Home ຂ່າວຕ່າງປະເທດ ສ.ອາເມລິກາ ຕັດງົບປະມານດ້ານສາທາລະນະສຸກທົ່ວໂລກ ເປັນໄພຂົ່ມຂູ່ຕໍ່ຊີວິດ

ສ.ອາເມລິກາ ຕັດງົບປະມານດ້ານສາທາລະນະສຸກທົ່ວໂລກ ເປັນໄພຂົ່ມຂູ່ຕໍ່ຊີວິດ

0

ວິທະຍຸສາກົນ ແຫ່ງ ສປ ຈິນ,ເມື່ອບໍ່ດົນມານີ້, ທ່ານ ​ເຕ​ໂດ​ຣ​ສ ແອັດ​ຮາ​ນອ​ມ ເກ​ເບ​ຣ​ເຢ​ຊຸ​ສ, ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ ອະ​ນາ​ໄມ​ໂລກ​ ກ່າວວ່າ: ສ.ອາ​ເມ​ລິກາ ​ຕັດ​ງົບ​ປະ​ມານ​ດ້ານສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ ອາດ​ຈະ​ເປັ​ນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ ​ຂອງຫລາຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ. ພ້ອມທັງ​ເຕືອນ​ໃຫ້​ ສ.ອາ​ເມ​ລິກາ ແລະ ປະ​ເທດທີ່​ໄດ້​ຮັບ​ຜົນ​ກະ​ທົບ​ດຳ​ເນີນ​ການ​ເຈ​ລະ​ຈາເພື່ອ​ວາງ​ແຜນ​ການ​ແກ້​ໄຂທີ່​ມີ​ຄວາມ​ຍືນ​ຍົງກວ່າ​ເກົ່າ ແລະ ຫລີກ​ລ່ຽງ​ບໍ່​ໃຫ້​ມີຜົນ​ເສຍ​ຫາຍ​ທາງດ້ານ​ຊີ​ວິດ. ພາຍຫລັງ ສ.ອາ​ເມ​ລິ​ກາ​ ໄດ້​ຕັດ​​ງົບ​ປະ​ມານ​ດ້ານ​ສາ​ທາ​ລະ​ນະ​ສຸ​ກ​​ທີ່ສະ​ໜອງ​ໃຫ້​ແກ່​ປະ​ເທດ​ອື່ນ​ ໂດຍ​ຜ່າ​ນ​ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິກາ, ສູນ​ປ້ອງ​ກັນ ແລະ ຄວບ​ຄຸ​ມ​ພະ​ຍາດອາ​ເມ​ລິ​ກາ ແລະ ອົງ​ການ​ອື່ນໆ ​ຢ່າ​ງ​ທະ​ທັນ​ຫັນ, ອາ​ດ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່ຄວາມ​ຄືບ​ໜ້າ ​ຂອງ​ທົ່ວ​ໂລກ​ໃນ​ການ​ປ້ອງ​ກັນ ແລະ ປິ່ນ​ປົວມາ​ເລ​ເຣຍ, ພະ​ຍາດ​ເອດ, ພະ​ຍາດ​ວັນ​ນະ​ໂລກ ແລະ ພະ​ຍາດ​ອື່ນໆອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version