ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 24-25 ເມສາ 2025.
ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບກັນອີກຄັ້ງ ພາຍຫລັງໄດ້ພົບກັນໃນໂອກາດທີ່ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມເພື່ອການພັດ ທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດໃນຄັ້ງນີ້ ເຊິ່ງເປັນປະເທດທໍາອິດ ໃນການ ເຄື່ອນໄຫວຕ່າງປະເທດ ຂອງ ສະຫາຍ ເລືອງ ເກືອງ ໃນຖານະຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງນອກຈາກເປັນປະເພນີປະຕິບັດຂອງສອງປະເທດແລ້ວ ຍັງເປັນການຢືນຢັນ ແລະ ສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນ ແລະ ຖືເປັນບຸລິມະສິດຕົ້ນຕໍຂອງ ພັກ, ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມກັນນີ້, ສະຫາຍ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ ໄປຍັງບັນດາສະຫາຍການນໍາພັກ, ລັດຫວຽດນາມ ໂດຍສະເພາະ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ.

ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ໃຫ້ກັນຊາບ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ; ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃນຕະຫລອດໄລຍະຜ່ານມາ ທີ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ໂດຍສະເພາະການພົບປະແລກ ປ່ຽນຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ ເຊິ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນພິເສດຂອງສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອນກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດຂອງສອງປະເທດ.
ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະຢ່າງເປັນທາງການ ລະຫວ່າງ ສອງປະທານປະເທດ ລາວ ແລະ ຫວຽດນາມ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ນອກຈາກນັ້ນ, ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນ ຄອບຄົວ ສີພັນດອນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຈັດການໄວ້ອາໄລລະດັບຊາດ ເປັນເວລາ 2 ວັນ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ພິເສດແມ່ນໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງສຸດ ມາຮ່ວມໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນະກິດສົບລະດັບຊາດ ໃນຕົ້ນເດືອນເມສາທີ່ຜ່ານມາ; ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ຕະ ຫລອດມາ.
ໃນຂະນະດຽວກັນ, ສະຫາຍ ເລືອງ ເກືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຊຸກຍູ້ໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນ ດາໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນຂອງສອງປະເທດ ໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບຫລາຍຂຶ້ນ.