ເພື່ອຮັບປະກັນໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ໃຫ້ສຳເລັດຕາມແຜນການ ຂອງຂັ້ນເທິງທີ່ວາງໄວ້, ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ສຸມໃສ່ກະກຽມເນື້ອໃນດ້ານຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດການເຝິກຊ້ອມຢ່າງຕັ້ງໜ້າ, ທັງປະສານສົມທົບກັບກອງທັບເພື່ອນ ໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ.
ສະຫາຍ ພັນໂທ ຟອງສະໝຸດ ພົມມະຈັນ ຮອງຫົວໜ້າພະແນກກວດເຂດນອກ ໂຮງໝໍສູນກາງ 103 ກອງທັບ, ຄະນະຮັບຜິດຊອບການເຝິກຊ້ອມພາກສະໜາມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບ ວ່າ: ເພື່ອເປັນການຮັບປະກັນໃນການເຝິກຊ້ອມກອບກູ້ໄພພິບັດ ຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໃຫ້ມີຜົນສໍາເລັດຕາມແຜນການຂອງຂັ້ນເທິງວາງໄວ້ນັ້ນ ເມື່ອໄດ້ຮັບຄໍາສັ່ງຈາກຂັ້ນເທິງ ເຫຼົ່າຮົບເສນາຮັກ ໄດ້ຈັດຕັ້ງກໍາລັງ 57 ສະຫາຍເຂົ້າຍຶດສະໜາມ ໃນວັນທີ 1 ຕຸລາ 2025, ພາຍຫຼັງທີ່ເຂົ້າຍຶດ ແລະ ກໍ່ສ້າງສະໜາມສໍາເລັດ ໄດ້ຈັດຕັ້ງປະຕິບັດການເຝິກຊ້ອມຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ຢູ່ສະໝາມ ໂດຍໄດ້ຈໍາລອງເຫດການ ແລະ ຈັດຕັ້ງເປັນໂຮງໝໍ ຂັ້ນ1 ແລະ ຂັ້ນ 2 ໃນນັ້ນ, ໂຮງໝໍ ຂັ້ນ1 ປະກອບມີ ສູນບັນຊາພາກສະໜາມ 3 ຝ່າຍ ກໍາປູເຈຍ-ລາວ-ຫວຽດນາມ ແລະ ເຮືອແພດສຸກເສີນ, ມີໜ່ວຍຮັບຕ້ອນຄົນເຈັບທາງນໍ້າ ແລະ ທາງບົກ, ໜ່ວຍຄັດແຍກຄົນເຈັບ ປະກອບມີ 18 ສະຫາຍ (ລາວ 8 ສະຫາຍ, ກໍາປູເຈຍ 5 ສະຫາຍ, ຫວຽດນາມ 5 ສະຫາຍ), ໜ່ວຍປິ່ນປົວຄົນເຈັບກາງ ປະກອບມີ ຫວຽດນາມ 5 ສະຫາຍ, ໜ່ວຍປິ່ນປົວຄົນເຈັບເບົາ ປະກອບມີ ກຳປູເຈຍ 5 ສະຫາຍ; ໂຮງໝໍ ຂັ້ນ2 ປະກອບມີ ໜ່ວຍຮັບຕ້ອນຄົນເຈັບໜັກ ປະກອບມີ ຫວຽດນາມ 8 ສະຫາຍ; ມີໜ່ວຍປິ່ນປົວຄົນເຈັບ 8 ສະຫາຍ ກໍາປູເຈຍ, ໜ່ວຍປິ່ນປົວຄົນເຈັບນໍາສົ່ງໂຮງໝໍແນວຫຼັງ 6 ສະຫາຍ ທີມແພດກອງທັບລາວ ນອກນັ້ນ, ຍັງມີໜ່ວຍຜ່າຕັດເຄື່ອນທີ່.

ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ໃນຄັ້ງນີ້, ເຫຼົ່າຮົບເສນາຮັກ ໄດ້ມີການຈັດຕັ້ງແບ່ງປັນໜ້າທີ່ ແລະ ຄັດແຍກຜູ້ບາດເຈັບ (ໜັກ, ກາງ, ເບົາ), ຊ່ວຍເຫຼືອຜູ້ປະສົບໄພທີ່ຕິດຄ້າງຕາມບ້ານ, ເຮືອນ, ຕົ້ນໄມ້ ແລະ ເກາະດອນ, ກອບກູ້ ແລະ ຊ່ວຍເຫຼືອເອົາຜູ້ປະສົບໄພທີ່ຖືກບາດເຈັບໄຫຼມາຕາມກະແສນໍ້າ, ໜ່ວຍແພດສຸກເສີນປະຖົມພະຍາບານຂັ້ນຕົ້ນ ກ່ອນນໍາສົ່ງໄປໂຮງໝໍພາກສະໜາມ; ຊ່ວຍເຫຼືອຜູ້ປະສົບໄພດິນເຈື່ອນທັບຖົມ ປະຕິບັດການຊ່ວຍເຫຼືອຜູ້ປະສົບໄພທາງດ້ານການແພດຕໍ່ຜູ້ບາດເຈັບ ແລະ ເສຍຊີວິດ ແລ້ວນໍາສົ່ງຜູ້ປະສົບໄພທີ່ມີອາການເຈັບໜັກໄປໂຮງໝໍແນວຫຼັງ ດ້ວຍເຮືອບິນ (MI-17).
ຜ່ານການເຝິກຊ້ອມໃນໄລຍະຫຼາຍວັນທີ່ຜ່ານມາ ເຖິງແມ່ນວ່າວຽກງານວິຊາສະເພາະບາງດ້ານຈະຍັງບໍ່ທັນສອດຄ່ອງກໍຕາມ, ແຕ່ຍ້ອນການນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດຂອງຂັ້ນເທິງ, ພະນັກງານວິຊາການແພດໝໍ-ນັກເຝິກຊ້ອມ ແລະ ນັກສະແດງ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ສຸມສະຕິປັນຍາ, ກຳລັງແຮງກາຍ, ແຮງໃຈ ເຂົ້າໃນການຈັດຕັ້ງປະຕິບັດການເຝິກຊ້ອມກອບກູ້ໄພພິບັດຮ່ວມກັບກອງທັບເພື່ອນ ຕາມແຜນການເຄື່ອນໄຫວເຝິກຊ້ອມຕາມແຕ່ລະບາດກ້າວດ້ວຍຄວາມເອົາໃຈໃສ່ ແລະ ເປັນຂະບວນການຟົດຟື້ນ.
ໃນບັ້ນເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ເຫຼົ່າຮົບເສນາຮັກ ຈະໄດ້ສືບຕໍ່ເຝິກຊ້ອມໃຫ້ມີຄວາມເປັນເອກະພາບ, ກຳແໜ້ນທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ເພື່ອນຳໄປຈັດຕັ້ງເຝິກຊ້ອມຮ່ວມກັບກຳລັງກອງທັບເພື່ອນໃຫ້ແທດເໝາະກັບຄວາມເປັນຈິງ ໃນນີ້, ຄາດຄະເນວ່າ ຈະສາມາດຮັບປະກັນໃຫ້ການເຂົ້າຮ່ວມເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບໃນຄັ້ງນີ້ ໃຫ້ມີຜົນສໍາເລັດຕາມແຜນການ.
ໂດຍ: ສຸເວດ ສີດາຄໍາ