ທ່ານ ເອກອັກຄະລັດຖະທູດ ຟາງ ຫົງ Fang Hong ກ່າວຄຳເຫັນ ໃນເວທີເສວະນາ ຈີນໃນລະດູບານໃໝ່ “ ກາລະໂອກາດຂອງຈີນ ທົ່ວໂລກຊົມໃຊ້ ”, ທີ່ຈັດຢູ່ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດເມື່ອບໍ່ດົນມານີ້, ທ່ານໄດ້ກ່າວວ່າ, ຈີນ-ລາວ ສືບຕໍ່ສ້າງຜົນງານຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ກາຍເປັນແບບຢ່າງທີ່ດີ.
ທ່ານເອກອັກຄະລັດຖະທູດ ຟາງ ຫົງ ກ່າວວ່າ: ຈີນບັນລຸຄວາມກ້າວໜ້າຢ່າງຕໍ່ເນື່ອງໃນຫຼາຍຂົງເຂດເຊັ່ນ: ການບິນອາວະກາດ, ການພັດທະນາສີຂຽວແລະກາກບອນຕ່ຳ, ປັນຍາປະດິດ ແລະກການຜະລິດອຸປະກອນແລະອື່ນໆ, ການປະກົດຕົວຂອງຕົວແບບໃຫຍ່ “Deepseek” ທີ່ຈີນຄົ້ນຄວ້າຜະລິດເອງນັ້ນ ໄດ້ກາຍເປັນການເປີດຍຸກໃໝ່ຂອງປັນຍາປະດິດສາກົນ.

ທ່ານ ນາງ ຟາງຫົງ ກ່າວອີກວ່າ, ໃນຊຸມປີຜ່ານມາ, ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີຈີນ-ລາວ ໄດ້ຮັບໝາກຜົນຢ່າງຫຼວງຫຼາຍເຊັ່ນ: ດາວທຽມສື່ສານ “ລາວ-1” ທີ່ເປັນດາວທຽມໜ່ວຍທຳອິດຂອງລາວໄດ້ບໍລິການບັນດາປະເທດໃນພາກພື້ນຢ່າງໝັ້ນຄົງ, ການຮ່ວມມືດ້ານ GPS ຂອງດາວທຽມ ເປີຍເຕົ໋າ ຈີນ-ລາວ ໄດ້ບໍລິການໃຫ້ກະສິກຳແລະການປ້ອງກັນໄພພິບັດ, ການຮ່ວມມືດ້ານພະລັງງານໃໝ່ກໍາລັງພັດທະນາຢ່າງຫຼວງຫຼາຍ. ລົດໄຟຟ້າທີ່ຈີນຜະລິດໄດ້ມີຂຶ້ນນັບມື້ນັບຫຼາຍຢູ່ຕາມຖະໜົນ ຫົນທາງໃນລາວ, ເຊິ່ງບໍ່ພຽງແຕ່ຊ່ວຍປະຫຍັດເງິນຕາຕ່າງປະເທດໃຫ້ແກ່ລາວໃນການຊື້ນໍ້າມັນເທົ່ານັ້ນ, ທັງຍັງຊ່ວຍຫຼຸດຜ່ອນການປ່ອຍອາຍກາກບອນແລະເພີ່ມການໃຊ້ໄຟຟ້າຂອງລາວ,
ທ່ານເອກອັກຄະລັດຖະທູດຈີນ ກ່າວຕື່ມວ່າ, ຫວ່າງມໍ່ໆນີ້, ຈີນ ແລະ ລາວ ໄດ້ສ້າງຕັ້ງສູນຮ່ວມມືດ້ານປະດິດສ້າງປັນຍາປະ ດິດ, ເຊິ່ງຈະຊ່ວຍລາວໃຫ້ທັນກັບທ່າອ່ຽງຂອງການພັດທະນາປັນຍາປະດິດ ແລະ ເປັນຕົວຢ່າງໃໝ່ໃຫ້ແກ່ການຮ່ວມມືໃນການ ສ້າງຄວາມສາມາດທາງດ້ານປັນຍາປະດິດໃນໂລກໃຕ້. ໃນອະນາ ຄົດ, ຈີນຈະສືບຕໍ່ຂະຫຍາຍການຮ່ວມມືໃນຂົງເຂດເຕັກໂນໂລຊີດິຈິຕອນ, ເສດຖະກິດອັດສະລິຍະ ແລະ ການຫັນເປັນດີຈີຕອນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ.
Cr: CMG