Home ຂ່າວໜ້າໜຶ່ງ ແຈ້ງການ ເຖິງສຳນັກງານ-ອົງການ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນລາວ, ຊາວຄ້າຂາຍ, ຊາວຕ່າງປະເທດທີ່ມາພັກເຊົາ ແລະ ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ.

ແຈ້ງການ ເຖິງສຳນັກງານ-ອົງການ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນລາວ, ຊາວຄ້າຂາຍ, ຊາວຕ່າງປະເທດທີ່ມາພັກເຊົາ ແລະ ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ.

0

ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນໄລຍະກະກຽມ ແລະ ສະເຫຼີມສະຫຼອງສາມວັນປະຫວັດສາດ ປີ 2025 ຢູ່ນະຄອນຫຼວງວຽງຈັນ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ສາມາດບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້; ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດຂັ້ນນະຄອນຫຼວງວຽງຈັນ ອອກແຈ້ງການດັ່ງນີ້:

1. ບັນດາຂໍ້ແນະນໍາ.

1. ບັນດາສໍານັກງານ, ອົງການ, ໂຮງຈັກ, ໂຮງງານ, ສະຖາບັນສຶກສາ, ໂຮງຮຽນ, ໂຮງໝໍ, ກົມກອງທະຫານ, ກົມ ກອງຕຳຫຼວດ, ການຈັດຕັ້ງສາກົນ, ການຈັດຕັ້ງສັງຄົມ, ສະຖາບັນສຶກສາ, ຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານ, ບັນດາ ບ້ານ, ສະຖາບັນຄອບຄົວ ກໍຄືພໍ່ແມ່ປະຊາຊົນ ໃຫ້ເປັນເຈົ້າການສຶກສາອົບຮົມ, ປຸກລະດົມພະນັກງານ, ລັດຖະກອນ ສະມາຊິກ ກໍຄືລູກຫຼານຂອງຕົນເອງ ໃຫ້ມີສະຕິໃນການເຄົາລົບ, ປະຕິບັດລັດຖະທຳມະນູນ, ກົດໝາຍຂອງ ສປປ ລາວ ແລະ ເປັນເຈົ້າການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັກສາຄວາມສະຫງົບສຸກ, ຄວາມເປັນ ລະບຽບຮຽບຮ້ອຍຢູ່ໃນພື້ນທີ່ຄວາມຮັບຜິດຊອບຂອງຕົນ, ໃນນັ້ນ ໃຫ້ຈັດຕັ້ງກໍາລັງປ້ອງກັນເວນຍາມຢູ່ສໍານັກງານ-ອົງການ, ບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດຂອງຕົນ ແລະ ບັນດາ ປກສ ກຸ່ມບ້ານ ສົມທົບກັບອົງການປົກຄອງ ບ້ານ (ກອງຫຼອນ, ປກສ ບ້ານ) ຕ້ອງຈັດຕັ້ງກໍາລັງປະຈຳການຕະຫຼອດ 24 ຊົ່ວໂມງ, ຈັດຕັ້ງກຳລັງອອກກວດກາລາດ ຕະເວນຕາມພື້ນທີ່ສ່ຽງທີ່ພວກຄົນບໍ່ດີມັກກໍ່ເຫດທີ່ບໍ່ດີຢູ່ໃນສັງຄົມ ແລະ ພົນລະເມືອງທຸກຄົນ ທີ່ມາພັກເຊົາ ຫຼື ດໍາລົງ ຊີວິດຢູ່ນະຄອນຫຼວງວຽງຈັນ ຕ້ອງເປັນເຈົ້າການຮັກສາຄວາມສະຫງົບ, ຊ່ວຍເປັນຫູເປັນຕາ, ແຈ້ງຂໍ້ມູນແຫຼ່ງຂ່າວໃຫ້ ເຈົ້າໜ້າທີ່, ຖ້າພົບເຫັນ ຫຼື ຮັບຮູ້ການເຄື່ອນໄຫວຂອງຄົນບໍ່ດີ, ບຸກຄົນທີ່ມີຄວາມລະແວງສົງໄສທີ່ຈະໄປກໍ່ເຫດບໍ່ດີຢູ່ ໃນສັງຄົມ ໃຫ້ທ່ານຮີບຮ້ອນໂທແຈ້ງເຈົ້າໜ້າທີ່ຢູ່ໃກ້ສຸດ ຫຼື ໂທແຈ້ງສາຍດ່ວນຂອງເຈົ້າໜ້າທີ່ຕຳຫຼວດ ເບີໂທ 1191.

2. ໃຫ້ບັນດາທ່ານຍົກສູງສະຕິລະວັງຕົວ ເພື່ອປ້ອງກັນບໍ່ໃຫ້ພວກຄົນບໍ່ດີສວຍໃຊ້ໄປເຄື່ອນໄຫວໃນທາງທີ່ບໍ່ດີ ເຊິ່ງຜິດຕໍ່ລະບຽບ, ກົດໝາຍຂອງລັດ, ໃຫ້ມີສະຕິ-ພິຈາລະນາຍານໃນການໃຊ້ ຫຼື ຮັບຂ່າວຜ່ານສື່ອອນລາຍ ທີ່ບໍ່ແມ່ນ ຊ່ອງຂ່າວທາງການຂອງລັດ ເພາະພວກຄົນບໍ່ດີຈະໂພດຂ່າວປອມລົງໃນສື່ ເພື່ອສ້າງຄວາມປັ່ນປ່ວນໃຫ້ແກ່ສັງຄົມ, ການເຄື່ອນໄຫວຈັດກິດຈະກຳຕ່າງໆທີ່ມີຜູ້ຄົນເຂົ້າຮ່ວມຈໍານວນຫຼາຍ, ການນໍາໃຊ້ໂດຣນບິນຂຶ້ນຖ່າຍພາບ, ການຈຸດ ພູ, ບັ້ງໄຟດອກທຸກປະເພດ-ທຸກລະດັບ ຕ້ອງໄດ້ຂໍອະນຸຍາດຈາກພາກສ່ວນກ່ຽວຂ້ອງຂອງລັດ ໃນນັ້ນມີອະນຸກຳມະ ການ ປກຊ-ປກສ ຂັ້ນນະຄອນຫຼວງວຽງຈັນໃນນາມເຈົ້າຂອງພື້ນທີ່ ແລ້ວຈິ່ງຈັດຕັ້ງປະຕິບັດຕາມການແນະນໍາ.

3. ໃຫ້ບັນດາທ່ານເອົາໃຈໃສ່ໃນການປົກປັກຮັກສາວັດຖຸ, ຊັບສິນອັນມີຄ່າຂອງຕົນ, ຂອງລັດ ແລະ ຂອງລວມ ໝູ່ໃຫ້ດີ, ຢູ່ບັນດາສໍານັກງານ, ອົງການ, ບໍລິສັດ, ຫ້າງຮ້ານ, ໂຮງແຮມ, ເຮືອນພັກ, ຫ້ອງແຖວ ແລະ ເຮືອນພັກອາໄສ ໃຫ້ມີຄົນປ້ອງກັນເວນຍາມ ຫຼືເຝົ້າຢູ່ເປັນປະຈໍາ ເພື່ອປ້ອງກັນບໍ່ໃຫ້ພວກຄົນບໍ່ດີສວຍໂອກາດເຄື່ອນໄຫວກໍ່ເຫດການທີ່ ບໍ່ດີ ເຊັ່ນ: ການປຸ້ນຊັບ, ຊີງຊັບ, ການງັດແງະເພື່ອລັກຊັບ ແລະ ໃຫ້ກວດກາລະບົບໄຟຟ້າ, ການດັ່ງໄຟ, ໃຊ້ໄຟຟ້າ ຕ້ອງ ມີສະຕິ-ໃຊ້ແລ້ວຕ້ອງດັບມອດໄຟໃຫ້ດີ, ຮັບປະກັນຄວາມປອດໄພ ເພື່ອປ້ອງກັນບໍ່ໃຫ້ມີເຫດການໄຟໄໝ້ເກີດຂຶ້ນ.

4. ໃຫ້ກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນ ກ່ຽວຂ້ອງ ເປັນຕົ້ນເຈົ້າໜ້າທີ່ປະຈຳຢູ່ດ່ານສາກົນ, ບັນດາບ້ານຢູ່ລຽບຊາຍແດນ ເພື່ອຄຸ້ມຄອງ, ກວດກາຊາຍແດນທີ່ ຕິດຈອດກັບປະເທດເພື່ອນບ້ານ ແລະ ບັນດາແຂວງໃກ້ຄຽງ ເພື່ອສະກັດກັ້ນ, ແກ້ໄຂບັນຫາອາຊະຍາກຳ ເປັນຕົ້ນການ ລະເມີດຊາຍແດນ, ການລັກລອບຄ້າຂາຍເຖື່ອນ-ສິ່ງເກືອດຫ້າມ, ບັນຫາຢາເສບຕິດ, ຄ້າມະນຸດ, ການເຂົ້າ-ອອກ ເມືອງໂດຍບໍ່ຖືກຕ້ອງຕາມກົດໝາຍ, ຖ້າກວດພົບເຫັນຜູ້ລະເມີດຕ້ອງຮີບຮ້ອນສົມທົບກັນເພື່ອແກ້ໄຂຢ່າງທັນການ.

– ຈັດຕັ້ງກຳລັງອອກກວດກາລາດຕະເວນຕາມຈຸດສໍາຄັນຕ່າງໆ ຕາມພາລະບົດບາດຂອງຕົນ.

– ໃຫ້ກອງບັນຊາການ ປກສ 9 ຕົວເມືອງ ໃນນັ້ນມີ ປກສ ກຸ່ມບ້ານ, ກຳລັງກໍ່ສ້າງຮາກຖານການເມືອງປະຈຳຢູ່ແຕ່ ລະເມືອງ, ແຕ່ລະບ້ານ ສົມທົບກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນອົງການປົກຄອງບ້ານ (ປກສ ບ້ານ, ກອງຫຼອນ) ໃນການ ຕິດຕາມ, ກວດກາ, ເກັບກຳຂຶ້ນບັນຊີຄຸ້ມຄອງຄົນເຂົ້າ-ອອກ, ພັກເຊົາ ຫຼື ເຄື່ອນໄຫວຢູ່ພາຍໃນບ້ານທີ່ຕົນຮັບຜິດຊອບ ໂດຍສະເພາະຄົນພັກເຊົາຢູ່ໂຮງແຮມ, ອາພາດເມັນ, ຣີສອດ, ຫ້ອງແຖວ, ເຮືອນໃຫ້ເຊົ່າ ໂດຍເກັບກຳຂຶ້ນບັນຊີຄຸ້ມຄອງ, ກວດກາຢ່າງເປັນປົກກະຕິ-ຕໍ່ເນື່ອງ (ບໍ່ໃຫ້ຂາດ), ຖ້າພົບເຫັນຜູ້ລະເມີດໃຫ້ປະຕິບັດຕາມລະບຽບ ແລະ ກົດໝາຍຂອງລັດ.

5. ໃຫ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງກຳລັງລົງ ໄປປະຈຳຈຸດ, ປ້ອມຍາມ, ຕັ້ງຈຸດກວດກາຊົ່ວຄາວ ເພື່ອຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງ ແລະ ຊານເມືອງ ທົ່ວນະຄອນຫຼວງວຽງຈັນ, ແກ້ໄຂການຈະລາຈອນແອອັດ (ບັນຫາລົດຕິດ), ອຸບປະຕິເຫດ, ກວດກາການ ປະຕິບັດກົດລະບຽບການຈະລາຈອນຂອງຜູ້ຂັບຂີ່, ຈັດລະບຽບຕາມເສັ້ນທາງຕົວແບບ ແລະ ນໍາໃຊ້ມາດຕະການເດັດຂາດ ຕໍ່ບຸກຄົນ, ນິຕິບຸກຄົນທີ່ໄດ້ລະເມີດ, ໃນການປັບໄໝໃຫ້ປະຕິບັດຕາມດຳລັດຂອງລັດຖະບານ ສະບັບເລກທີ 568 ວ່າ ດ້ວຍການປັບໄໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ, ຂໍ້ ຕົກລົງຂອງເຈົ້າຄອງສະບັບເລກທີ 1323 ວ່າດ້ວຍມາດຕະການຫຼຸດຜ່ອນອຸປະຕິເຫດ ແລະ ການຮັກສາຄວາມປອດໄພ ຕາມຖະໜົນ ທົ່ວນະຄອນຫຼວງວຽງຈັນ ແລະ ກົດໝາຍທີ່ກ່ຽວຂ້ອງ.

6. ໃຫ້ເຈົ້າໜ້າທີ່ຂັ້ນພະແນກ, ຂັ້ນຫ້ອງການ ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຂະແໜງ,ການອຸດສາຫະກຳ ແລະ ການຄ້າ, ຂະແໜງການພາສີ-ອາກອນ ສົມທົບກັບພາກສ່ວນກ່ຽວຂ້ອງໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນດາຮ້ານອາຫານ, ຮ້ານບັນເທີງ (ຮ້ານຄາລາໂອເກະ, ເທັກ-ບາ, ກາເຟ) ທີ່ໄດ້ລະເມີດລະບຽບການ ແລະ ກົດ ໝາຍ, ແກ້ໄຂການຂາຍເຄື່ອງຊະຊາຍຕາມແຄມທາງ, ທາງພຸດບາດ ຫຼື ທາງຄົນຢ່າງ, ແກ້ໄຂເດັດຂາດຕໍ່ບັນດາປ້າຍທີ່ຕິດ ຕັ້ງໂດຍບໍ່ໄດ້ຮັບອະນຸຍາດ ຫຼື ປ້າຍທີ່ບໍ່ຖືກຕ້ອງຕາມກົດໝາຍ

7. ໃຫ້ບັນດາຮ້ານອາຫານ, ຮ້ານບັນເທີງ (ເທັກ-ບາ, ຮ້ານຄາລາໂອເກະ), ຫົວໜ່ວຍທຸລະກິດ, ຫ້າງຮ້ານ, ຮ້ານ ຄໍາ, ຊາວຄ້າຂາຍ, ຜູ້ປະກອບການພັກເຊົາ, ບຸກຄົນ, ນິຕິບຸກຄົນ ຕ້ອງປະຕິບັດຕາມລະບຽບການ ແລະ ກົດໝາຍໄດ້ ກຳນົດ ໂດຍສະເພາະມາດຕະການຄວບຄຸມສຽງເນື່ອງນັ້ນ, ປິດຮ້ານຖືກຕາມໂມງເວລາທີ່ທາງການກໍານົດ, ບໍ່ວາງ ຂາຍເຄື່ອງຊະຊາຍຕາມແຄມທາງ ຫຼື ທາງຄົນຍ່າງ, ການເປີດເຄື່ອງຂະຫຍາຍສຽງດົນຕີຮອດເວລາ 22:30 ໂມງ ຕ້ອງ ໄດ້ປິດ, ປ້ອງກັນບໍ່ໃຫ້ສ້າງສຽງເນື່ອງນັ້ນເກີນຄວນເຊິ່ງເປັນການລົບກວນຄົນທີ່ຢູ່ໃກ້ຄຽງ, ຜູ້ປະກອບການພັກເຊົາ ເຊັ່ນ: ກິດຈະການໂຮງແຮມ, ເຮືອນພັກ, ອາພາດເມັນ, ຣີສອດ, ຫ້ອງແຖວ, ເຮືອນໃຫ້ເຊົ່າ ຕ້ອງໄດ້ເກັບກຳຂໍ້ມູນ (ກ້ອບປີສໍາມະໂນຄົວ, ບັດປະຈໍາຕົວ, ໃບຢັ້ງຢືນທີ່ຢູ່) ລູກຄ້າທຸກຄົນທີ່ມາເຊົ່າ ກໍຄືທຸກຄົນທີ່ມາພັກເຊົາ ແລ້ວສົ່ງຂໍ້ມູນ ດັ່ງກ່າວໃຫ້ ປກສ ກຸ່ມບ້ານ, ອົງການປົກຄອງບ້ານ ເພື່ອຕິດຕາມ, ກວດກາ ແລະ ຄຸ້ມຄອງຕາມລະບຽບການ.

8. ໃຫ້ບັນດາທ່ານປະຕິບັດຕາມຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການຂອງການຈັດຕັ້ງຂັ້ນເທິງ ພ້ອມທັງເປັນເຈົ້າ ການປະກອບສ່ວນ, ເຂົ້າຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດ ໃຫ້ມີຄວາມເບີກບານ, ມ່ວນຊື່ນ ທັງຮັກສາໄດ້ ຄວາມສາມັກຄີເປັນໜຶ່ງດຽວ, ມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ.

II. ບັນດາຂໍ້ຫ້າມ.

1. ຫ້າມບຸກຄົນ, ນິຕິບຸກຄົນ ເຄື່ອນໄຫວໂຄສະນາ, ເຜີຍແຜ່ທຸກຮູບແບບ, ໃຊ້ໂດຣນບິນຖ່າຍພາບ, ຈັດໂຮມຊຸມ ນຸມ ຫຼື ຈັດກິດຈຳກຳໃດໜຶ່ງ ທີ່ມີຜູ້ຄົນເຂົ້າຮ່ວມຈໍານວນຫຼວງຫຼາຍ ໂດຍທີ່ບໍ່ໄດ້ຮັບການອະນຸຍາດຈາກການຈັດຕັ້ງທີ່ ກ່ຽວຂ້ອງຂອງລັດ, ຫ້າມການເຄື່ອນໄຫວຕ່າງໆ ເຊິ່ງເປັນການລະເມີດລະບຽບການ ແລະ ກົດໝາຍຂອງ ສປປ ລາວ.

2. ຫ້າມບັນດາຮ້ານອາຫານ, ຮ້ານບັນເທີງ (ຮ້ານຄາລາໂອເກະ, ເທັກ-ບາ), ຊາວຄ້າ-ຂາຍ, ຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ເປີດເຄື່ອງຂະຫຍາຍສຽງດົນຕີດັງເກີນຂອບເຂດ ຫຼື ສ້າງສຽງເນື່ອງນັ້ນເຊິ່ງເປັນການລົບກວນຄົນ ຢູ່ໃກ້ຄຽງ, ຫ້າມປິດຮ້ານເກີນໂມງເວລາທີ່ທາງການກໍານົດ, ວາງຂາຍເຄື່ອງຊະຊາຍ ເຊິ່ງເປັນການກີດຂວາງການ ສັນຈອນຂອງຍານພາຫະນະ ແລະ ທາງຄົນຍ່າງ, ຫ້າມຄ້າຂາຍວັດຖຸ, ສິ່ງເກືອດຫ້າມ, ສິ່ງທີ່ຜິດກົດໝາຍ ເປັນຕົ້ນ ແມ່ນທາດແຕກທຸກປະເພດ, ໝາກກະໂພກ, ສານເຄມີ, ສານກຳມັນຕະພາບລັງສີ, ບັ້ງພູ, ບັ້ງໄຟດອກ, ໂຄມໄຟລອຍ.

3. ຫ້າມຜູ້ຂັບຂີ່ລົດທຸກປະເພດລະເມີດກົດລະບຽບຈະລາຈອນ ເຊັ່ນ: ຫ້າມຂັບຂີ່ລົດໃນເມື່ອໄດ້ດື່ມສິ່ງມືນເມົາ, ການແຂ່ງລົດຕາມເສັ້ນທາງ, ຫ້າມຂັບຂີ່ລົດໃຊ້ຄວາມໄວເກີນກົດໝາຍກຳນົດ, ການລະເມີດປ້າຍຫ້າມ, ລ່ວງໄຟອຳນາດ (ໄຟສັນຍານຈະລາຈອນ ຫຼື ໄຟແດງ), ການນໍາໃຊ້ທໍ່ລົດສຽງດັງ, ເປີດເຄື່ອງຂະຫຍາຍສຽງດັງເກີນຂອບເຂດ, ຈອດລົດ ຊະຊາຍ, ຫ້າມນໍາໃຊ້ແຄມທາງ ຫຼື ທາງຄົນຍ່າງ (ຟຸດບາດ) ເປັນສະຖານທີ່ຈອດລົດ ແລະ ອື່ນໆ ເຊິ່ງເປັນການກີດຂວາງ ການສັນຈອນຂອງຍານພາຫະນະ, ຄົນຢ່າງ ເຊິ່ງເປັນສາເຫດພາໃຫ້ເກີດອຸປະຕິເຫດ ຫຼື ສິ່ງບໍ່ດີທີ່ບໍ່ເພິ່ງປາຖະໜາເກີດຂຶ້ນ.

4. ຫ້າມພະນັກງານ, ລັດຖະກອນ ຫຼື ເຈົ້າໜ້າທີ່ກ່ຽວຂ້ອງ ເລີ້ນເລີ້ຕໍ່ໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ, ຫ້າມ ສວຍໂອກາດຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ຫຼື ການເຄື່ອນໄຫວໃດໆ ເຊິ່ງຜິດຕໍ່ຈັນຍາບັນ, ຈັນຍາທໍາຂອງ ພະນັກງານ-ລັດຖະກອນ, ເປັນການລະເມີດຕໍ່ລະບຽບການ ແລະ ກົດໝາຍຂອງລັດ.

III. ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ທີ່ໄດ້ລະເມີດ.

1. ນະໂຍບາຍຕໍ່ຜູ້ມີຜົນງານ.

ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ຫົວໜ່ວຍທຸລະກິດ ທີ່ໄດ້ເຂົ້າຮ່ວມແລະມີຜົນງານດີເດັ່ນໃນການເຄື່ອນໄຫວ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈະໄດ້ຮັບການຍ້ອງຍໍ ແລະ ໄດ້ຮັບນະໂນບາຍຕາມລະບຽບການກຳນົດ.

2. ມາດຕະການຕໍ່ຜູ້ທີ່ໄດ້ລະເມີດ.

1) ຜູ້ໃດຫາກໄດ້ລະເມີດບັນດາຂໍ້ຫ້າມໃນແຈ້ງການສະບັບນີ້ ລວມທັງການລະເມີດລະບຽບການ ແລະກົດໝາຍ ດ້ວຍການເຈດຕະນາ ຫຼື ບໍ່ເຈດຕະນາ ລ້ວນແຕ່ຖືກສຶກສາອົບຮົມ, ກ່າວເຕືອນ, ປັບໄໝຕາມສະຖານການລະເມີດ ຫຼືຖືກດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

– ຖ້າການລະເມີດບໍ່ຮ້າຍແຮງ ແມ່ນມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານສ້າງບົດບັນທຶກ ສຶກສາ. ອົບຮົມ, ກ່າວເຕືອນ ແລະ ໃຫ້ບຸກຄົນ, ນິຕິບຸກຄົນດັ່ງກ່າວຢຸດເຊົາການລະເມີດດັ່ງກ່າວໃນທັນທີ.

2) ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນໍາໃຊ້ມາດຕະການປັບໄໝຕໍ່ຜູ້ທີ່ລະເມີດ ໂດຍປະຕິບັດຕາມລະບຽບການເງິນ, ຕາມນິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸປະຕິເຫດ ແລະ ການຮັກສາຄວາມປອດໄພ ຕາມຖະໜົນ ທົ່ວນະຄອນຫຼວງວຽງຈັນ, ຂໍ້ຕົກລົງ ເລກທີ 620/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບ ຄຸມສຽງເນື່ອງນັ້ນຢູ່ນະຄອນຫຼວງວຽງຈັນ, ຂໍ້ຕົກລົງ ເລກທີ 01/ຈນວ, ລົງວັນທີ 16 ມັງກອນ 2023 ເລື່ອງເພີ່ມ ທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈຸດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນຕົວເມືອງ ແລະ ຊານເມືອງ ນະຄອນຫຼວງວຽງຈັນ ແລະ ດໍາລັດ ຂອງລັດຖະບານ ເລກທີ 568/ລບ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ.

ຖ້າບຸກຄົນ, ນິຕິບຸກຄົນໃດໄດ້ລະເມີດຮ້າຍແຮງ ຫຼືເຄື່ອນໄຫວກະທຳຜິດທາງອາຍາຈະຖືກກັກຕົວມາດໍາເນີນ ການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ສໍາລັບວັດຖຸ, ເຄື່ອງຂອງກາງທີ່ໄດ້ຍຶດ ຫຼື ອາຍັດ ແມ່ນມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງທີ່ມີສິດໃນການດໍາເນີນ ຄະດີ ເປັນຜູ້ປົກປັກຮັກສາຕາມຫຼັກການວິຊາສະເພາະ ແລະ ດໍາເນີນການແກ້ໄຂຕາມກົດໝາຍໄດ້ກຳນົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version