Home ຂ່າວການເມືອງ 1 ພຶດສະພາ ບຸນປາງໃຫຍ່ຂອງຊົນຊັ້ນຊາວຜູ້ອອກແຮງງານ

1 ພຶດສະພາ ບຸນປາງໃຫຍ່ຂອງຊົນຊັ້ນຊາວຜູ້ອອກແຮງງານ

0

ວັນທີ 1 ພຶດສະພາ ປີ 1886 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເປັນວັນທີ່ຊົນຊັ້ນກຳມະກອນ ໄດ້ເຕົ້າໂຮມ ແລະ ສາມັກຄີກັນ ລຸກຮື້ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດ ອັນຊອບທຳຂອງຕົນ ຈາກພວກນາຍທຶນ.

ໃນທ້າຍສະຕະວັດທີ 18 ຫາ ຕົ້ນສະຕະວັດທີ 19 ມີຫຼາຍປະເທດໃນເອີລົບ ແລະ ອາເມລິກາໄດ້ສໍາເລັດການໂຄ້ນລົ້ມ ລະບອບສັກດິນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ ບັນດາປະເທດເຫຼົ່ານັ້ນ ຈຶ່ງໄດ້ກ້າວເຂົ້າສູ່ການຜະລິດແບບອຸດສາຫະກໍາ ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ ໂຮງງານຂຶ້ນຫຼາຍແຫ່ງ ຈາກນັ້ນ ຈໍານວນກຳມະກອນ ແລະ ຊາວຜູ້ ອອກແຮງງານ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ ຢູ່ພາຍໃຕ້ການປົກຄອງ ຂອງພວກນາຍທຶນ ຊົນຊັ້ນກໍາມະກອນ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ຊີວິດການເປັນຢູ່ ນັບມື້ນັບທຸກຍາກ ລຳ ບາກ ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14 ຫາ 15 ຊົ່ວໂມງຕໍ່ມື້ ແຕ່ໄດ້ຄ່າແຮງງານຕໍ່າ ຍ້ອນສາຍເຫດດັ່ງກ່າວ ຈຶ່ງມີຫຼາຍຂະບວນການຂອງກຳມະກອນລຸກຂຶ້ນ ຕໍ່ສູ້ເຊັ່ນ:

 ຂະບວນການຕໍ່ສູ້ລຸກຮື້ຂຶ້ນ ຂອງກຳມະກອນເກີດຂຶ້ນ ຄັ້ງທຳອິດແມ່ນຢູ່ ປະເທດອັງກິດ ໃນປີ 1764 ເພື່ອປົກປ້ອງເອົາສິດ ແລະ ຜົນປະ ໂຫຍດອັນຊອບທໍາມາສູ່ຕົນເອງ ຊົນຊັ້ນກໍາມະກອນຈຶ່ງໄດ້ຈັດຕັ້ງ “ ອົງການກໍາມະບານ “ ເປັນຕົວແທນຂອງຕົນຂຶ້ນ ຈຶ່ງເຮັດໃຫ້ຂະບວນ ການຕໍ່ສູ້ຂອງຊົນຊັ້ນກໍາມະກອນ ຊາວຜູ້ອອກແຮງງານນັບມື້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ໃນປີ 1830 ຊຶ່ງເປັນຂະບວນການຕໍ່ສູ້ ທີ່ກວ້າງຂວາງທົ່ວປະເທດ ຂອງຊົນຊັ້ນກຳມະກອນ.

 ຕໍ່ມາຂະບວນການລຸກຮື້ຂຶ້ນຂອງກຳມະກອນ ຢູ່ ປະເທດຝລັ່ງ ເມືອງ ລີອົງ ໃນປີ 1831 ໃນເບື້ອງຕົ້ນຂະບວນປະທ້ວງແບບສັນຕິ ຮຽກຮ້ອງໃຫ້ເຈົ້າຂອງໂຮງຈັກ ໂຮງງານ ເພີ່ມເງິນເດືອນ ປັບປຸງເງື່ອນໄຂສະຖານທີເຮັດວຽກ ແຕ່ຖືກຊົນຊັ້ນນາຍທຶນປາບປາມ ດ້ວຍການໃຊ້ປືນຍິງໃສ່ມວນຊົນ ຕໍ່ເຫດການດັ່ງກ່າວ ກຳມະກອນຈຶ່ງຕ້ອງຈັບປືນລຸກຂຶ້ນຕ້ານຄືນ ແລະ ຢຶດໄດ້ຕົວເມືອງເປັນເວລາສາມວັນ ຕໍ່ມາຂະບວນການດັ່ງ ກ່າວ ໄດ້ຖືກສະຫຼາຍຕົວ ຍ້ອນພວກນາຍທຶນປາບປາມ ຢ່າງຮຸນແຮງ.

 ໃນເດືອນ ພະຈິກ ປີ 1884 ຢູ່ເມືອງຫຼວງ ຊີກາໂກ້ ຂອງ ປະເທດສະຫະລັດອາເມລິກາ ຊົນຊັ້ນກຳມະກອນ ໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ມີການເພີ້ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຮຽກຮ້ອງໃຫ້ກໍາມະກອນ ແລະ ຊາວຜູ້ອອກແຮງືງານລຸກຂຶ້ນຕໍ່ສູ້ທວງເອົາສິດຂອງຕົນ.

 ຂະບວນກຳມະກອນ ຢູ່ ປະເທດເຢຍລະມັນ ໃນປີ 1884 ໄດ້ມີການລຸກຮື້ຂຶ້ນ ໃນຂະບວນການປະທ້ວງຂອງກຳມະກອນຕໍ່າແຜ່ນ ເຮັດໃຫ້ມີຫຼາຍຄົນຖືກຈັບ ຕໍ່ຂະບວນການດັ່ງກ່າວ ໄດ້ເປັນເຫດການທາງດ້ານປະຫັວດສາດ ທີ່ຍິ່ງໃຫຍ່ຂອງຂະບວນການກຳມະກອນ ປະເທດເຢຍລະ ມັນ ແລະ ສົ່ງຜົນກະທົບຕໍ່ຂະບວນການຕໍ່ສູ້ ຂອງກໍາມະກອນ ຢູ່ບັນດາປະເທດ ເອີຣົບ ແລະ ອາເມລິກາ ໃນສັດຕະວັດ ທີ 19.

 ມາຮອດວັນທີ 1 ພຶດສະພາ ປີ 1886 ໄດ້ມີເຫດການ ທີ່ມີຄວາມໝາຍທາງດ້ານປະຫັວດສາດຂອງຂະບວນການກຳມະກອນ ປະເທດອາເມລິ ກາ ແມ່ນການເດີນປະທ້ວງໃຫຍ່ທີ່ສຸດ ຂະບວນການດັ່ງກ່າວ ໄດ້ຮຽກ ຮ້ອງເອົາສິດທິໃນການອອກແຮງງານ ມື້ໜຶ່ງ 8 ຊົ່ວໂມງ(8 ຊົ່ວໂມງເຮັດ ວຽກ 8 ຊົ່ວໂມງພັກຜອ່ນ, 8 ຊົ່ວໂມງໃຫ້ໄດ້ມີໂອກາດໄດ້ຮໍ່າຮຽນ) ໃນມື້ນັ້ນໄດ້ມີກໍາມະກອນພາກັນນັດຢຸດງານ ເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດສະຫະລັດອາເມລິກາເຊັ່ນ: ນິວຢອກ ບານຕີມໍ ວໍຊິງຕັນ ແລະ ອື່ນໆ ໄດ້ດຶງດູດກຳມະກອນ ຈຳນວນ 340.000 ພັນຄົນ ພອ້ມກັນແຮ່ປະທ້ວງຕາມເສັ້ນທາງ ພາຍໃຕ້ການນໍາພາຂອງສະຫະ ພັນແຮງງານອາເມລິກາ ເຖິງວ່າ ການປະທ້ວງຈະຖືກປາບປາມ ກຳມະ ກອນຖືກລົ້ມຕາຍ ຖືກບາດເຈັບ, ແຕ່ສຸດທ້າຍຂະບວນການດັ່ງກ່າວ ກໍໄດ້ຮັບໄຊຊະນະ ຢູ່ບອ່ນວ່າ: ໄດ້ມີກຳມະກອນ ຈຳນວນ 182.000 ຄົນ ໄດ້ເຮັດວຽກ ມື້ໜຶ່ງ 8 ຊົ່ວໂມງ ຫຼາຍກ່ວາໝູ່ແມ່ນ ກຳມະກອນໃນຂະແໜງກໍ່ສ້າງ ຈາກຂະບວນການຕໍ່ສູ້ດັ່ງກ່າວ ໃນກອງປະຊຸມໃຫຍ່ພັກຄອມມູນິດສາກົນ ຄັ້ງທີ 2 ທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝລັ່ງ ໃນວັນທີ 14 ພຶດສະພາ ປີ 1889 ຈຶ່ງໄດ້ຮັບຮອງເອົາ ວັນທີ 1 ພຶດສະພາ ປີ 1886 ເປັນວັນກໍາມະກອນສາກົນ ຈົນມາເຖິງປັດຈຸບັນນີ້.

ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ໄດ້ກາຍເປັນວັນບຸນໃຫຍ່ ທີ່ມີຄວາມໝາຍສຳຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເປັນວັນບຸນມະຫາສາມັກຄີ ທີ່ຊົນຊັ້ນກຳມະກອນ ທີ່ໄດ້ສະແດງພະລັງແຮງ ທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະຫຼອງຢ່າງຄຶກຄື້ນ ໃນແຕ່ລະປີ ຢູ່ຫຼາຍປະເທດທົ່ວໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version