ໃນໂອກາດເຂົ້າຮ່ວມກອງປະຊຸມ ເຜີຍແຜ່ນະໂຍບາຍສົ່ງເສີມການນຳໃຊ້ສະກຸນເງິນທ້ອງ ຖິ່ນ ກີບ-ດົງ ເພື່ອການຊໍາລະສິນຄ້າ ແລະ ບັນດາການບໍລິການ ລະຫວ່າງສອງປະເທດ ລາວ-ສສ ຫວຽດນາມ ເມື່ອບໍ່ດົນມານີ້ ເຊິ່ງກອງປະຊຸມຈັດຂຶ້ນເພື່ອຊຸກຍູ້ການນຳໃຊ້ເງິນຕາພາຍໃນປະເທດຂອງແຕ່ລະປະເທດ ເພື່ອຫລຸດຜ່ອນລາຍຈ່າຍໃນການເຮັດທຸລະກຳ ແລະ ຫລຸດຜ່ອນຄວາມກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດຂອງທັງສອງປະເທດ. Vietcombank Laos ໄດ້ສະເໜີບັນດານະໂຍ ບາຍ, ບຸລິມະສິດ ແລະ ບັນດາການບໍລິການທຸລະກຳສະກຸນເງິນທ້ອງຖິ່ນ ຂອງສອງຝ່າຍ ລາວ-ຫວຽດ ນາມ.

ກອງປະຊຸມຄັ້ງນີ້, ມີ ທ່ານ ນາງ ມະໂນລາ ເມືອງມະນີ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານ ແຫ່ງ ສປປ ລາວ, ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດລາວ, ທ່ານ ຫງວຽນກວາງຮຸຍ ຮອງຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ຈຳກັດ (Vietcombank Laos) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, Vietcombank Laos ຍັງໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາມາດຂອງຕົນ ເພື່ອຜັນຂະຫຍາຍບົດບາດຂອງການເປັນທະນາຄານຊຳລະເງິນຕາທ້ອງຖິ່ນ ໃຫ້ປະສົບຜົນສຳເລັດ ຜ່ານການສະໜອງການບໍລິການທຸລະກໍາເງິນຕາຂ້າມສະກຸນ ເຊິ່ງປະກອບມີ: ການສະໜອງການບໍລິການຊໍາລະເງິນ ລາວ-ຫວຽດນາມ, ການຮັບເງິນຝາກ, ການອະນຸມັດສິນເຊື່ອ, ການຊື້-ຂາຍເງິນ ຕາຕ່າງປະເທດ ແລະ ເປັນຕົວແທນໃຫ້ແກ່ບັນດາທະນາຄານທຸລະກິດນໍາສະກຸນເງິນດົງຫວຽດນາມ ເຂົ້າ ແລະ ອອກ ສປປ ລາວ ເພື່ອປະກອບສ່ວນຊຸກຍູ້ການນຳໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນທຸລະກຳຊໍາລະ, ການໂອນເງິນເພື່ອການຄ້າ, ການລົງທຶນ ແລະ ກູ້ຢືມ ລະຫວ່າງ ລາວ ແລະ ຫວຽດນາມ ເຊິ່ງມີຄວາມຄາດຫວັງວ່າຈະນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ທັງສອງຝ່າຍ, ຊ່ວຍໃຫ້ວິສາຫະກິດ ລາວ ແລະ ຫວຽດນາມ ມີທາງເລືອກໃນການເຮັດທຸລະກຳ, ຫລຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານ ບໍ່ຈໍາເປັນຕ້ອງປ່ຽນອັດຕາແລກປ່ຽນເປັນສະກຸນເງິນປະເທດທີສາມ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດ ໂດຍເພີ່ມຄວາມສາມາດເຂົ້າເຖິງແຫລ່ງທຶນເປັນສະກຸນເງິນທ້ອງຖິ່ນ ໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນຫວຽດນາມ ຢູ່ ລາວ.