ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ຜູ້ນຳຫລາຍປະເທດໃນເອີຣົບ ເຊັ່ນ: ເຢຍລະມັນ, ຝຣັ່ງ, ອັງກິດ, ອີຕາລີ ແລະ ໂປໂລຍ ເປັນຕົ້ນ ພ້ອມກັບທ່ານ ອັນໂຕນີໂອ ຄໍສຕາ ປະທານ ສະພາມົນຕີ ເອີຣົບ ແລະ ທ່ານນາງ ອູຊູລາ ວອນເດີເລເອີນ ປະທານ ຄະນະກຳມະການ ສະຫະພາບ ເອີຣົບ ໄດ້ອອກຖະແຫລງການຮ່ວມ ໂດຍໄດ້ກ້າວມີຄວາມເຫັນ ເປັນເອກະພາບກັນວ່າ: “ການຕົກລົງໃດໆ ກ່ຽວກັບການທີ່ ອູແກຣນ ອາດຈະຜ່ອນສັ້ນຜ່ອນ ຍາວໃນດ້ານດິນແດນນັ້ນ ຕ້ອງເກີດຂຶ້ນ ຫລັງຈາກ ມາດຕະການ ຮັບປະກັນ ຄວາມໝັ້ນຄົງທີ່ເຂັ້ມແຂງຖືກຈັດຕັ້ງປະຕິບັດເປັນທີ່ຮຽບຮ້ອຍແລ້ວ, ສ່ວນມາດຕະການ ຮັບປະກັນຄວາມໝັ້ນຄົງເຫລົ່ານັ້ນຈະຕ້ອງປະກອບມີກອງກຳລັງຮ່ວມຫລາຍຊາດທີ່ນຳພາໂດຍເອີຣົບ.”
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
