ໃນວັນທີ 2 ພຶດສະພາ 2025 ນີ້, ທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ຕິດຕາມການຫັດແອບ ແລະ ພົບປະກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ທີ່ນະຄອນຫຼວງມົດສະກູ ສ ຣັດເຊຍ.

ພາຍຫຼັງຕິດຕາມການຫັດແອບ ແລະ ຮັບຟັງການລາຍງານຫຍໍ້ ຈາກຄະນະຊີ້ນຳກ້ອນກຳລັງສວນສະໜາມ ທ່ານເອກອັກຄະລັດຖະທູດໄດ້ເຄື່ອນໄຫວກວດກາສະຖານທີ່ພັກເຊົາ, ຫ້ອງອາຫານ ແລະ ພົບປະໂອ້ລົມ ຕໍ່ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເຊິ່ງທ່ານໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກສະຫາຍທີ່ໄດ້ສູ້ຊົນຫັດແອບຢ່າງຕັ້ງໜ້າບຸກບືນ, ທຸ່ມເທຜ່ານຜ່າອຸປະສັກນານາປະການ ພ້ອມທັງອວຍພອນໄຊໃຫ້ກ້ອນກຳລັງສວນສະໜາມ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນເຮັດສຳເລັດໜ້າທີ່ ທີ່ ພັກ-ລັດ ມອບໝາຍໃຫ້ສຳເລັດຢ່າງຈົບງາມ.
ໃນການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານຍັງໄດ້ນຳເອົາວັດຖຸປັດໄຈຈຳນວນໜຶ່ງ ມາມອບໃຫ້ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ເຊິ່ງຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ພ້ອມທັງກ່າວສະເເດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ທ່ານເອກອັກຄະລັດຖະທູດ ພ້ອມຄະນະ ທີ່ຍາມໃດກໍເປັນຫ່ວງເປັນໃຍ, ຊຸກຍູ້ໃຫ້ກຳລັງໃຈກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າ: ຈະນຳພາ-ຊີ້ນໍາກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ຈັດຕັ້ງເຝິກແອບເດີນສວນສະໜາມໃຫ້ໄດ້ຄຸນນະພາບ ແລະ ເຂົ້າຮ່ວມພິທີດັ່ງກ່າວໃຫ້ມີຜົນສຳເລັດຢ່າງຈົບງາມ ຕາມການຈັດຕັ້ງພັກ-ລັດ ມອບໝາຍໃຫ້.