ວິທະຍຸກະຈາຍສຽງຫວຽດນາມ ໃນຂອບເຂດເຄື່ອນໄຫວຢູ່ອັງກິດ, ທ່ານ ຫງວຽນ ຮວ່າບິ່ງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ໄດ້ພົບປະກັບ ທ່ານ ໂທນີ ແບຣ(Tony Blair), ອະດີດນາຍົກລັດຖະມົນຕີອັງກິດ, ປະທານສະຖາບັນ Tony Blair ເພື່ອການປ່ຽນແປງທົ່ວໂລກ (TBI). ໃນໂອກາດນີ້ ທ່ານ ຫງວຽນ ຮວ່າບິ່ງ ຢັ້ງຢືນວ່າ: ສສ ຫວຽດນາມ ພວມຍູ້ໄວການປ່ຽນແປງລະບອບລະບຽບການ, ປັບປຸງສະພາບແວດລ້ອມການລົງທຶນ, ດຶງດູດບັນດານັກລົງທຶນ ການເງິນ ແລະ ອົງການ ການເງິນໃຫຍ່, ພິເສດ ແມ່ນໃນບັນດາ ຂົງເຂດ ຫາກໍ່ພົ້ນເດັ່ນຄື ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ; ພ້ອມທັງປາດຖະໜາວ່າ ທ່ານ Tony Blair ໃຫ້ການເຊື່ອມຕໍ່ສາກົນ ແລະ ຍົກອອກບັນດາຂໍ້ສະເໜີແນະຍຸດທະສາດ. ຈາກນັ້ນ ທ່ານ Tony Blair ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສູນການເງິນສາກົນຂອງ ສສ ຫວຽດນາມ ແມ່ນໜຶ່ງການຕັດສິນທີ່ຖືກຕ້ອງ ແລະ ໄດ້ຕີລາຄາສູງການກຳນົດທິດພັດທະນາສູນການເງິນຂອງ ສສ ຫວຽດນາມ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ