ວິທະຍຸ-ໂທລະພາບ ສູນກາງຈີນ ວັນທີ 16 ທັນວານີ້, ກອງປະຊຸມເວທີປຶກສາຫາລືສື່ມວນຊົນຈີນ-ຣັດເຊຍ ຄັ້ງທີ 6 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ທ່ານ ຫລີ ຊູ່ເຫລີຍ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ໄດ້ຍົກໃຫ້ຫັນສຳຄັນກອງປະຊຸມດັ່ງກ່າວທີ່ຮ່ວມກັນເປັນເຈົ້າພາບ ໂດຍຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ແລະ ຫ້ອງວ່າການປະທານາທິບໍດີຣັດເຊຍ, ຮ່ວມຈັດຂຶ້ນໂດຍສຳນັກຂ່າວສານຊິນຮວາຂອງ ສປ ຈີນ ແລະ ສຳນັກຂ່າວສານຕາສ ຂອງຣັດເຊຍ, ພາຍໃຕ້ຫົວຂໍ້: “ສ້າງອະນາຄົດໃໝ່ແຫ່ງການຮ່ວມມື ດ້ານສື່ມວນຊົນຈີນ-ຣັດເຊຍ: ຄວາມຮັບຮູ້ທີ່ເປັນເອກະພາບກັນ ແລະ ການປະຕິບັດ”. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງປະມານ 140 ຄົນ ທີ່ມາຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການສື່ມວນຊົນ ຈາກສອງປະເທດ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໂດຍທັງສອງຝ່າຍໄດ້ລົງນາມເອກະສານຮ່ວມມື ກ່ຽວກັບການລົງເລິກການຮ່ວມມື ລະຫວ່າງ ສື່ມວນຊົນຈີນ-ຣັດເຊຍ ຈຳນວນ 11 ສະບັບ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
