ວິທະຍຸສາກົນແຫ່ງ ສປ ຈີນ, ແຫລ່ງຂ່າວ ຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ໃຫ້ຮູ້ ໃນວັນທີ 17 ມີນານີ້ວ່າ: ອຸດສາຫະກຳດີຈີຕອນ ຂອງ ສປ ຈີນໃນປີ 2024 ໂດຍລວມໄດ້ເຄື່ອນໄຫວຢ່າງມີຄວາມໝັ້ນທ່ຽງ, ລາຍໄດ້ ຈາກການດຳເນີນທຸລະກິດ ບັນລຸ 35.000 ຕື້ຢວນ, ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ປີ 2023, ລວມຍອດ ຜົນກຳໄລມີເຖິງ 2.700 ຕື້ຢວນ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີ 2023.ໃນນັ້ນ, ຕະຫລາດຜະລິດຕະພັນເອເລັກໂຕຣນິກ ທີ່ນຳໃຊ້ໃນຊີວິດປະຈຳວັນໄດ້ພັດທະນາດີຂຶ້ນຢ່າງຮອບດ້ານ. ໂດຍພາຍໃຕ້ການຊຸກຍູ້ຈາກທຸລະກິດພັດທະນາຂຶ້ນມາໃໝ່ເຊັ່ນ: ປັນຍາປະດິດ ແລະ ຄລາວຄອມພິວຕິງ ເປັນຕົ້ນ, ອຸດສາຫະກຳ ຊອບແວ ສາມາດ ສ້າງລາຍຮັບ ໄດ້ເຖິງ 13.700 ຕື້ຢວນ, ເພີ່ມຂຶ້ນ 10% ເມື່ອທຽບປີ 2023. ອຸດສາຫະກຳ ການສື່ສານ ສາມາດສ້າງລາຍຮັບ ໄດ້ເຖິງ 1.740 ຕື້ຢວນ, ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ປີ 2023. ລະບົບພື້ນຖານໂຄງລ່າງ ທາງດ້ານດີຈີຕອນ ໄດ້ຮັບການຍົກສູງຂຶ້ນທັງທາງດ້ານຄຸນນະພາບ ແລະ ປະລິມານ. ມາຮອດທ້າຍປີ 2024, ການໃຊ້ສາຍໃຍແກ້ວ ໃນທົ່ວປະເທດ ມີເຖິງ 72.88 ລ້ານກິໂລແມັດ, ນັບລວມແລ້ວ ໄດ້ສ້າງສະຖານີ ສົ່ງສັນຍານ ສື່ສານ 5G 4.251 ລ້ານແຫ່ງ, ທຸກເມືອງໄດ້ນຳໃຊ້ລະບົບອິນເຕີເນັດຂະໜາດ Gbps, ທຸກຕາແສງໄດ້ນໍາໃຊ້ລະບົບ 5G ແລະ ລະບົບ 5G ສາມາດປົກຄຸມບ້ານບໍລິຫານ ຫລາຍກວ່າ 90%.ນອກນີ້, ລະບົບນິເວດອຸດສາຫະກໍາ ໄດ້ຮັບການປັບປຸງ ນັບມື້ ນັບດີຂຶ້ນ, ໄດ້ສະໜອງ ການບໍລິການແກ່ 150 ກວ່າປະເທດ ແລະ ເຂດແຄວ້ນ ໃນທົ່ວໂລກ. ພະລັງຊຸກຍູ້ ອຸດສາຫະກໍາໃໝ່ ໄດ້ເພີ່ມທະວີຂຶ້ນເລື້ອຍໆ, ຂົງເຂດພັດທະນາ ຂຶ້ນມາໃໝ່ ເຊັ່ນ: ປັນຍາປະດິດ, ຫຸ່ນຍົນ ທີ່ເປັນຮູບຮ່າງ ຄືມະນຸດ ແລະອື່ນໆໄດ້ຮັກສາຄວາມດຶງດູດ ອ່າວສູງຕໍ່ການລົງທຶນ ແລະ ການລະດົມທຶນ, ນອກນີ້ ການພັດທະນາ ແບບຈໍາລອງໃຫຍ່ ທີ່ນໍາໃຊ້ ໃນທາງການຄ້າ ໄດ້ພັດທະນາໄວຂຶ້ນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ