ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນຊຸມປີມໍ່ໆມານີ້, ປະເທດສະມາຊິກອາຊຽນ ໄດ້ຕັ້ງໜ້ານຳໃຊ້ ແລະ ສົ່ງເສີມເຕັກໂນໂລຊີດິຈິຕອນຢ່າງແຂງແຮງ, ຂະໜາດເສດຖະກິດດິຈິຕອນ ໄດ້ຂະຫຍາຍຕົວຢ່າງວ່ອງໄວ.
ຕາມຂໍ້ມູນຈາກບົດລາຍງານທີ່ກ່ຽວຂ້ອງ ສະແດງໃຫ້ເຫັນວ່າ ຮອດປີ 2030, ຂະໜາດເສດຖະກິດດິຈິຕອນ ຂອງອາຊີຕາເວັນອອກສຽງໃຕ້ ຄາດວ່າຈະມີເຖິງ 2.000 ຕື້ໂດລາ, ພາຍໃຕ້ທ່າອ່ຽງລວມດັ່ງກ່າວ, ການຮ່ວມມືແບບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ຈີນ-ອາຊຽນ ໃນຂົງເຂດດິຈິຕອນ ໄດ້ຮັບການພັດທະນາຢ່າງວ່ອງໄວ, ຝ່າຍຕ່າງໆ ໄດ້ຮ່ວມກັນຊົມໃຊ້ “ຜົນປະໂຫຍດດ້ານດິຈິຕອນ”, ຮ່ວມກັນສ້າງ “ອະນາຄົດແຫ່ງດິຈິຕອນ”, ເພີ່ມກໍາລັງຂັບເຄື່ອນໃໝ່ຫລາຍຂຶ້ນກວ່າເກົ່າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ.

ການຮ່ວມມືລະຫວ່າງ ຈີນ-ອາຊຽນ ໃນຂົງເຂດດິຈິຕອນ ໄດ້ຮັບຜົນສໍາເລັດຢ່າງອຸດົມສົມບູນ. ໃນດ້ານການກໍ່ສ້າງພື້ນຖານໂຄງລ່າງດ້ານດິຈິຕອນ, ຈີນ ໄດ້ສ້າງສາຍໄຍແກ້ວທາງບົກຂ້າມຊາຍແດນຫລາຍກວ່າ 30 ສາຍ ລະຫວ່າງ ຈີນ-ລາວ, ຈີນ-ຫວຽດນາມ, ຈີນ-ມຽນມາ ແລະອື່ນໆ ແລະໄດ້ເຊື່ອມຕໍ່ເຄືອຂ່າຍຂອງບໍລິສັດໂທລະຄົມ 10 ກວ່າແຫ່ງຂອງປະເທດສະມາຊິກອາຊຽນ. ນອກນີ້, ວິສາຫະກິດຈີນ ຍັງໄດ້ຊຸກຍູ້ການພັດທະນາພື້ນຖານໂຄງລ່າງດິຈິຕອນ 5G ຢູ່ໄທ, ດຳເນີນໂຄງການສະເພາະກິດດ້ານອິນເຕີເນັດລະດັບຊາດຢູ່ອິນໂດເນເຊຍ, ສ້າງສູນຂໍ້ມູນຂ່າວສານແຫ່ງຊາດ ຢູ່ມາເລເຊຍ. ມາດຕະການເຫລົ່ານີ້ ບໍ່ພຽງແຕ່ໄດ້ຍົກສູງລະດັບການບໍລິການດ້ານດິຈິຕອນ ຂອງປະເທດສະມາຊິກອາຊຽນ ເທົ່ານັ້ນ, ແຕ່ຍັງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນເປັນແບບດິຈິຕອນຂອງພາກພື້ນອີກດ້ວຍ.
ປັດຈຸບັນ, ເສດຖະກິດດິຈິຕອນ ໄດ້ກາຍເປັນຫົວຈັກສຳຄັນທີ່ຊຸກຍູ້ການເຕີບໂຕດ້ານການຄ້າ ລະຫວ່າງ ຈີນ ກັບອາຊຽນ. ໃນຊຸມປີມໍ່ໆມານີ້, ການຄ້າເອເລັກໂຕຣນິກຂ້າມຊາດ ໄດ້ເພີ່ມຂຶ້ນດ້ວຍຈັງຫວະສູງກວ່າ 20% ສະເລ່ຍຕໍ່ປີ ເຊິ່ງໄດ້ເສີມຂະຫຍາຍບົດບາດນັບມື້ສຳຄັນກວ່າເກົ່າໃນການຄ້າສອງຝ່າຍ. ພ້ອມກັນນັ້ນ, ການຊຳລະບັນຊີແບບເຄື່ອນທີ່ໄດ້ຂະຫຍາຍກວ້າງຂວາງອອກຢູ່ປະເທດສະມາຊິກອາຊຽນ ໄດ້ເພີ່ມພະລັງຊີວິດເຂົ້າໃນເສດຖະກິດພາກພື້ນ, ຕົວຢ່າງ: ການເຊື່ອມຕໍ່ເຄືອຂ່າຍ QR CODE ລະຫວ່າງ UnionPay International ກັບເຄືອຂ່າຍຊຳລະບັນຊີແຫ່ງຊາດລາວ (LAPNet)ດ້ວຍຜົນສຳເລັດໃນທ້າຍປີ 2024. ຄວາມຄືບໜ້າແບບບຸກທະລຸດັ່ງກ່າວ ເຮັດໃຫ້ຜູ້ບໍລິໂພກສາມາດສະແກນຊຳລະເງິນຢູ່ຕາມຮ້ານຄ້າຕ່າງໆຂອງລາວຢ່າງສະດວກສະບາຍ ໂດຍຜ່ານ APP UnionPay ເຊິ່ງໄດ້ອຳນວຍຄວາມສະດວກຢ່າງຫລວງຫລາຍໃນການບໍລິໂພກປະຈຳວັນ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງການເຄື່ອນໄຫວດໍາເນີນທຸລະກິດການຄ້າ.
ການພັດທະນາແບບຍືນຍົງຂອງການຮ່ວມມືດ້ານດິຈິຕອນ ບໍ່ສາມາດປາສະຈາກການສະໜັບສະໜູນຂອງຜູ້ທີ່ມີຄວາມຮູ້ຄວາມສາມາດ. ໃນຊຸມປີມໍ່ໆມານີ້, ວິສາຫະກິດ ຈີນ ໄດ້ມີສ່ວນຮ່ວມຢ່າງແຂງແຮງໃນການຈັດຝຶກອົບຮົມບຸກຄະລາກອນດ້ານດິຈິຕອນຂອງປະເທດສະມາຊິກອາຊຽນ, ຕົວຢ່າງ: ບໍລິສັດອາລີບາບາ ກັບກະຊວງການຄ້າ ກຳປູເຈຍ ໄດ້ເຊັນສັນຍາການຮ່ວມມື ເພື່ອສະໜອງການອົບຮົມເຕັກໂນໂລຊີດິຈິຕອນ ໃຫ້ແກ່ວິສາຫະກິດຂະໜາດກາງ ແລະນ້ອຍ ຂອງກຳປູເຈຍ; ບໍລິສັດຫົວເຫວີຍ ມີແຜນຈະຈັດຝຶກອົບຮົມບຸກຄະລາກອນດ້ານດິຈິຕອນ ຈຳນວນ 1 ແສນຄົນ ໃຫ້ແກ່ ໄທ ກ່ອນປີ 2025. ນອກນີ້, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂອງລາວ ທີ່ ຈີນ ໃຫ້ການຊ່ວຍເຫລືອສ້າງຂຶ້ນນັ້ນ ໄດ້ກາຍເປັນເວທີສຳຄັນໃຫ້ແກ່ການບຳລຸງສ້າງນັກວິຊາການດ້ານເຕັກໂນໂລຊີການສື່ສານ ຂອງລາວ. ມາດຕະການເຫລົ່ານີ້ ບໍ່ພຽງແຕ່ໄດ້ຍົກສູງຄວາມສາມາດດ້ານເຕັກໂນໂລຊີດິຈິຕອນຂອງປະເທດສະມາຊິກອາຊຽນ ເທົ່ານັ້ນ, ແຕ່ຍັງໄດ້ສ້າງພື້ນຖານດ້ານບຸກຄະລາກອນທີ່ໜັກແໜ້ນໃຫ້ແກ່ການຮ່ວມມືໃນໄລຍະຍາວ ລະຫວ່າງ ສອງຝ່າຍ.
ສິ່ງທີ່ໜ້າສົນໃຈຄື: ເຂດການຄ້າເສລີ ຈີນ-ອາຊຽນ ແບບ 3.0 ໄດ້ກວມເອົາການຮ່ວມມືໃນຂົງເຂດໃໝ່ຕ່າງໆ ເຊັ່ນ: ເສດຖະກິດດິຈິຕອນ, ປັນຍາປະດິດ ແລະອື່ນໆເປັນຄັ້ງທຳອິດ ເຊິ່ງໄດ້ບຸກເບີກພື້ນທີ່ອັນກວ້າງຂວາງທີ່ໃໝ່ອ່ຽມໃຫ້ແກ່ການຮ່ວມມືສອງຝ່າຍ. ການຊຸກຍູ້ໃຫ້ສັນຍາເຂດການຄ້າເສລີ ຈີນ-ອາຊຽນ ແບບ 3.0 ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ການເປີດກວ້າງຂອບເຂດການຮ່ວມມືໃນຂົງເຂດດິຈິຕອນ ຕື່ມອີກເປັນເລື່ອງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ, ຕົວຢ່າງ: ເຂດກວາງຊີ ຈີນ ແລະ ລາວ ໄດ້ເຊັນສັນຍາວ່າດ້ວຍການຮ່ວມກັນສ້າງສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ ເຊິ່ງກາຍເປັນເວທີປະດິດສ້າງໃໝ່ດ້ານການຮ່ວມມືປັນຍາປະດິດແຫ່ງທຳອິດທີ່ ຈີນ ເຊັນສັນຍາຮ່ວມມືກັບປະເທດສະມາຊິກອາຊຽນ. ນອກນີ້, ຈີນ ແລະ ປະເທດສະມາຊິກອາຊຽນ ຍັງໄດ້ຮ່ວມກັນຊຸກຍູ້ການສ້າງດ່ານອັດສະລິຍະ, ຕົວຢ່າງ: ການສ້າງດ່ານອັດສະລິຍະບໍ່ຫານ ເຮັດໃຫ້ເວລາກວດກາເພື່ອປ່ອຍຜ່ານລົດບັນທຸກສິນຄ້າຫລຸດລົງຢ່າງຫລວງຫລາຍ, ຈາກ 8-10 ນາທີໃນເມື່ອກ່ອນ ຫລຸດລົງເຫລືອແຕ່ 4 ນາທີ ໃນປັດຈຸບັນ ເຊິ່ງໄດ້ຍົກສູງປະສິດທິພາບຂອງການຜ່ານດ່ານຢ່າງຫລວງຫລາຍ ແລະ ໄດ້ຊຸກຍູ້ການອໍານວຍຄວາມສະດວກສະບາຍທາງດ້ານການຄ້າໃນພາກພື້ນຢ່າງແຂງແຮງ.
ການຮ່ວມມື ລະຫວ່າງ ຈີນ ແລະ ອາຊຽນ ໃນຂົງເຂດດິຈິຕອນ ກໍາລັງເພີ່ມກຳລັງຂັບເຄື່ອນໃໝ່ທີ່ແຂງແຮງກວ່າເກົ່າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ. ຈາກການກໍ່ສ້າງພື້ນຖານໂຄງລ່າງ ຮອດການບຳລຸງສ້າງດ້ານບຸກຄະລາກອນ, ຈົນເຖີງການປະດິດສ້າງໃໝ່ດ້ານເສດຖະກິດດິຈິຕອນ. ການຮ່ວມມືສອງຝ່າຍໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ມີກຳລັງແຮງບົ່ມຊ້ອນຢ່າງໃຫຍ່ຫລວງ. ໃນອະນາຄົດ, ຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືໃຫ້ຫລາຍຂຶ້ນກວ່າເກົ່າ, ຈີນ ແລະ ອາຊຽນ ຈະຮ່ວມກັນສ້າງລະບົບນິເວດດິຈິຕອນທີ່ເປີດກວ້າງ, ກວມລວມ ແລະ ມີຫົວຄິດປະດິດສ້າງຫລາຍຂຶ້ນກວ່າເກົ່າ ເພື່ອເພີ່ມຄວາມມີຊີວິດຊີວາເຂົ້າໃນການເຕີບໂຕຂອງເສດຖະກິດໃນພາກພື້ນ ກໍຄືຂອງໂລກ.