ກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອະວະກາດຈີນ ເປີດເຜີຍໃຫ້ຮູ້ວ່າ: ເວລາ 12 ໂມງ 11 ນາທີຂອງວັນທີ 15 ມີນານີ້, ຈີນໄດ້ສົ່ງດາວທຽມ “ຊື້ເວີຍກ່າວຈິງ 3-02” (SuperView Neo 3-02) ຂຶ້ນສູ່ອະວະກາດດ້ວຍຈະຫຼວດສົ່ງຍານ “ສາງເຈີ່ງ-2D” ຢູ່ສູນສົ່ງດາວທຽມຈິວສວນ, ດາວທຽມດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າຢ່າງສະດວກປອດໄພ ແລະເຮັດໃຫ້ພາລະກິດຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.
ດາວທຽມດັ່ງກ່າວຈະເຮັດໜ້າທີ່ເກັບກຳຂໍ້ມູນດ້ານສິ່ງແວດລ້ອມຂອງໜ່ວຍໂລກ ໃນລະດັບຄວາມແມ່ນຢຳທີ່ສູງກວ່າເກົ່າ, ເພື່ອປັບປຸງການຄຸ້ມຄອງສິ່ງແວດລ້ອມໃຫ້ດີຍິ່ງຂຶ້ນ, ຍົກສູງປະສິດທິພາບການຜະລິດກະສິກຳ ແລະ ຍົກລະດັບການເຕືອນໄພແຜ່ນດິນໄຫວໃຫ້ມີປະສິດທິຜົນຫຼາຍກວ່າເກົ່າເປັນຕົ້ນ. ພາລະກິດເທື່ອນີ້ຍັງໄດ້ສົ່ງດາວທຽມ “ຖ່ຽນຢ້ຽນ 23” ຂຶ້ນສູ່ອະວະກາດຢ່າງສຳເລັດຜົນນຳອີກ. ເຊິ່ງການສົ່ງດາວທຽມຄັ້ງນີ້ແມ່ນຈະຫຼວດສົ່ງຍານ “ສາງເຈີ່ງ” ປະຕິບັດພາລະກິດເປັນຄັ້ງທີ 564.
ທີ່ມາ: CMG