Home ຂ່າວຕ່າງປະເທດ ສສ ຫວຽດນາມ-ອັງກິດ ເພີ່ມທະວີການພົວພັນການຮ່ວມມືຫລາຍດ້ານ

ສສ ຫວຽດນາມ-ອັງກິດ ເພີ່ມທະວີການພົວພັນການຮ່ວມມືຫລາຍດ້ານ

0

ວິທະຍຸກະຈາຍສຽງຫວຽດນາມ, ສສ ຫວຽດນາມ ແລະ ອັງກິດ ໄດ້ລົງນາມການຮ່ວມມືສອງຝ່າຍເພື່ອເພີ່ມທະວີດ້ານການຄ້າ 2 ຝ່າຍ, ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານໃໝ່, ພະລັງງານຜະລິດຄືນໃໝ່, ນຳການພົວພັນຂອງ 2 ປະເທດໃຫ້ໃຫຍ່ໂຕເຂັ້ມແຂງ. ພາຍຫລັງ ທ່ານ ຫງວຽນຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ສືບຕໍ່ລາຍການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ ແລະ ອຽກລັງເໜືອ ຊຶ່ງໄດ້ພົບປະກັບທ່ານ ນາງ ແອນເຈລາ ຣາຍເນີ(Angela Rayner), ຮອງນາຍົກລັດຖະມົນຕີ ອັງກິດ. ໃນໂອກາດນີ້ ທ່ານ ຫງວຽນຮ່ວາບິ່ງ ສະເໜີ ໃຫ້ບັນດາ ວິສາຫະກິດ ອັງກິດ ລົງທຶນ ແລະ ເປີດກວ້າງ ການເຄື່ອນໄຫວຢູ່ ສສ ຫວຽດນາມ ໃນບັນດາຂົງເຂດ ພະລັງງານທົດແທນ, ພະລັງງານ ຜະລິດຄືນໃໝ່,ສອດຄ່ອງກັບ ການກຳນົດທິດ ໃຫ້ບຸລິມະສິດ ຂອງລັດຖະບານ ຫວຽດນາມ, ພ້ອມກັນນັ້ນ ຍັງປາດຖະໜາວ່າ ລັດຖະບານ ອັງກິດ ໜູນຊ່ວຍ ສສ ຫວຽດນາມ ໃນການບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດ ມີຄຸນນະພາບສູງ, ສ້າງເງື່ອນໄຂສະດວກ ໃຫ້ນັກສຶກສາ ຫວຽດນາມ ໄປຮ່ຳຮຽນຢູ່ ອັງກິດ ແລະ ສະເໜີໃຫ້ຝ່າຍ ອັງກິດ ແບ່ງປັນຄວາມຮູ້, ປະສົບການ ໃນການພັດທະນາ ບັນດາສູນການເງິນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version