Home ຂ່າວການເມືອງ ກະຊວງການຕ່າງປະເທດ ລາວ ແລະ ໄທ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

ກະຊວງການຕ່າງປະເທດ ລາວ ແລະ ໄທ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື

0

ໃນຕອນເຊົ້າຂອງວັນທີ 2 ພຶດສະພາ 2025, ທີ່ ບາງກອກ, ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ໃນໂອກາດນຳພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ (OECD Southeast Asia Regional Programme 2025).

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ ຄະນະຜູ້ແທນຂອງ ສປປ ລາວ ໃນການເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຮ່ວມຈັດກອງປະຊຸມດັ່ງກ່າວຂອງໄທ ແລະ ຍັງໄດ້ສະແດງຄວາມຂອບໃຈຝ່າຍໄທ ທີ່ໄດ້ແຕ່ງຕັ້ງຜູ້ຕາງໜ້າລັດຖະບານ ໄປເຂົ້າຮ່ວມພິທີຊາປະນະກິດ ພະນະທ່ານ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 7 ເມສາ 2025 ທີ່ຜ່ານມາ.

ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ເຫັນວ່າໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດໄລຍະ 75 ປີ ຜ່ານມາ ໂດຍກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ; ບັນດາໂຄງການຮ່ວມມືຂອງສອງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດເປັນກ້າວໆມາ; ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ, ລວມເຖິງການພົບປະຫາລື ລະຫວ່າງສອງປະເທດ ໄດ້ສືບຕໍ່ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ແນໃສ່ສ້າງຄວາມເປັນເອກະພາບ ແລະ ຄວາມເຂົ້າໃຈດ້ານນະໂຍບາຍໃນການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ, ໃນນັ້ນສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດການສະເດັດຢ້ຽມຢາມ ສປປ ລາວ ຂອງ ກົມສົມເດັດພະເທບ ໃນວັນທີ 21-24 ເມສາ 2025 ທີ່ຜ່ານມາ. ສອງຝ່າຍ ຍັງໄດ້ລົງເລິກປຶກສາຫາລືກັນໃນຫຼາຍຂົງເຂດວຽກງານ ເປັນຕົ້ນແມ່ນການກຽມຄວາມພ້ອມພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ທີ່ມີແຜນຈະຈັດຂຶ້ນໃນທ້າຍປີ 2025, ວຽກງານການພັດທະນາບໍລິເວນຊາຍແດນຂອງສອງປະເທດ, ການຮ່ວມມືດ້ານແຮງງານ, ການຮ່ວມມືໃນຂອບອົງການ OECD, ການຮ່ວມມືໃນກຸ່ມ BRICS ແລະ ອື່ນໆ. ພ້ອມກັນນີ້, ສອງຝ່າຍ ເຫັນດີທີ່ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນວຽກງານຕ່າງປະເທດໃນເວທີຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ແລະ ດໍາເນີນໄປດ້ວຍດີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version