ກະຊວງສາທາລະນະສຸກ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາ ກອນ (UNFPA), ອົງການແພລນ ສາກົນ ປະຈຳ ສປປ ລາວ, ບັນດາຄູ່ຮ່ວມງານສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ຈັດພິທີສະເຫລີມສະຫລອງວັນເດັກຍິງສາກົນພາຍໃຕ້ຫົວຂໍ້: “ຂ້ອຍຄືເດັກຍິງ ການຫັນປ່ຽນສູ່ຄວາມເປັນຜູ້ນໍາ” ແລະ ພິທີສະເຫລີມສະຫລອງວັນຄຸມກໍາເນີດໂລກ ປະຈຳປີ 2025 ພາຍໃຕ້ຫົວຂໍ້: “ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ” ໃນວັນທີ 11 ຕຸລາ 2025 ຜ່ານມາ, ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມັນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ, ເອກອັກຄະລັດຖະທູດກູບາປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ງານສະເຫລີມສະຫລອງທັງສອງວັນດັ່ງກ່າວ, ສ່ອງແສງໃຫ້ເຫັນເຖິງຄໍາໝາຍໜັ້ນຂອງລັດຖະບານ ຕໍ່ການສ້າງຄວາມເຂັ້ມແຂງ ໃຫ້ເດັກຍິງ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບປະຊາກອນ ດ້ວຍການເຂົ້າເຖິງການສຶກສາ, ການບໍລິການສຸຂະພາບ ແລະ ການວາງແຜນຄອບຄົວ ໂດຍຜ່ານຂອບວຽກ “ນ້ອຍ 2030” ແລະ ວຽກງານວາງແຜນຄອບຄົວ 2030 (FP20230).
ໂອກາດນີ້, ທ່ານ ໄພວັນ ແກ້ວປະເສີດ ໄດ້ກ່າວວ່າ: ວຽກງານການສົ່ງເສີມເດັກຍິງໃຫ້ມີບົດ ບາດໃນສັງຄົມ ແລະ ວຽກງານວາງແຜນຄອບຄົວ ບໍ່ແມ່ນວຽກຂອງບຸກຄົນໃດໜຶ່ງ ແຕ່ເປັນໜ້າທີ່ຂອງທຸກຄົນໃນສັງຄົມ ທີ່ຕ້ອງໄດ້ມີສ່ວນຮ່ວມໃນການເຮັດໃຫ້ເດັກຍິງ ແລະ ແມ່ຍິງໄວຈະເລີນພັນໄດ້ມີທ່າແຮງ ແລະ ມີສຸຂະພາບທີ່ດີ ເພື່ອເຮັດໃຫ້ ການດຳລົງຊີວິດຂອງເຂົາເຈົ້າທຽບເທົ່າກັບເພດຊາຍ ແລະ ທຽບເທົ່າກັບທຸກຄົນໃນສັງຄົມ.
ການສະເຫລີມສະຫລອງວັນດັ່ງກ່າວ, ເປັນເວທີເພື່ອປະເມີນຄວາມຄືບໜ້າພາຍໃຕ້ຂອບວຽກ “ນ້ອຍ 2030” ເພື່ອຮັບປະກັນຜົນ ໄດ້ຮັບໃນຂະແໜງການສຶກສາ, ສຸຂະພາບ ແລະ ການຈ້າງງານ. ເຖິງວ່າໃນລະດັບຊາດຈະເຫັນເຖິງຄືບໜ້າໃນການຈັດຕັ້ງປະຕິບັດຜ່ານມາ, ອັດຕາການຈະເລີນພັນໃນໄວໜຸ່ມ ແລະ ການແຕ່ງດອງໃນໄວເດັກ ຍັງຢູ່ໃນລະດັບທີ່ສູງທີ່ສຸດໃນອາຊຽນ, 17,6% ຂອງເດັກຍິງໄວໜຸ່ມອາຍຸ 15-19 ປີ ຍັງບໍ່ສາມາດເຂົ້າເຖິງຄວາມຕ້ອງການ ຂອງການຄຸມກຳເນີດສະໄໝໃໝ່, 17,6% ຂອງແມ່ຍິງທີ່ແຕ່ງງານແລ້ວ ແມ່ນສາມາດຕັດສິນໃຈນຳໃຊ້ການຄຸມກຳເນີດໄດ້ຢ່າງເປັນເອກະ ລາດ ແລະ ຫລຸດລົງເຫລືອພຽງ 8,7% ໃນເຂດຫ່າງໄກສອກຫລີກທີ່ບໍ່ມີເສັ້ນທາງເຂົ້າເຖິງ.