Home ຂ່າວໜ້າໜຶ່ງ ສສຊ ສະເໜີຫລຸດອັດຕາດອກເບ້ຍທະນາຄານເພື່ອສົ່ງເສີມການຜະລິດ

ສສຊ ສະເໜີຫລຸດອັດຕາດອກເບ້ຍທະນາຄານເພື່ອສົ່ງເສີມການຜະລິດ

0

ໃນການດຳເນີນກອງປະຊຸມສະໄຫມວິສາມັນ ເທື່ອທີ 2 ຂອງສະ ພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025. ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ແລກປ່ຽນຕໍ່ກັບຮ່າງລັດຖະທໍາມະນູນສະບັບປັງປຸງ ປີ 2025 ວ່າ: ໃນຈໍານວນ 122 ມາດຕາຂອງຮ່າງລັດຖະທໍາມະນູນ ມີຄວາມຮັດກຸມຫຼາຍແລ້ວ, ແຕ່ຂໍແລກປ່ຽນນໍາຄື “ ຂໍ້ 3 ມາດຕາ 54 ຊຶ່ງມັນຕັດສິນຊີ້ຂາດສະຕາກໍາຂອງລະບົບເສດຖະກິດຂອງ ສປປ ລາວ.

ສະເຫນີ ກໍານົດໃຫ້ມີຄວາມຮັດກຸມຂຶ້ນຕື່ມ ເພື່ອໃຫ້ສະພາ ແຫ່ງຊາດຊຶ່ງເປັນຕົວແທນແຫ່ງສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າເຂົ້າໄປ ມີສ່ວນຮ່ວມໃນການກໍານົດນະໂຍບາຍ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃຫ້ມີຄວາມແຂງ ແຮງຂຶ້ນຕື່ມ, ປີຜ່ານມາການຜະລິດເປັນສິນຄ້າຂອງພວກເຮົາມັນບໍ່ແຂງແຮງ ຍ້ອນດອກເບ້ຍ ທະນາຄານສູງເກີນໄປເມື່ອທຽບໃສ່ປະເທດເພື່ອນບ້ານ ເຮັດໃຫ້ຕົ້ນທຶນການຜະລິດສູງເກີນໄປ ແລະ ບໍ່ສາມາດແຂ່ງຂັນທາງດ້ານລາຄາກັບສິນຄ້າຂອງປະເທດເພື່ອນ ບ້ານ ເຊັ່ນວ່າ: ສປ ຈີນ, ໄທ, ຫວຽດນາມ ທີ່ມີດອກເບ້ຍໂດຍສະເລ່ຍ 3%.

ສ່ວນ ສປປ ລາວ 13% ບວກຄ່າສີ້ນເປືອງຕ່າງໆ 3%-5% ລວມເປັນ 16%-18% ເຮັດໃຫ້ການຜະລິດກະສິກໍາເປັນສິນຄ້າຂອງ ສປປ ລາວ ບໍ່ສາມາດແຂ່ງຂັນທາງດ້ານລາຄາ ກັບສິນຄ້າ ຂອງປະເທດເພື່ອນບ້ານ ເຮັດໃຫ້ການຜະລິດພາຍໃນບໍ່ມີການຂະຫຍາຍຕົວ ມີແຕ່ການຜະລິດແບບປະຖົມປະຖານຂອງປະຊາ ຊົນ ສາມາດຄົງຕົວໄດ້ ແຕ່ບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ.

ສະນັ້ນ, ຈຶ່ງສະເຫນີ ໃຫ້ກໍານົດໃນມາດຕາດັ່ງກ່າວ ໃຫ້ມີຄວາມຮັດກຸມແນໃສ່ເປີດໂອກາດໃຫ້ສະພາແຫ່ງຊາດ ເຂົ້າມາມີສ່ວນ ຮ່ວມແກ້ໄຂປັນຫາດອກເບ້ຍທະນາຄານ ທີ່ສູງຢ່າງຕໍ່ເນື່ອງມາຫຼາຍສິບປີໃຫ້ຫຼຸດລົງ ເພື່ອເອື້ອອໍານວຍແກ່ການດໍາເນີນທຸລະກິດ ສ້າງວຽກເຮັດງານທໍາແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເທື່ອລະກ້າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version