Home ຂ່າວໜ້າໜຶ່ງ ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ

0

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍພະນັກງານ-ລັດ ຖະກອນ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ, ປະກອບຄຳຄິດເຫັນໃສ່ ຮ່າງກົດໝາຍດັ່ງກ່າວ, ໃຫ້ມີເນື້ອຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 9 ພາກ, 19 ໝວດ, 101 ມາດຕາ. ໃນນັ້ນ, ປັບປຸງໃໝ່ 44 ມາດຕາ, ສ້າງໃໝ່ 5 ມາດຕາ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ໂດຍອີງໃສ່ແນວທາງນະໂຍບາຍປ່ຽນແປງໃໝ່ ທີ່ມີຫລັກການ ແລະ ວຽກງານຈຸດສຸມຂອງພັກ ແລະ ລັດຖະບານ, ແຜນພັດທະນາສະພາບເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ຂອງ ສປປ ລາວ ຮອດປີ 2030 ສົມທົບກັບພຶດຕິກໍາຕົວຈິງ ໃນການຈັດຕັ້ງປະຕິບັດບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດ ຖະກອນ ໃນໄລຍະ 10 ປີ ຜ່ານມາ (2015-2025) ແລະ ອີງໃສ່ຜົນການລົງປະເມີນ, ທາບທາມຄຳເຫັນຈາກບັນດາພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງລັດຖະກອນ ໃນຂອບເຂດທົ່ວປະເທດ ເຫັນວ່າມີຄວາມຈຳເປັນຕ້ອງໄດ້ປັບປຸງ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະແມ່ນຂອດການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃນປັດຈຸບັນ ແລະ ຕໍ່ໜ້າ ໂດຍຄະນະຮັບຜິດຊອບ ໄດ້ຄົ້ນຄວ້າ ແລະ ສະເໜີປັບປຸງຂອບເຂດການນໍາໃຊ້ກົດໝາຍ, ອາຍຸເຂົ້າເປັນລັດຖະກອນ, ອາຍຸກະສຽນບຳນານ, ຊື່ເອີ້ນຕຳແໜ່ງບໍລິຫານ, ຂັ້ນຂອງຕຳແໜ່ງວິຊາການ, ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງພະນັກງານ-ລັດ ຖະກອນ ຂັ້ນສູນກາງ, ຂັ້ນຕາແສງ ແລະ ອື່ນໆ.

ພາຍຫລັງ, ຮ່າງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນນິຕິກຳທີ່ເປັນເຄື່ອງມືອັນສຳຄັນໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນໃນການຄຸ້ມຄອງພະນັກງານ-ລັດຖະກອນ ນຳໄປຈັດຕັ້ງປະຕິ ບັດ ແລະ ຜັນຂະຫຍາຍຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; ເປັນບ່ອນອີງໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງ ນຳໄປຜັນຂະຫຍາຍ ແລະ ຄົ້ນຄວ້າອອກນິຕິກໍາລຸ່ມກົດໝາຍ ເພື່ອໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມ ແລະ ຈຸດພິເສດແຕ່ລະຂະແໜງການ; ອົງການຈັດຕັ້ງພັກ-ລັດແຕ່ລະຂັ້ນ ມີກົນໄກບໍລິ ຫານ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ທີ່ສອດຄ່ອງກັບແນວທາງປ່ຽນແປງໃໝ່ ຢ່າງມີຫລັກ ການຂອງພັກ, ລະບຽບກົດໝາຍຂອງລັດ, ການພັດທະນາເສດຖະກິດ-ສັງຄົມ, ທ່າອ່ຽງຂອງຍຸກສະໄໝຂອງພາກພື້ນ ແລະ ສາກົນ; ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຈະໄດ້ຮັບການປັບປຸງເຂົ້າສູ່ລະ ບົບ, ມີຄວາມເປັນເອກະພາບຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ ທີ່ກຳ ນົດໃນມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version