Home ຂ່າວຕ່າງປະເທດ ທາງລົດໄຟຈີນ-ລາວ ສະຫລອງຄົບຮອບ 2ປີ ບໍລິການຜູ້ໂດຍສານຂ້າມຊາຍແດນ ເກືອບ 500.000 ເທື່ອຄົນ

ທາງລົດໄຟຈີນ-ລາວ ສະຫລອງຄົບຮອບ 2ປີ ບໍລິການຜູ້ໂດຍສານຂ້າມຊາຍແດນ ເກືອບ 500.000 ເທື່ອຄົນ

0

ສຳນັກຂ່າວເອເອຟພີ, ທາງລົດໄຟຈີນ-ລາວ ສະເຫລີມ ສະຫລອງ ຄົບຮອບ 2ປີ ຂອງການໃຫ້ບໍລິການ ຂ້າມຊາຍແດນ ໂດຍຂົນສົ່ງ ຜູ້ໂດຍສານ ເກືອບ 500.000 ເທື່ອຄົນ ຈາກ 112 ປະເທດ ນັບແຕ່ ເລີ່ມໃຫ້ບໍລິການ ຢ່າງເປັນທາງການ ໃນວັນທີ13 ເມສາປີ2023 ເປັນຕົ້ນມາ ຊຶ່ງເປັນການປັບປຸງ ການເດີນທາງ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນຮູບແບບ ການຂົນສົ່ງ ຢ່າງວ່ອງໄວ ແລະ ສະດວກ ສະບາຍຍິ່ງຂຶ້ນ ໂດຍສະເພາະ ສຳລັບນັກທ່ອງທ່ຽວ.

ໃນ​ນັ້ນ, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ​ຈຳກັດ (LCRC) ​ໃຫ້​ຮູ້​ວ່າ:ທາງ​ລົດ​ໄຟ​ຈີນ-ລາວ ​ໄດ້​ຮັບ​ການ​ນຳ​ໃຊ້ ​ຢ່າງ​ກວ້າງຂວາງ, ​ໃນ​ນັ້ນ ​ມີ​ກຸ່ມ​ຜູ້​ໂດຍສານ 37.500 ກຸ່ມ ​ທີ່​ເດີນທາງ ​ລະຫວ່າງ ​ສອງ​ປະ​ເທດ ຊຶ່ງ​ນັບ​ແຕ່ ​ຕົ້ນ​ປີ​ນີ້​ ໄດ້​ຂົນ​ສົ່ງ​ ສິນ​ຄ້າເຖິງ 4 ລ້ານ​ໂຕນ ​ແລະ ຮອງຮັບ ​ການ​ເດີນ​ທາງ​ 4,1ລ້ານ​ຖ້ຽວ. ລົດໄຟສາຍນີ້ ຍັງເຊື່ອມຕໍ່ ສະຖານທີ່ ທ່ອງທຽວ ທີ່ສຳຄັນ ຫລາຍແຫລ່ງເຊັ່ນ: ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ເຂດປົກຄອງຕົນເອງ ສິບສອງປັນນາ ແລະ ເມືອງຄຸນໜິງ ຊຶ່ງຊ່ວຍເພີ່ມ ການເຂົ້າເຖິງ ແລະ ສະໜັບ ສະໜູນ ການເຕີບໂຕ ຂອງການທ່ອງທ່ຽວ,ການຕ້ອນຮັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫລອດເສັ້ນທາງ. ຍິ່ງ​ໄປ​ກວ່າ​ນັ້ນ,ທາງ​ລົດ​ໄຟ​ສາຍ​ດັ່ງກ່າວ ຍັງ​ມີ​ບົດບາດ​ ສຳຄັນ​ ໃນ​ການ​ເພີ່ມ​ທະວີ​ ການ​ພົວພັນ ​ດ້ານ​ວັດທະນະທຳ,ຊຸກຍູ້​ການ​ຮ່ວມ​ມື​ ດ້ານ​ເສດຖະກິດ ​ການ​ຄ້າ ​ລະຫວ່າງ​ ສປປ ລາວ-ສປ ຈີນ ອີກດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version