Home ແຈ້ງການສໍາຄັນ ເຝົ້າລະວັງ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ ບໍ່ໃຫ້ແຜ່ລະບາດເຂົ້າມາ ສປປລາວ

ເຝົ້າລະວັງ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ ບໍ່ໃຫ້ແຜ່ລະບາດເຂົ້າມາ ສປປລາວ

0

ກະຊວງກະສິກໍາ ແລະ ປ່າໄມ້ ອອກແຈ້ງການເລກທີ 1603 ລົງວັນທີ 2 ພຶດສະພາ 2025 ກ່ຽວກັບ ການເພີ່ມທະວີການເຝົ້າລະວັງ ແລະ ຈັດຕັ້ງປະຕິບັດມາດຕະການ ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ ບໍ່ ໃຫ້ແຜ່ລະບາດເຂົ້າມາ ສປປລາວ.

ປະຈຸບັນພະຍາດໄຂ້ເລືອດຕ່ຳ ກຳລັງລະບາດຢູ່ຈັງຫວັດມຸກດາຫານ, ປະເທດໄທ ຊຶ່ງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນ້ຳນົມ ເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ ຊຶ່ງເຮັດໃຫ້ສັດລ້ຽງຕາຍເປັນຈຳນວນຫຼາຍ, ພະຍາດດັ່ງກ່າວ ເກີດຈາກເຊື້ອກາລະໂລກ ທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ(Bacillus Anthracis) ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດ ຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດີນ ໄດ້ເປັນເວລາດົນ.

ສັດທີ່ໄດ້ຮັບເຊື້ອຈະມີອາການເລືອດເປັນພິດຢ່າງຮ້າຍແຮງ ເຮັດໃຫ້ເມັດເລືອດແດງແຕກ ແລ້ວສັດຈະສົ່ງເຊື້ອອອກທາງອາຈົມ, ນ້ຳຍ່ຽວ, ນ້ຳນົມ, ເລືອດ ແລະ ອື່ນໆ.ພະຍາດໄຂ້ເລືອດດຳ ສາມາດຕິດຕໍ່ຈາກສັດສູ່ຄົນ ໂດຍການສຳພັດ ແລະ ການບໍລິໂພກຊີ້ນສັດ ທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້. ສະນັ້ນ, ເພື່ອກະກຽມຄວາມພ້ອມໃນການຮັບມື ແລະ ເພື່ອເປັນການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັນ ພະຍາດໄຂ້ເລືອດດໍາ ທີ່ກຳລັງລະບາດຢູ່ປະເທດໄທ ແລະ ຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ລາມ ເຂົ້າມາ ສປປລາວ.

ອ່ານລາຍລະອຽດ ກ້ອງຄອມເມັ້ນ .

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version