Home ຂ່າວພາຍໃນ ກອງປະຊຸມຄົ້ນຄວ້າປຶກສາຫາລືກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ

ກອງປະຊຸມຄົ້ນຄວ້າປຶກສາຫາລືກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ

0

ວັນທີ 25 ເມສາ 2025 ນີ້, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ດໍາເນີນກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ເພື່ອຂໍ່າຮັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນອະນຸກຳມະການ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ສະຫາຍ ພັນເອກ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ບັນດາອະນຸກໍາມະການຮັບຜິດຊອບແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ແລະ ຜ່ານແຜນການ ແຕ່ງເພງມູນເຊື້ອແມ່ຍິງກອງທັບ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ. ຈຸດປະສົງໃນການແຕ່ງເພງຄັ້ງນີ້ ເພື່ອເປັນການສ້າງບັນຍາກາດ ປູກຈິດສໍານຶກໃຫ້ສະມາຊິກ ສະຫະພັນແມ່ຍິງທົ່ວກອງທັບ ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດມູນເຊື້ອການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເສີມຂະຫຍາຍແນວຄິດຮັກຊາດ, ຮັກການປະຕິວັດ, ຮັບຮູ້ເຖິງບົດບາດອັນສໍາຄັນຂອງແມ່ຍິງລາວ ບັນດາເຜົ່າ, ຮູ້ປົກປັກຮັກສາ ແລະ ສືບທອດຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວມູນເຊື້ອປະຕິວັດ ແລະ ວັດທະນະທຳອັນດີງາມຂອງຊາດ ໃຫ້ຍືນຍົງຕະຫຼອດໄປ. ນອກນັ້ນ, ຍັງມີຄາດໝາຍເພື່ອສ່ອງແສງເຖິງນໍ້າໃຈຟົດຟື້ນປະຕິວັດ ແລະ ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ຄວາມອົດທົນ, ຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງກອງທັບ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງເລື້ອຍໆ.

ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄຳເຫັນໂອ້ລົມ ເນັ້ນໜັກຕໍ່ພະນັກງານທີ່ໄດ້ຮັບຜິດຊອບແຕ່ງບົດເພງມູນເຊື້ອແມ່ຍິງກອງທັບ ເອົາໃຈໃສ່ເນື້ອໃນບົດເພງໃຫ້ມີຄວາມໝາຍ,ຄວາມສຳຄັນ ແລະ ຄວາມມ່ວນຊື່ນໃນການແຕ່ງບົດເພງໃນຄັ້ງນີ້ ເພື່ອເຮັດສຳເລັດໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version