Home ຂ່າວໜ້າໜຶ່ງ ສພຊ ພິຈາລະນາຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

ສພຊ ພິຈາລະນາຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ

0

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ IX ສະມາຊິກສະພາແຫ່ງຊາດ (ສສຊ) ຮັບຮອງເອົາການປັບປຸງກົງຈັກການຈັດ ຕັ້ງຂອງກະຊວງ ອົງການ ແລະ ໂອນວຽກສື່ມວນຊົນ (ວຽກຖະແຫຼງ ຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃນວັນທີ 20 ມີນາ 2025 ທີ່ຫໍສະພາແຫ່ງຊາດ ແມ່ນເປັນປະທານໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວ່າດ້ວຍການຮັບຮອງການ ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານດ້ວຍຄະແນນສຽງສ່ວນຫຼາຍ.

ທ່ານ ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ຜ່ານການຄົ້ນຄວ້າ ພິຈາລະນາ ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ຖີ່ຖ້ວນຂອງບັນດາທ່ານ ສະມາ ຊິກສະພາແຫ່ງຊາດ ຕໍ່ຄຳສະເໜີຂອງນາຍົກລັດຖະມົນຕີ ຢູ່ໃນກອງປະ ຊຸມຄັ້ງນີ້ໂດຍໄດ້ຕົກລົງ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງກະຊວງ ອົງການຄື:ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ ໂຮມກະຊວງພະ ລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໂຮມກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂຮມກະ ຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ເອົາວຽກຄຸ້ມຄອງລັດ ຖະກອນ ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງ ຄະນະຈັດຕັ້ງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດ ຕັ້ງສູນກາງພັກ ໂອນວຽກປົກຄອງ ວຽກແຜນທີ່ ວຽກຄຸ້ມຄອງມະຫາພາກດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດ ວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ-ອົງ ການ ທີ່ເຫັນວ່າມີຄວາມສອດຄ່ອງ ໂອນວຽກສື່ມວນຊົນ (ວຽກຖະແຫຼງ ຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທຳ ແລະ ທ່ອງທ່ຽວ.

ມອບໃຫ້ລັດຖະບານ ສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ນຳພາການໂຮມກົງຈັກຂັ້ນກະຊວງ ອົງການ ໃຫ້ສຳ ເລັດພາຍໃນເດືອນ ພຶດສະພາ 2025 ສືບຕໍ່ປັບປຸງກົງຈັກການຈັດຕັ້ງຢູ່ທ້ອງຖິ່ນໃຫ້ສຳເລັດພາຍໃນເດືອນກໍລະກົດ 2025 ເຊິ່ງການປັບປຸງກົງ ຈັກການຈັດຕັ້ງດັ່ງກ່າວ ແມ່ນໃຫ້ສຸມໃສ່ຈັດວາງພະນັກງານ-ລັດຖະ ກອນຄືນໃໝ່ຢ່າງຮັດກຸມ ແລະ ເປັນລະບົບ ລວມທັງຈັດສັນງົບປະມານ ເພື່ອຮັບໃຊ້ວຽກງານດັ່ງກ່າວຕາມລະບຽບການ ແລະ ເອົາໃຈໃສ່ນໍາພາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຮູ້ ເຂົ້າໃຈແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳ ເລັດເປັນຢ່າງດີຕາມແຜນການທີ່ວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version