Home ຂ່າວໜ້າໜຶ່ງ ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ສະຫາຍ ເລືອງ ເກືອງ ພ້ອມຄະນະຜູ້ແທນຂັ້ນສູງ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

0

ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ແຕ່ວັນທີ 24-25 ເມສາ 2025, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ ໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມລາວ ນະຄອນຫຼວງວຽງຈັນ ໃນວັນທີ 25 ເມສານີ້.

ການວາງພວງມາລາຄັ້ງນີ້ ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ແລະ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມຈຳນົນຂອງບັນດານັກຮົບປະຕິວັດລາວ ທີ່ໄດ້ເຄີຍຮ່ວມສຳພັນຮົບກັບອ້າຍນ້ອງທະຫານຫວຽດນາມ ໃນຂະບວນການຕໍ່ສູ້ປະຕິວັດປົດປ່ອຍຊາດ ຈາກພວກຈັກກະພັດຜູ້ຮຸກຮານ ກໍຄືການຮ່ວມສຳພັນຮົບ ຮ່ວມຂຸມຕະຄອງດຽວກັນ ເປັນຕາຍຮ່ວມກັນ ຕ້ານສັດຕູລວມໂຕດຽວ ໃນການປົດປ່ອຍຊາດຍາດເອົາເອກະລາດ ມາໃຫ້ປະຊາຊົນຂອງແຕ່ລະປະເທດ ລາວ-ຫວຽດນາມ.

ໃນປະຫວັດສາດການປະຕິວັດຊາດປະຊາທິປະໄຕ ຂອງ ລາວ ແລະ ຫວຽດນາມ ຕ່າງກໍໄດ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເວົ້າລວມ, ເວົ້າສະເພາະແມ່ນໄດ້ຊ່ວຍກັນປົກປ້ອງເສັ້ນທາງໂຮ່ຈິມິນ ທີ່ເປັນເສັ້ນທາງຍຸດທະສາດ, ເສັ້ນທາງແຫ່ງການລໍາລຽງຂົນສົ່ງຂອງກອງກໍາລັງປະຕິວັດ, ຂົນສົ່ງອາວຸດຍຸດທະພັນ, ນໍ້າມັນ, ສະບຽງອາຫານຈາກພາກເໜືອລົງໄປສົມທົບ ແລະ ສະໜັບສະໜູນກໍາລັງປະຕິວັດຢູ່ພາກໃຕ້ຫວຽດນາມ ກໍຄື ກໍາລັງປະຕິວັດທີ່ເຄື່ອນໄຫວຢູ່ພາກກາງ ແລະ ພາກໃຕ້ຂອງລາວ ຊຶ່ງໄດ້ເຮັດໃຫ້ເກີດເຫງົ້າພະລັງ ແລະ ກໍາລັງແຮງຊະນະເລີດໃນການຜາບແພ້ອິດທິກໍາລັງຈັກກະພັດຜູ້ຮຸກຮານ ໃນວັນທີ 30 ເມສາ 1975 ກໍສາມາດປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຫວຽດນາມເຂົ້າເປັນອັນໜຶ່ງອັນດຽວ.

ຄວາມເປັນຈິງໃນປະຫວັດສາດ ແຫ່ງການປະຕິວັດຊາດປະຊາທິປະໄຕ ໄດ້ສ່ອງແສງໃຫ້ເຫັນແຈ້ງໂດຍສະເພາະ ສະໜາມຮົບບົນເສັ້ນທາງໂຮ່ຈິມິນ ແມ່ນສະໜາມຮົບອັນດຸເດືອດເໜືອພັນລະນາ ຊຶ່ງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດລາວ ແລະ ຫວຽດນາມອ້າຍນ້ອງ ບໍ່ຈັກວ່າເທົ່າໃດ ທີ່ຕ້ອງເສຍສະຫຼະຊີວິດ ເລືອດເນື້ອເພື່ອປົກປ້ອງເສັ້ນທາງລໍາລຽງ, ເຄື່ອນທັບ ຊຶ່ງໄດ້ຕໍ່ສູ້ບົນຈິດໃຈທີ່ເປັນນັກຮັກເອກະລາດອິດສະຫຼະພາບ ຮ່ວມສໍາພັນຮົບເພື່ອປົດປ່ອຍຊາດຂອງແຕ່ລະປະເທດ ຖານສະຫາຍອ້າຍນ້ອງ, ຢາດເຫື່ອ ແລະ ນໍ້າຕາ, ຢາດເລືອດ ແລະ ຊີວິດຂອງເຂົາເຈົ້າ ໄດ້ເຈືອຈານເຂົ້າກັນ ເພື່ອໄຊຊະນະຂອງການປະຕິວັດ ແລະ ການທ້ອນໂຮມປະເທດຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version