Home ບຸນປະເພນີ ຄວາມໝາຍ ແລະ ຄວາມສຳຄັນຂອງ ວັນວິສາຂະບູຊາ ວັນຂຶ້ນ 15 ຄ່ຳ ເດືອນ 6

ຄວາມໝາຍ ແລະ ຄວາມສຳຄັນຂອງ ວັນວິສາຂະບູຊາ ວັນຂຶ້ນ 15 ຄ່ຳ ເດືອນ 6

0

ຄຳວ່າ: “ວິສາຂະບູຊາ” ຫຍໍ້ມາຈາກຄຳວ່າ “ວິສາຂະປຸຣະນະມີບູຊາ” ແປວ່າ “ການບູຊາໃນວັນເພັງເດືອນວິສາຂະ” ດັ່ງນັ້ນ ວິສາຂະບູຊາ ຈຶ່ງໝາຍເຖິງ ການບູຊາໃນວັນເພັງເດືອນ 6.

ວັນວິສາຂະບູຊາ: ກົງກັບວັນຂຶ້ນ 15 ຄໍ່າ ເດືອນ 6 ຊຶ່ງມັກຈະກົງກັບເດືອນ ພຶດສະພາ ຫຼື ມີຖຸນາ ແຕ່ຖ້າປີໃດມີ ເດືອນ 8 ສອງຫົນ ບາງເທື່ອກໍ່ເລື່ອນໄປເປັນວັນຂຶ້ນ 15 ຄ່ຳ ກາງເດືອນ 7 ຫຼືປະມານເດືອນມີຖຸນາ ຢ່າງໃດກໍ່ຕາມ ໃນບາງປີຂອງບາງປະເທດອາດກຳນົດ ວັນວິສາຂະບູຊາ ບໍ່ກົງກັບຂອງບ້ານເຮົາ ເນື່ອງຈາກປະເທດເຫຼົ່ານັ້ນຢູ່ໃນຕຳແໜ່ງທີ່ຕ່າງໄປຈາກປະເທດເຮົາ ເຮັດໃຫ້ວັນເວລາຄາດເຄື່ອນໄປຕາມເວລາຂອງປະເທດນັ້ນໆ.

ປະຫວັດ ວັນວິສາຂະບູຊາ ແລະ ຄວາມສຳຄັນຂອງວັນວິສາຂະບູຊາ ຖືເປັນວັນສຳຄັນຫຼາຍທາງພຣະພຸດທະສາດສະຫນາ ເພາະເປັນວັນທີ່ເກີດ 3 ເຫດການສຳຄັນທີ່ກ່ຽວກັບວິຖີຊີວິດຂອງ ພຣະສຳມາສຳພຸດທະເຈົ້າ ວຽນມາບັນຈົບກັນໃນວັນເພັງເດືອນ 6 ແມ່ນວ່າຈະມີຊ່ວງລະຍະເວລາຫ່າງກັນນັບເວລາຫຼາຍສິບປີ ຊຶ່ງເຫດການອັດສະຈັນ 3 ປະການໄດ້ແກ່:

1. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າປະສູດ

ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີ ຂອງພຣະເຈົ້າສຸດໂທທະນະ ແຫ່ງກຸງກະບິນລະພັດ ທຣົງພຣະຄັນແກ່ຈວນຈະປະສູດ ພຣະນາງປ່ຽນພຣະຣາຊຖານໄປປະທັບ ທີ່ກຸງເທວະທະຫະ ເພື່ອປະສູດໃນຕະກຸນຂອງພຣະນາງຕາມປະເພນີນິຍົມໃນສະໄໝນັ້ນ ຂະນະສະເດັດແວະພັກຜ່ອນພຣະອິຣິຍະບົດໃຕ້ຕົ້ນສາລະນະ ສວນລຸມພີນີວັນ ພຣະນາງກໍ່ໄດ້ປະສູດພຣະໂອຣົດ ນະ ໃຕ້ຕົ້ນສາລະນັ້ນ ຊຶ່ງກົງກັບວັນເພັນເດືອນ 6 ກ່ອນພຸດທະສັກກະຣາດ 80 ປີ ຄຣັ້ນພຣະກຸມານປະສູດໄດ້ 5 ວັນ ກໍ່ໄດ້ຮັບການຖວາຍພຣະນາມວ່າ “ສິດທັດຖະ” ແປວ່າ “ສົມປາຖະນາ”

ເມື່ອຂ່າວການປະສູດແຜ່ໄປເຖິງອະສິຕະດາບົດ 4 ຜູ້ອາໄສຢູ່ໃນອາສົມເທິງເຂົາຫິມາໄລ ແລະ ມີຄວາມຄຸ້ນເຄີຍກັບພຣະເຈົ້າສຸດໂທທະນະ ດາບົດຈຶ່ງຍ່າງໄປເຂົ້າເຝົ້າ ແລະ ເມື່ອເຫັນ ພຣະລາດກຸມານ ກໍ່ທຳນາຍໄດ້ທັນທີວ່າ ນີ້ຄືຜູ້ຈະຕັດສະຮູ້ ເປັນພຣະສຳມາສຳພຸດທະເຈົ້າ ຈຶ່ງກ່າວພຣະຍາກອນວ່າ “ພຣະລາດກຸມານ ນີ້ຈະບັນລຸພຣະສຳພັນຍູຕະຍານ ເຫັນແຈ້ງພຣະນິບພານ ອັນບໍລິສຸດຢ່າງຍິ່ງ ທົງຫວັງປະໂຫຍດແກ່ຊົນເປັນອັນຫຼາຍ ຈະປະກາດທຳມະຈັກພົມມະຈັນ ຂອງພຣະກຸມານ ນີ້ຈັກແຜ່ຫຼາຍ” ແລ້ວຂາບລົງແທບພຣະບາດຂອງພຣະກຸມານ ພຣະເຈົ້າສຸດໂທທະນະທອດພຣະເນດເຫັນເຫດການນັ້ນທຣົງຮູ້ສຶກອັດສະຈັນ ແລະເປີ່ຍມປິຕິ ເຖິງກັບຊູດພຣະອົງລົງອະພິວາດພຣະຣາຊກຸມານຕາມຢ່າງດາບົດ

2. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າຕັດສະຮູ້ອະນຸຕຕະຣະສັມໂພທິຍານ ຫຼັງຈາກອອກບວດໄດ້ 6 ປີ ຈົນເມື່ອພຣະຊົນມາຍຸ 35 ພັນສາ ເຈົ້າຊາຍສິດທັດຖະ ກໍ່ໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ໃຕ້ຮົ່ມໄມ້ສີມະຫາໂພ ຝັ່ງແມ່ນ້ຳເນຣັນຊຣາ ຕຳບົນອຸຣຸເວລາເສນານິຄົມ ໃນຕອນເຊົ້າມືດຂອງວັນພຸດ ຂຶ້ນ 15 ຄ່ຳ ເດືອນ 6 ປີຣະກາ ກ່ອນພຸດທະສັກກະຣາຊ 45 ປີ ປັດຈຸບັນສະຖານທີ່ຕັດສະຮູ້ ແຫ່ງນີ້ເອີ້ນວ່າ ພຸດທະຄະຍາ ເປັນຕຳບົນໜຶ່ງຂອງເມືອງຄະຍາ ແຫ່ງລັດພິຫານຂອງອິນເດຍສິ່ງທີ່ຕັດສະຮູ້ ຄື ອະຣິຍະສັດສີ່ ເປັນຄວາມຈິງອັນປະເສີດ 4 ປະການ ຂອງພຣະພຸດທະເຈົ້າ ຊຶ່ງພຣະພຸດທະເຈົ້າສະເດັດໄປທີ່ຕົ້ນມະຫາໂພ ແລະ ໄດ້ຈະເລີນສະມາທິພາວະນາຈົນຈິດ ເປັນສະມາທິໄດ້ຊານທີ 4 ແລ້ວບຳເພັນພາວະນາຕໍ່ຈົນໄດ້ຊານ 3 ຄື: ປະຖົມມະຍາມ: ໄດ້ບັນລຸ “ປຸບເພນິວາສານຸຕິຍານ” ຄື ໄດ້ລະນຶກຊາດໃນອະດີດທັງຂອງຕົນ ແລະ ຜູ້ອື່ນໄດ້ຍາມສອງ: ໄດ້ບັນລຸ “ຈຸຕູປປາຕຍານ” ຄື ການຮູ້ແຈ້ງການເກີດ ແລະດັບຂອງສັບພະສັດທັງຫຼາຍ ດ້ວຍການມີຕາທິບສາມາດເຫັນການຈຸຕິ ແລະອຸບັດຂອງວິນຍານທັງຫຼາຍ ຍາມສາມ ຫຼື ຍາມສຸດທ້າຍ: ໄດ້ບັນລຸ “ອາສະວັກຂະຍານ” ຄື ຮູ້ວິທີກຳຈັດກິເລດດ້ວຍ ອະຣິຍະສັດ 4(ທຸກຂ໌ ສມຸທັຍ ນິໂຣທ ມັຄ) ໄດ້ຕຣັສຮູ້ເປັນພຣະສັມມາສັມພຸດທະເຈົ້າ ໃນຄືນວັນເພັນເດືອນ 6 ຊຶ່ງຂະນະນັ້ນພຣະພຸດທະອົງມີພຣະຊົນມາຍຸໄດ້ 35 ພັນສາ

3. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າສະເດັດເຂົ້າສູ່ປະຣິນິບພານ (ດັບສັງຂານບໍ່ກັບມາເກີດສ້າງຊາດ ສ້າງພົບອີກຕໍ່ໄປ) ເມື່ອພຣະພຸດທະເຈົ້າໄດ້ຕັດສະຮູ້ ແລະ ສະແດງທຳເປັນເວລານານເຖິງ 45 ປີ ຈົນມີພຣະຊົນມາຍຸໄດ້ 80 ພັນສາ ໄດ້ປະທັບຈຳພັນສາ ນ ເວລຸຄາມ ໃກ້ເມືອງເວສາລີ ແຄວ້ນວັດຊີ ໃນລະຫວ່າງນັ້ນທຣົງປະຊວນຢ່າງໜັກ ຄຣັ້ນເມື່ອເຖິງວັນເພັນເດືອນ 6 ພຣະພຸດທະອົງກັບພຣະພິກຂຸສົງທັງຫຼາຍກໍ່ໄປຮັບພັດຕາຫານບິນທະບາດທີ່ບ້ານທ້າວຈຸນທະ ຕາມຄຳຂໍນິມົນ ພຣະອົງສະເຫວີຍສຸກອນມັດທະວະ ທີ່ທ້າວຈຸນທະຕັ້ງໃຈເຮັດຖວາຍກໍ່ເກີດອາພາດລົງ ແຕ່ທຣົງອົດກັ້ນມຸ່ງສະເດັດໄປຍັງເມືອງກຸສິນາຣາ ປະທັບໃນປ່າສາລະ ເພື່ອສະເດັດດັບຂັນທ໌ປຣິນິບພານເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະພຸດທະອົງກໍ່ທຣົງປະທານປັຈສິມໂອວາດວ່າ “ດູກອນພິກຂຸທັງຫຼາຍອັນວ່າສັງຂານທັງຫຼາຍຍ່ອມມີຄວາມເສື່ອຍສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງຍັງກິດທັງປວງອັນເປັນປະໂຫຍດຂອງຕົນ ແລະ ປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເຖີດ”ຫຼັງຈາກນັ້ນກໍ່ສະເດັດດັບຂັນທ໌ປຣິນິບພານ ໃນຣາຕຣີເພັນເດືອນ 6 ນັ້ນ.

ວັນວິສາຂະບູຊາ ເປັນວັນສຳຄັນສາກົນຂອງສະຫະປະຊາຊາດ

ວັນວິສາຂະບູຊາ: ຖືເປັນວັນສຳຄັນທີ່ສຸດທາງພຣະພຸດທະສາດສະຫນາ ເນື່ອງຈາກລ້ວນມີເຫດການທີ່ກ່ຽວຂ້ອງກັບການຖືກຳເນີດ ຂອງພຣະພຸດທະສາດສະຫນາ ຄື ເປັນວັນທີ່ພຣະສາດສະດາ ຄື ພຣະສຳມາສຳພຸດທະເຈົ້າປະສູດ ຕັດສິຮູ້ ແລະ ປະຣິນິບພານ ດັ່ງນັ້ນ ພຸດທະສາດສະນິກຊົນ ທົ່ວໂລກ ຈຶ່ງໃຫ້ຄວາມສຳຄັນກັບວັນວິສາຂະບູຊານີ້ ແລະ ໃນວັນທີ 13 ທັນວາ ພ.ສ 2542 (ຄສ ອົງການສະຫະປະຊາຊາດໄດ້ຍອມຮັບຍັດຕິທີ່ປະຊຸມ ກຳນົດໃຫ້ວັນວິສາຂະບູຊາເປັນວັນສຳຄັນຂອງໂລກ ໂດຍເອີ້ນວ່າ Vesak Day ຕາມຄຳເອີ້ນ ຂອງຊາວສີລັງກາ ຜູ້ທີ່ຍື່ນເລື່ອງໃຫ້ສະຫະປະຊາຊາດພິຈາລະນາ ແລະ ໄດ້ກຳນົດວັນວິສາຂະບູຊານີ້ ເປັນວັນຢຸດວັນໜຶ່ງ ຂອງສະຫະປະຊາຊາດອີກດ້ວຍ ທັງນີ້ກໍ່ເພື່ອໃຫ້ຊາວພຸດທົ່ວໂລກໄດ້ມີໂອກາດບຳເພັນບຸນເນື່ອງໃນວັນປະສູດ ຕຣັສຮູ້ ແລະປຣິນິບພານຂອງພຣະບຣົມສາສດາ ໂດຍການທີ່ສະຫະປະຊາຊາດໄດ້ກຳນົດໃຫ້ວັນວິສາຂະບູຊາເປັນວັນສຳຄັນຂອງໂລກນັ້ນ ໄດ້ໃຫ້ເຫດຜົນໄວ້ວ່າ ອົງສົມເດັດ ພຣະສຳມາສຳພຸດທະເຈົ້າ ທົງເປັນມະຫາບຸຣຸດ ຜູ້ໃຫ້ຄວາມເມຕຕາ ຕໍ່ໝູ່ມວນມະນຸດ ເປີດໂອກາດໃຫ້ທຸກສາດສະຫນາ ສາມາດເຂົ້າມາສຶກສາພຸດທະສາດສະຫນາ ເພື່ອພິສູດຫາຂໍ້ເທັດຈິງໄດ້ໂດຍບໍ່ຈຳເປັນຕ້ອງປ່ຽນມານັບຖືສາດສະຫນາພຸດ ແລະ ສັ່ງສອນທຸກຄົນໂດຍໃຊ້ປັນຍາທິຄຸນໂດຍບໍ່ຄິດຄ່າຕອບແທນການປະກອບພິທີໃນວັນວິສາຂະບູຊາ

­ກິດຈະກຳທີ່ພຸດທະສາດນິກຊົນ ປະຕິບັດໃນ ວັນວິສາຂະບູຊາ ໄດ້ແກ່:

1. ທຳບຸນໃສ່ບາດ ຢາດນ້ຳອຸທິດສ່ວນກຸສົນໃຫ້ພີ່ນ້ອງທີ່ລ່ວງລັບ ແລະ ເຈົ້າກຳນາຍເວນ

2. ຕຽມຂອງຄາວຫວານໄປທຳບຸນຖວາຍພັດຕາຫານທີ່ວັດ ແລະປະຕິບັດທັມ ຟັງທັມມະເທສນາ

3. ປ່ອຍນົກປ່ອຍປາ ເພື່ອສ້າງບຸນກຸສົນ

4. ຮ່ວມວຽນທຽນອ້ອມສິມທີ່ວັດໃນຕອນຄ່ຳ ເພື່ອລະນຶກເຖິງຄຸນພຣະພຸດ ພຣະທັມ ພຣະສົງ

5. ຮ່ວມກິຈກຳກ່ຽວກັບວັນສຳຄັນທາງພຸດທະສາສນາ

6. ຈັດສະແດງນິທົດສະການ ປະຫວັດ ຫຼື ເລື່ອງຄວາມເປັນມາກ່ຽວກັບ ວັນວິສາຂະບູຊາ ຕາມໂຮງຮຽນ ຫຼື ສະຖານທີ່ລາດການນຕ່າງໆ ເພື່ອໃຫ້ຄວາມຮູ້ ແລະ ເປັນການຮ່ວມລະນຶກເຖິງຄວາມສຳຄັນຂອງ ວັນວິສາຂະບູຊາ

7. ປະດັບທຸງຊາດ ສາດສະຫນາໃນວັດ

8. ບຳເພັນສາທາລະນະປະໂຫຍດ

ຫຼັກທຳທີ່ສຳຄັນໃນ ວັນວິສາຂະບູຊາ ທີ່ຄວນນຳມາປະຕິບັດ

ໃນວັນວິສາຂະບູຊາ ພຸດທະສາດນິກຊົນ ທັງຫຼາຍຄວນຢຶດໝັ້ນໃນຫຼັກທຳ ຊຶ່ງຫຼັກທັມທີ່ຄວນນຳມາປະຕິບັດໃນ ວັນວິສາຂບູຊາໄດ້ແກ່:

1. ຄວາມກະຕັນຍູ

ຄືການຮູ້ຄຸນຄົນ ເປັນຄຸນນະທັມທີ່ຄູ່ກັບຄວາມກະຕະເວທີ ຊຶ່ງໝາຍເຖິງການຕອບແທນຄຸນທີ່ມີຜູ້ເຮັດໄວ້ ຄວາມກະຕັນຍູ ແລະຄວາມກະຕະເວທີນີ້ ເປັນເຄື່ອງໝາຍຂອງຄົນດີ ເຮັດໃຫ້ຄອບຄົວ ແລະສັງຄົມມີຄວາມສຸກ ຊຶ່ງຄວາມກະຕັນຍູກະຕະເວທີ ນັ້ນສາມາດເກີດຂຶ້ນໄດ້ກັບທັງ ບິດາມານດາ ແລະລູກ ຄູອາຈານກັບນັກຮຽນ ນາຍຈ້າງກັບລູກຈ້າງຯລຯ

ໃນພຣະພຸດທະສາສນາ ປຽບພຣະພຸດທະເຈົ້າດັ່ງກັບບຸພກາຣີ ຜູ້ຊີ້ໃຫ້ເຫັນທາງຫຼຸດພົ້ນແຫ່ງຄວາມທຸກ ດັ່ງນັ້ນພຸດທະສາສນິກຊົນຈຶ່ງຄວນຕອບແທນດ້ວຍຄວາມກະຕັນຍູກະຕະເວທີດ້ວຍການທຳນຸບຳລຸງພຣະພຸດທະສາດສະຫນາ ແລະ ດຳລົງພຣະພຸດທະສາດສະຫນາໃຫ້ຢູ່ສືບໄປ.

2. ອຣິຍສັຈ 4 ຄືຄວາມຈິງອັນປະເສີດ 4 ປະການທີ່ພຣະພຸດທະເຈົ້າທຣົງຕຣັສຮູ້ໃນວັນວິສາຂະບູຊາ ໄດ້ແກ່: ທຸກ ຄື ປັນຫາຂອງຊີວິດ ສະພາວະທີ່ທົນໄດ້ຍາກ ຊຶ່ງທຸກຂັ້ນພື້ນຖານ ຄື ການເກີດ ແກ່ ແລະ ຕາຍ ລ້ວນເປັນສິ່ງທີ່ທຸກຄົນຕ້ອງຜະເຊີນສະມຸທັຍ ຄື ຕົ້ນເຫດຂອງປັນຫາ ຫຼື ສາເຫດຂອງການເກີດທຸກ ແລະ ສາເຫດສ່ວນໃຫຍ່ຂອງປັນຫາເກີດຈາກ “ຕັນຫາ” ອັນໄດ້ແກ່ ຄວາມຢາກໄດ້ຕ່າງໆຢ່າງບໍ່ມີທີ່ສິ້ນສຸດ

ນິໂຣທ ຄື ຄວາມດັບທຸກ ເປັນສະພາບທີ່ຄວາມທຸກໝົດໄປ ເພາະສາມາດດັບກິເລດ ຕັນຫາ ອຸປາທານອອກໄປໄດ້

ມັດ ຄື ຫົນທາງທີ່ນຳໄປສູ່ການດັບທຸກ ເປັນການປະຕິບັດເພື່ອແກ້ປັນຫາ ມີ 8 ປະການ ໄດ້ແກ່ ຄວາມເຫັນຊອບ ດຳຣິຊອບ ວາຈາຊອບ ກະທຳຊອບ ລ້ຽງຊີບຊອບ ພະຍາຍາມຊອບ ລະນຶກຊອບ ຕັ້ງຈິດໝັ້ນຊອບ.

3. ຄວາມບໍ່ປະໝາດຄືການມີສະຕິຕລອດເວລາ ບໍ່ວ່າຈະເຮັດອັນໃດ ເວົ້າອັນໃດ ຄິດອັນໃດ ລ້ວນຕ້ອງໃຊ້ສະຕິ ເພາະສະຕິຄືການລະນຶກໄດ້ ການລະນຶກໄດ້ຢູ່ສະເໝີ ຈະເຮັດໃຫ້ເຮົາໃຊ້ຊີວິດຢ່າງບໍ່ປະໝາດ ຊຶ່ງຄວາມປະໝາດນັ້ນຈະເຮັດໃຫ້ເກີດປັນຫາຫຍຸ້ງຍາກຕາມມາ ດັ່ງນັ້ນໃນວັນນີ້ພຸດທະສາສນິກຊົນຈະພາກັນນ້ອມລະນຶກເຖິງຄຸນພຣະພຸດທະເຈົ້າ ພຣະທຳ ແລະພຣະສົງ ດ້ວຍຄວາມມີສະຕິ

ວັນວິສາຂະບູຊາ: ນັບວ່າເປັນວັນທີ່ມີຄວາມສຳຄັນສຳລັບພຸດທະສາສະນິກຊົນທຸກຄົນ ເປັນວັນທີ່ມີການເຮັດພິທີພຸດທະບູຊາ ເພື່ອເປັນການນ້ອມລະນຶກເຖິງພຣະວິສຸດທິຄຸນ ພຣະປັນຍາຄຸນ ແລະ ພຣະມະຫາກະຣຸນາທິຄຸນ ຂອງພຣະສັມມາສັມພຸດທະເຈົ້າທີ່ມີຕໍ່ມວນມະນຸດ ແລະສັບພະສັດ ອີກທັງເພື່ອເປັນການລະນຶກເຖິງເຫດການອັນໜ້າອັດສະຈັນທັງ 3 ປະການ ທີ່ມາບັງເກີດໃນວັນດຽວກັນ ແລະ ນຳຫຼັກທັມຄຳສັ່ງສອນຂອງພຣະພຸດທະອົງມາເປັນແນວທາງການປະຕິບັດໃນການດຳລົງຊີວິດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version