Home ຂ່າວຕ່າງປະເທດ ສ.ອາເມລິກາ ປັບຂຶ້ນພາສີ ຜະລິດຕະພັນພະລັງງານແສງຕາເວັນຈາກ 4 ປະເທດອາຊຽນ

ສ.ອາເມລິກາ ປັບຂຶ້ນພາສີ ຜະລິດຕະພັນພະລັງງານແສງຕາເວັນຈາກ 4 ປະເທດອາຊຽນ

0

ຕາມຂ່າວຈາກ ວໍຊີງຕັນ, ວັນທີ22ເມສານີ້, ກະຊວງ ການຄ້າ ສະຫະລັດ ອາເມລິກາ ປະກາດ ປັບຂຶ້ນພາສີ ຜະລິດ ຕະພັນ ພະລັງງານ ແສງຕາເວັນ ຫລື ແຜ່ນໂຊລາເຊລ ທີ່​ສົ່ງ​ອອກ​ຈາກ ກຸ່ມປະເທດ ໃນອາ​ຊີ​ ຕາ​ເວັນ​ອອກ ​ສຽງ​ໃຕ້​ (ອາຊຽນ) ໃນ 4 ປະເທດ ລວມມີ: ມາເລເຊຍ,ສສ ຫວຽດນາມ,ກຳປູເຈຍ ແລະ ໄທ. ອັດຕາການປັບຂຶ້ນພາສີ ແຜ່ນໂຊລາເຊລ ຂັ້ນຫລ້າສຸດ ແມ່ນປັບຂຶ້ນລະດັບ 271,28% ສຳລັບ ສສ ຫວຽດນາມ, ກຳປູເຈຍ ຖືກປັບຂຶ້ນ 125,37% ,ໄທແມ່ນ 111,45%ແລະ ມາເລເຊຍ ປັບຂຶ້ນ 8,59%. ການພິຈາລະນາ ແລະ ກຳນົດ ອັດຕາພາສີ ດັ່ງກ່າວ ເປັນໄປຕາມຄຳຮ້ອງ ຂອງບັນດາຜູ້ປະກອບການໃນ ສ.ອາເມລິກາ ທີ່ກ່າວວ່າ: ບໍລິສັດ ແຜ່ນໂຊລາເຊລ ຂອງ ສປ ຈີນ ຊຶ່ງມີສາຂາ ຫລື ໂຮງງານ ໃນ 4 ປະເທດ ເຫລົ່ານີ້ ເປັນສ່ວນ ເຮັດໃຫ້ ສິນຄ້າປະເພດ ໂຊລາເຊລ ມີລາຄາຫລຸດລົງຫລາຍ ດ້ານການທຸ່ມຕະຫລາດ ກັບແຜ່ນໂຊລາເຊລ ທີ່ສົ່ງມາຈຳໜ່າຍ ໃນຕະຫລາດ ສະຫະລັດ ອາເມລິກາ. ຂະນະທີ່ ສ.ອາເມລິກາ ນຳເຂົ້າແຜ່ນໂຊລາເຊລ ແລະ ອຸປະກອນ ທີ່ກ່ຽວຂ້ອງ ຈາກ ສສ ຫວຽດນາມ,ກຳປູເຈຍ,ມາເລເຊຍ ແລະ ໄທ ລວມກັນ ຄິດເປັນມູນຄ່າ ສູງເຖິງ 12,9 ຕື້ໂດລາສະຫະລັດ ໃນປີກາຍນີ້ ກວມເອົາ 77% ຂອງການນຳເຂົ້າ ທັງໝົດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version