະ ຫຼຸດຜ່ອນຄວາມສ່ຽງ ເພື່ອຮັບປະກັນການປະຕິບັດຢ່າງໂລ່ງລ່ຽນ ບາງຄວາມຄືບໜ້າທີ່ພົ້ນເດັ່ນລວມມີ ການພັດທະນາລະບົບການຈັດການຂີ້ເຫຍື້ອໃໝ່ ຢູ່ເມືອງສັງທອງ ແລະ ເມືອງວັງວຽງ ໂດຍການຮ່ວມມືກັບພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ໃນການສໍາຫຼວດ ແລະ ປະເມີນການ ສ້າງຂີ້ເຫຍື້ອ ແລະ ຈັດແຍກປະເພດຂອງຂີ້ເຫຍື້ອ ເຊິ່ງເປັນຂໍ້ມູນສໍາຄັນໃນການກໍານົດກິດຈະກໍາ ແລະ ແຜນວຽກຂອງໂຄງການ.