Home ຂ່າວການເມືອງ 21 ມີນາ 1946 ວັນຄຽດແຄ້ນຂອງປະຊາຊົນລາວ ຊາວເມືອງທ່າແຂກ

21 ມີນາ 1946 ວັນຄຽດແຄ້ນຂອງປະຊາຊົນລາວ ຊາວເມືອງທ່າແຂກ

0

ວັນທີ 21 ມີນາ 1946 ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດລາວເຮົາ ແມ່ນວັນຄຽດແຄ້ນຂອງປະຊາຊົນລາວ ກໍຄືປະຊາຊົນຊາວເມືອງທ່າແຂກ ພ້ອມທັງເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ (21/3/1946-21/3/2025) ຊຶ່ງປີນີ້ໄດ້ໝູນວຽນມາຄົບຮອບ 79 ປີ ມູນເຊື້ອດັ່ງກ່າວມັນໄດ້ຝັງເລິກຢູ່ໃຈຈິດໃຈຂອງປະຊາຊົນຊາວລາວມາແຕ່ດົນນານ ແລະ ຍາກທີ່ຈະລຶມໄດ້.

ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບທີ່ຕໍ່ສູ້ສໍາຄັນໃນລາວ, ມັນບໍ່ພຽງແຕ່ເປັນວັນຄຽດແຄ້ນ” ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານເທົ່ານັ້ນ ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍ ນໍາກັນລະຫວ່າງ 2 ຊາດລາວ-ຫວຽດນາມອ້າຍນ້ອງ ທີ່ເປັນແວ່ນແຍງອັນເຫຼື້ອມໃສຂອງນໍ້າໃຈສູ້ຮົບອັນພິລະອາດຫານບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ແຂວງຄໍາມ່ວນ ກໍຄືການບັນຊາເດັດດ່ຽວໜຽວແໜ້ນຂອງຄະນະກອງບັນຊາການກໍາລັງປະກອບອາວຸດພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນໍາໜ້າ ມັນໄດ້ຝັງເລິກໃນດວງໃຈຂອງປະຊາຊົນລາວ ແລະ ຫວຽດນາມຕ່າງດ້າວທີ່ຮັກຊາດຈົນຊົ່ວກາລະນານ.

ບັ້ນຮົບດັ່ງກ່າວເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ເປັນບັ້ນຮົບທີ່ຖືກນອງເລືອດກໍຕາມ ແຕ່ມັນກໍເປັນການປຸກ ລະດົມນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລູກຮືຂຶ້ນຢ່າງເປັນຂະບວນເພື່ອຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ ພ້ອມນັ້ນຍັງພິສູດໃຫ້ເຫັນເຖິງຄວາມສະຫຼາດ, ຄວາມເກັ່ງກ້າສາມາດ ແລະ ມີໄຫວພິບໃນການຊີ້ນໍາ ແລະ ບັນຊາສູ້ຮົບຂອງກໍາລັງປະຕິວັດລາວ.

ບັ້ນຮົບປ້ອງກັນຕົວເມືອງທ່າແຂກໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ. ແຕ່ຍັງເປັນນັກຮົບທີ່ກ້າແກ່ນ ເສຍສະຫຼະເພື່ອປະເທດຊາດຢ່າງອົງອາດກ້າຫານ ທັງຮູ້ປັບປຸງກໍ່ສ້າງກໍາລັງ ແລະ ຮູ້ຈັກສຶກສາອົບຮົມຊາວໜຸ່ມໃຫ້ມີຈິດໃຈຮັກຊາດຂຶ້ນສູ່ລະດັບສູງ.

ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໄດ້ສະແດງໃຫ້ປະຊາຊົນລາວບັນດາເຜົ່າ ແລະ ຊາວໂລກ ເຫັນແຈ້ງເຖິງທາດແທ້ຄວາມປ່າເຖື່ອນ, ໂຫດຫ້ຽມສາມານຂອງລ່າເມືອງຂຶ້ນຝຣັ່ງທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກ. ບັ້ນຮົບດັ່ງກ່າວໄດ້ກາຍເປັນເຫດການປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕຂອງພວກເຮົາ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ. ສະນັ້ນວັນທີ 30 ກໍລະກົດ 2008 ພັກ ແລະ ລັດຖະບານຈຶ່ງໄດ້ອອກດຳລັດເລກທີ 136/ນຍ ກຳນົດເອົາວັນທີ 21 ມີນາ ເປັນວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version