Home ຂ່າວໜ້າໜຶ່ງ ກອງປະຊຸມສະຫຼຸບວຽກງານພະລັງງານ ແລະ ບໍ່ແຮ່ທົ່ວປະເທດ ປະຈໍາປີ 2024

ກອງປະຊຸມສະຫຼຸບວຽກງານພະລັງງານ ແລະ ບໍ່ແຮ່ທົ່ວປະເທດ ປະຈໍາປີ 2024

0

ກອງປະຊຸມສະຫຼຸບວຽກງານພະລັງງານ ແລະ ບໍ່ແຮ່ທົ່ວປະເທດປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 31 ມີນາ 2025 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມຂອງບັນດາກະຊວງ , ສະພາແຫ່ງຊາດລາວ, ຜູ້ອໍານວຍການໃຫຍ່ລັດວິສະຫະກິດໄຟຟ້າລາວ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ວາງທິດທາງໜ້າທີ່ ແລະ ຄາດໝາຍແຕ່ລະດ້ານ ເພື່ອສືບຕໍ່ພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ສໍາລັບປີ 2025 ໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວເປີດກອງປະຊຸມ ບາງຕອນທ່ານກ່າວວ່າ: ປີຜ່ານມາ ຂະແໜງພະລັງງານ ແລະ ບໍ່ແຮ່ ຕົກຢູ່ໃນໄລຍະເງື່ອນໄຂສະພາບຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນໃນໂລກ ຄວາມຂັດແຍ່ງ ທາງດ້ານເສດຖະກິດ ບັນຫາໄພເງິນເຟີ້ ແລະ ບັນຫາຄວາມຫຍຸ້ງຍາກອື່ນໆ ແຕ່ຂະແໜງພະລັງງານ ແລະ ບໍ່ແຮ່ ກໍ່ສາມາດປຸກລະດົມຈິດໃຈພະນັກງານສະມາຊິກພັກຂອງຕົນ ເປັນເຈົ້າການສູງ ຜ່ານຜ່າ ພ້ອມກັນ ໄປຄຽງຄູ່ກັບບັນຫາດ້ານເສດຖະກິດທີ່ເກີດຂື້ນໃນປັດຈຸບັນ ຜົນສໍາເລັດຂອງວຽກງານພະລັງງານ ແລະ ບໍ່ແຮ່ໃນໄລຍະຜ່ານມານັ້ນ ຖືເປັນຂະບວນການທີ່ດີໃຫ້ແກ່ການສ້າງສາພັດທະນາປະເທດຊາດ.

ກອງປະຊຸມສະຫຼຸບວຽກງານພະລັງງານ ແລະ ບໍ່ແຮ່ທົ່ວປະເທດປະຈໍາປີ 2024 ຍັງຈະໄດ້ຮັບຟັງລາຍງານການວາງແຜນຜັນຂະຫຍາຍນະໂຍບາຍພະລັງານແຫ່ງຊາດແລະການຄຸ້ມຄອງໂຄງການຢູ່ໃນໄລຍະສຶກສາປີ 2024 ແລະແຜນການປີ 2025, ລາຍງານການປະຕິຮູບລັດວິສະຫະກິດໄຟຟ້າລາວ ແລະ ການແກ້ໄຂບັນຫານການສະໜອງໄຟຟ້າປີ 2024 ແລະ ແຜນການປີ 2025, ລາຍງານການສ້າງຖານຂໍ້ມູນປະເມີນຊັບພະຍາກອນແຮ່ທາດ ແລະ ການແກ້ໄຂເຂດທັບຊ້ອນດ້ານແຮ່ທາດຮອດປີ 2024 ແລະ ແຜນປີ 2025, ການອະນຸຍາດ ແລະ ການຄຸ້ມຄອງໂຄງການບໍ່ແຮ່ຢູ່ນະຄອນຫຼວງວຽງຈັນປີ 2024 ແລະ ທິດທາງລວມ, ລາຍງານການຄຸ້ມຄອງໂຄງການບໍ່ແຮ່ ແລະ ການແຈ້ງໂຈະການຂຸດຄົ້ນຄໍາຕົກຂ້ອນຢູ່ແຂວງວຽງຈັນ, ລາຍງານການອະນຸຍາດ ແລະ ຄຸ້ມຄອງໂຄງການບໍ່ແຮ່ພາຍໄຕ້ດໍາລັດ 414 ຕໍ່ການພັດທະນາແຂວງໄຊສົມບູນ ການຄຸ້ມຄອງໂຄງການບໍ່ແຮ່ ແລະ ການແກ້ໄຂບັນຫາການຂຸດຄົ້ນແຮ່ທາດທີ່ບໍ່ຖືກຕ້ອງຕາມກົດໝາຍຢູ່ແຂວງຫຼວງພະບາງ ແລະ ວຽກງານອື່ນໆຕື່ມອີກ ຕອນທ້າຍຂອງກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອເປັນທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ປະສົບຜົນສໍາເລັດ ແລະ ບັນລຸເປົ້າໝາຍທີ່ວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version