Home ຂ່າວຕ່າງປະເທດ ອັບເດດສະຖານະການແຜ່ນດິນໄຫວ ແລະການຊ່ວຍເຫຼືອຈາກນານາຊາດ

ອັບເດດສະຖານະການແຜ່ນດິນໄຫວ ແລະການຊ່ວຍເຫຼືອຈາກນານາຊາດ

0
epa11999801 Myanmar and China rescuers carry a victim from the scene at the Sky Villa in Mandalay, Myanmar, 30 March 2025. More than 1,600 people have been killed and thousands injured after a 7.7-magnitude earthquake struck the country on 28 March , according to the Myanmar government. EPA-EFE/NYEIN CHAN NAING

ສະຖານະການແຜ່ນດິນໄຫວຮຸນແຮງໃນມຽນມາ ຊຶ່ງສັ່ນສະເທືອນໄປຫຼາຍປະເທດໃກ້ຄຽງ ໃນນັ້ນລວມທັງລາວເຮົານຳ ແຕ່ເສຍຫາຍໃຫຍ່ສຸດແມ່ນຢູ່ປະເທດມຽນມາທີ່ເປັນສູນກາງແຜ່ນດິນໄຫວ, ຮອງລົງມາແມ່ນປະເທດໄທ.

ເຫດການໄດ້ເກີດຂຶ້ນໃນເວລາ 13:20 ໂມງຂອງວັນທີ 28 ມີນາ 2025 ມາຮອດປະຈຸບັນ ອີງໃສ່ຕົວເລກບໍ່ເປັນທາງການສຳລັບຢູ່ມຽນມາ ແມ່ນມີຜູ້ເສຍຊີວິດແລ້ວ 2.940 ຄົນ, ຜູ້ໄດ້ຮັບບາດເຈັບ 3.430 ຄົນ ຂະນະທີ່ຄວາມເສຍຫາຍຈາກຕຶກ 30 ຊັ້ນຖະຫຼົ່ມໃນປະເທດໄທ ແມ່ນມີຜູ້ເສຍຊີວິດ 18 ຄົນ, ບາດເຈັບ 33 ກໍລະນີ ແລະ ຍັງມີຜູ້ສູນຫາຍ 78 ຄົນ.

ໃນດ້ານການຊ່ວຍເຫຼືອຈາກນານາຊາດ ມາຮອດປະຈຸບັນນີ້ ມີຈີນ, ອິນເດຍ, ສິງກະໂປ, ມາເລເຊຍ, ໃຕ້ຫວັນ, ຮອງກົງ, ຣັດເຊຍ, ເບຣາຣຸດ, ຫວຽດນາມ ແລະໄທ ໄດ້ສົ່ງກຳລັງກູ້ໄພລວມທັງສິ່ງຂອງບັນເທົາທຸກຈຳນວນໜຶ່ງໄປຮອດພື້ນທີ່ປະສົບໄພແລ້ວ.

ແລະຫຼາຍປະເທດແມ່ນໄດ້ມອບການຊ່ວຍເຫຼືອເປັນເງິນຊ່ວຍບັນເທົາທຸກເຊັ່ນ: ອັງກິດສະເໜີເງິນຊ່ວຍເຫຼືອ 10 ລ້ານປອນ, ໄອແລນບໍລິຈາກ 6 ລ້ານຢູໂຣ, ມາເລເຊຍ 10 ລ້ານຣິງກິດ, ສະຫະປະຊາຊາດມອບ 5 ລ້ານໂດລາ, ສ.ເກົາຫຼີໃຫ້ 2 ລ້ານໂດລາ, ນີວຊີແລນ 2 ລ້ານໂດລາສະຫະລັດ ແລະຍັງອີກຫຼາຍພາກສ່ວນ ລວມເຖິງປະເທດເພື່ອນມິດໃນໂລກກຳລັງທະຍອຍສະເໜີການຊ່ວຍເຫຼືອໄປຍັງມຽນມາຢ່າງຕໍ່ເນື່ອງ.

ຂໍ້ມູນຈາກ: World forum

photo Cr: Myanma now

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version