ວັນທີ 26 ມີນາ 2025, ພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ໄດ້ນໍາພາສະມາຊິກພັກ, ພະນັກງານ - ລັດຖະ ກອນ ພາຍໃນພະແນກດັ່ງກ່າວ ຈັດກິດຈະກຳວາງສະແດງ – ຊຸກຍູ້, ສົ່ງເສີມ - ແລກປ່ຽນ ຊື້ – ຂາຍຜົນຜະລິດ, ສິນຄ້າ ຂອງຄອບຄົວສະມາຊິກພັກ - ພະນັກງານຢູ່ພະແນກດັ່ງກ່າວ ໂດຍມີຜົນຜະລິດສິນຄ້າ 30 ກວ່າລາຍການ ເຂົ້າວາງສະແດງ, ຈໍາໜ່າຍ ແລະ ຊື້ – ຂາຍ, ມີມູນຄ່າທັງໝົດ 10,5 ລ້ານກີບ.

ຈຸດປະສົງ ກໍເພື່ອເປັນການປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າ ດ້ວຍການສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ແລະ ປະຕິບັດ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈໍາປາສັກ ເລກທີ 1333/ຈຂ.ຈສ, ລົງວັນທີ 22 ພະຈິກ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຜັນຂະຫຍາຍມະຕິ 04/ກມສພ ທັງເປັນການສ້າງປະຖົມປັດໄຈ ໃຫ້ແກ່ຄອບຄົວສະມາຊິກພັກ, ພະນັກງານ - ລັດຖະກອນພາຍໃນພະແນກ ໃນການຫັນມາຜະລິດສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.
Cr: ຈຳປາໃໝ່