Home ຂ່າວໜ້າໜຶ່ງ ຄວາມສຳຄັນ ໃນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ

ຄວາມສຳຄັນ ໃນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ

0

ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີປັບ ປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຜ່ານການຕີ ລາຄາການຈັດ ຕັ້ງປະຕິບັດກົດໝາຍເຫັນວ່າ: ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດ ຕັ້ງປະຕິບັດໄດ້ດີເທົ່າທີ່ຄວນເປັນຕົ້ນແມ່ນ: 1) ເທສະບານ ທີ່ກຳນົດໄວ້ເປັນ ຫົວໜ່ວຍການປົກຄອງໜຶ່ງໃນຂັ້ນເມືອງ, ມາຮອດປັດຈຸບັນ ບໍ່ທັນສາ ມາດຈັດຕັ້ງປະຕິບັດໄດ້; 2) ນະຄອນຂັ້ນເມືອງ ທີ່ໄດ້ສ້າງຕັ້ງຂຶ້ນ 3 ແຫ່ງໃນປີ 2018, ຜ່ານການຈັດຕັ້ງປະຕິບັດເຫັນວ່າ ຍັງບໍ່ທັນສາມາດ ປະຕິບັດພາລະ ບົດບາດຂອງຕົນໄດ້ຢ່າງເຕັມສ່ວນ ຍັງຂາດນິຕິກຳທີ່ເປັນບ່ອນອີງ ໃນ ການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນນິຕິກຳດ້ານການເງິນ, ຈຶ່ງເຮັດໃຫ້ການ ຈັດຕັ້ງປະຕິບັດ ບໍ່ໄດ້ຕ່າງຈາກເມືອງທົ່ວໄປພໍເທົ່າໃດ; 3) ອົງການປົກຄອງ ຂັ້ນບ້ານໃນທົ່ວປະເທດ ເຖິງແມ່ນວ່າຈະມີການຈັດຕັ້ງໃຫ້ມີ 5 ໜ່ວຍງານ ຕາມທີ່ກົດ ໝາຍກຳນົດກໍຕາມ, ແຕ່ການຈັດຕັ້ງປະຕິບັດຕົວ ຈິງຢູ່ ບາງທ້ອງຖິ່ນ ແມ່ນຍັງບໍ່ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ; 4) ນອກນັ້ນ, ຍັງມີກຸ່ມບ້ານເຊິ່ງຖືກສ້າງຕັ້ງຂຶ້ນຕາມມະຕິ 09/ກມສພ ເປັນ ຂອດລະຫວ່າງກາງ ລະຫວ່າງເມືອງກັບບ້ານ ເຮັດວຽກຄ້າຍຄືຂັ້ນການປົກ ຄອງ, ແຕ່ບໍ່ແມ່ນຂັ້ນຂອງການປົກ ຄອງ; 5) ພ້ອມດຽວກັນນັ້ນ, ເນື້ອໃນ ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ມີບາງມາດຕາຍັງບໍ່ທັນ ສອດຄ່ອງກັບກົດໝາຍອື່ນທີ່ກ່ຽວຂ້ອງ.

ທ່ານ ວິໄລວົງ ບຸດດາຄຳ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດ ຕົວຈິງໃນ ການນຳພາ, ຄຸ້ມຄອງບໍລິ ຫານໃນຂັ້ນຮາກຖານ (ຂັ້ນບ້ານ) ເຖິງແມ່ນພັກ ແລະ ລັດຖະບານ ມີຄວາມພະຍາຍາມສຸມໃສ່ພັດທະນາຮາກ ຖານຫລາຍ ເທົ່າໃດ, ແຕ່ປະສິດທິພາບຂອງວຽກງານ ກໍບໍ່ທັນໄດ້ມີຜົນສຳເລັດດີເທົ່າ ທີ່ຄວນ, ບັນຫາຕົ້ນຕໍທີ່ສັງເກດເຫັນ ແມ່ນການປົກຄອງຂັ້ນລຸ່ມ ສຸດຕາມ ກົດໝາຍກໍານົດ ແມ່ນອົງການປົກຄອງບ້ານເປັນຂັ້ນການ ບໍລິຫານປົກ ຄອງ, ແຕ່ຜູ້ທີ່ເປັນຫົວໜ້າບໍລິຫານ ບໍ່ແມ່ນລັດຖະກອນ ທີ່ປະຕິບັດອຳ ນາດບໍລິຫານລັດ, ບາງບ່ອນກໍບໍ່ຮູ້ໜັງສື, ການສ້າງພະນັກງານສືບ ທອດ ຂັ້ນບ້ານບໍ່ຕໍ່ເນື່ອງ, ການເຝິກອົບຮົມໃຫ້ພະນັກ ງານບ້ານ ຍັງບໍ່ທົ່ວ ເຖິງ ອັນສຳຄັນແມ່ນບັນດາແນວທາງນະໂຍບາຍ, ລະບຽບກົດໝາຍ ທີ່ຂັ້ນເທິງ ວາງອອກ ອົງການປົກຄອງຂັ້ນຮາກຖານບໍ່ສາມາດຈັດຕັ້ງຜັນຂະຫຍາຍ ໄດ້ຢ່າງມີປະສິດທິພາບ ແລະ ບໍ່ໄດ້ຮັບຜົນດີເທົ່າທີ່ຄວນ, ຍັງຂາດຄວາມ ເປັນມືອາຊີບໃນການປະຕິບັດວຽກງານ, ໃນບາງເຂດ ບໍ່ມີໃຜຢາກເປັນ ນາຍບ້ານ ຈຳເປັນຕ້ອງໄດ້ມີການລະດົມປະຊາຊົນ ໂດຍສະເພາະເຂດຊົນ ນະບົດຫ່າງໄກສອກຫລີກ ຍ້ອນກະທົບຕໍ່ການທຳມາຫາກິນ ແລະ ທໍາການ ຜະລິດຂອງເຂົາເຈົ້າ, ການປະຕິບັດວຽກງານກໍບໍ່ເຕັມເມັດ ເຕັມໜ່ວຍ; ແຕ່ກົງກັນຂ້າມ, ບ້ານ ໂດຍສະເພາະໃນເຂດຕົວເມືອງ ຊໍ້າພັດຍາດກັນເປັນ ນາຍບ້ານ ເພື່ອຫວັງຜົນປະໂຫຍດ ແລະ ບາງບ່ອນກໍເຮັດບົດບາດເກີນ, ສວຍໃຊ້ໜ້າທີ່ພາໃຫ້ເກີດການລ່ວງລະເມີດສິດເປັນເຈົ້າຂອງປະຊາຊົນ. ສັງລວມແລ້ວ ການບໍລິຫານຂັ້ນຮາກຖານ ຍັງບໍ່ທັນເຂັ້ມແຂງດີເທົ່າທີ່ ຄວນ, ການບໍລິຫານລັດຂັ້ນຮາກຖານ ຍັງມີລັກສະນະເຄິ່ງໆກາງໆ, ຊອດ ກະຈາລະຫວ່າງອົງການບໍລິຫານລັດຂັ້ນລຸ່ມສຸດກັບການຈັດຕັ້ງຊຸມຊົນ.

ເພື່ອໃຫ້ສອດຄ່ອງນິຕິກຳຈຳນວນໜຶ່ງທີ່ສູນກາງວາງອອກນັ້ນ ເປັນ ຕົ້ນແມ່ນມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານ ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ; ຄຳສັ່ງຂອງຄະນະ ເລຂາທິການສູນກາງພັກ ວ່າດ້ວຍການຄາດຄະເນແບ່ງ ຄວາມຮັບຜິດ ຊອບຂອງຄະນະປະຈຳພັກແຕ່ລະຂັ້ນ ສະບັບເລກທີ 173/ຄລສພ; ແຈ້ງ ການກ່ຽວກັບການແບ່ງງານໃຫ້ສະຫາຍຮອງເລຂາຄະນະບໍລິຫານງານພັກເມືອງ-ນະຄອນ ສະບັບເລກທີ 56/ຄຈສພ; ແຈ້ງການກ່ຽວກັບທິດຊີ້ນຳ ກ່ຽວ ກັບການສ້າງຕາແສງໃນຂອບເຂດທົ່ວປະເທດ ສະບັບເລກທີ 04/ຫສພ ແລະ ຮ່າງລັດຖະທຳມະນູນສະບັບປັບປຸງ ຂອງຄະນະປັບປຸງລະດັບຊາດ. ໂດຍອີງໃສ່ທິດນຳດັ່ງກ່າວ ລັດຖະບານໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປີ 2025 ຕື່ມ ເປັນຕົ້ນແມ່ນການຄົ້ນຄວ້າອົງ ການປົກຄອງຕາແສງ ເປັນກົງຈັກການປົກຄອງຂັ້ນລຸ່ມສຸດຢູ່ຮາກຖານ, ຫັນບ້ານໃຫ້ເປັນການຈັດຕັ້ງຂອງຊຸມຊົນ ພ້ອມນັ້ນ, ກໍໄດ້ຄົ້ນຄວ້າຊື່ເອີ້ນຕຳ ແໜ່ງບໍລິຫານ ເຊິ່ງໄດ້ລະບຸຊື່ເອີ້ນ ຂອງຫົວໜ້າອົງການປົກຄອງຂັ້ນ ແຂວງຈະແຈ້ງວ່າ ແມ່ນປະທານຄະນະກຳມະການປົກຄອງແຂວງ, ນະຄອນ ຫລວງວຽງຈັນ; ຂັ້ນເມືອງ ແມ່ນປະທານຄະນະກຳມະການປົກຄອງ ເມືອງ, ນະຄອນ; ຂັ້ນຕາແສງ ແມ່ນປະທານຄະນະກຳມະການປົກຄອງຕາແສງ.

ທ່ານ ວິໄລວົງ ບຸດດາຄຳ ຍັງກ່າວຕື່ມອີກວ່າ: ພາຍຫລັງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງອັນສຳຄັນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການ ປັບ ປຸງຂັ້ນການປົກຄອງໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບ ສະພາບ ເງື່ອນໄຂຕົວຈິງໃນແຕ່ລະທ້ອງຖິ່ນ ໂດຍສະເພາະການ ສ້າງຕາແສງ ເປັນ ການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອຳນວຍໃຫ້ບ້ານ ເປັນຫົວໜ່ວຍບໍ ລິ ຫານຊຸມຊົນຢ່າງແທ້ຈິງ; ເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ ກ່ຽວຂ້ອງໃນການປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍໃຫ້ສອດ ຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການແບ່ງ ຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງໃຫ້ອົງການປົກຄອງທ້ອງຖິ່ນ ແຕ່ ລະຂັ້ນໃຫ້ແທດເຖິງ ທັງຮັບປະກັນບົດບາດການນຳພາຂອງພັກຢ່າງ ໜັກແໜ້ນ ເຮັດໃຫ້ການນຳພາຂອງພັກຢ່າງເລິກ ເຖິງຫົວໜ່ວຍຮາກ ຖານຂອງປະເທດ; ສ້າງໃຫ້ເປັນກົງຈັກການປົກຄອງທີ່ຕິດແທດກິ້ງເກືອກ ລີເລືອ, ເປັນທີ່ເພິ່ງຂອງປະຊາຊົນບັນດາເຜົ່າ; ສາມາດນຳເອົາແນວທາງນະ ໂຍບາຍ, ການບໍລິການຂອງລັດຫຍັບເຂົ້າເຖິງປະຊາຊົນໄດ້ຢ່າງທົ່ວເຖິງ; ພ້ອມກັນນັ້ນ, ຍັງເປັນການຍົກລະດັບການປົກຄອງລັດດ້ວຍກົດໝາຍ ໃຫ້ໜັກແໜ້ນຍິ່ງຂຶ້ນຕາມຈຸດພິເສດ ແລະ ເງື່ອນໄຂຂອງ ສປປລາວ ເພື່ອ ສ້າງເງື່ອນໄຂໃຫ້ທ້ອງຖິ່ນນັບມື້ມີຄວາມເຂັ້ມແຂງ, ມີການພັດທະນາ ເຊິ່ງເປັນປັດໄຈສຳຄັນຕົ້ນຕໍໃຫ້ກັບການສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງ ກໍຄືການສ້າງຄວາມຢູ່ດີກິນດີແຕ່ຮາກຖານຂຶ້ນມາ ເພື່ອກ້າວ ຂຶ້ນສູ່ຈຸດໝາຍສັງ ຄົມນິຍົມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version