Home ຂ່າວຕ່າງປະເທດ ເອີຣົບ ຈະຈັດສົ່ງທະຫານຮັກສາສັນຕິພາບ ຫລາຍກວ່າ 10.000 ຄົນໄປຍັງ ອູແກຣນ

ເອີຣົບ ຈະຈັດສົ່ງທະຫານຮັກສາສັນຕິພາບ ຫລາຍກວ່າ 10.000 ຄົນໄປຍັງ ອູແກຣນ

0

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້ໜັງສືພິມ The Times ຂອງອັງກິດ ໄດ້ຄັດສະເໜີແຫລ່ງຂ່າວດ້ານການທະຫານອັງກິດ ໂດຍໃຫ້ຮູ້ວ່າ: ບັນດາປະເທດເອີຣົບ ມີແຜນການຜັນຂະຫຍາຍກຳລັງຮັກສາສັນຕິພາບ ໄປຍັງອູແກຣນ ເມື່ອບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງ ລະຫວ່າງ ຣັດເຊຍ ແລະ ອູແກຣນ. ເຖິງວ່າກຳລັງສ່ວນຫລາຍຈະມາຈາກອັງກິດ ແລະ ຝຣັ່ງ ກໍ່ຕາມ, ແຕ່ ທ່ານ ເຄີດສະຕາມເມີ(Keir Starmer), ນາຍົກລັດຖະມົນຕີອັງກິດ ກໍ່ໄດ້ບັນລຸຜົນສຳເລັດໃນການດຶງດູດ ຫລາຍປະເທດເຂົ້າຮ່ວມກວ່າເມື່ອທຽບໃສ່ 3 ປະເທດ ໃນເບື້ອງຕົ້ນທີ່ສະເໜີຈັດສົ່ງກຳລັງທະຫານໄປອູແກຣນ. ຫລາຍກວ່າ 35 ປະເທດ ກໍ່ເຫັນດີສະໜອງອາວຸດ, ເຄື່ອງອຸປະກອນ, ໜູນຊ່ວຍດ້ານເຕັກນິກ ແລະ ສືບລາຊະການລັບໃຫ້ພາລະກຳມີຄວາມສາມາດບົ່ມຊ້ອນດັ່ງກ່າວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version