Home ຂ່າວໜ້າໜຶ່ງ “ລາວ-ໄທ ປຶກສາຫາລືກ່ຽວກັບ ການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4”

“ລາວ-ໄທ ປຶກສາຫາລືກ່ຽວກັບ ການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4”

0

ໃນລະຫວ່າງວັນທີ 11-12 ມີນາ 2025 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ. ຝ່າຍລາວນໍາໂດຍ ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຝ່າຍໄທ ນໍາໂດຍ ທ່ານ ນາງ ຈະຕຸພອນ ໂຣດຈະນະພານິດ ຮອງປະຫຼັດ ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ວຽກງານຕ້ານການຄ້າມະນຸດ ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການຮັບ-ສົ່ງ, ການຕິດຕາມຫຼັງການສົ່ງຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວ ແລະ ສັງຄົມ ລວມທັງການຕິດຕາມການດຳເນີນຄະດີຄ້າມະນຸດ ຂອງທັງສອງປະເທດ, ທັງເປັນການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍໃຫ້ສອດຄ່ອງກັບນະໂຍບາຍແຫ່ງຊາດຂອງຕົນ ໃນການຮ່ວມມືກັນພາຍໃຕ້ກົດໝາຍ ແລະ ຂະບວນການຍຸຕິທໍາໃຫ້ແກ່ຜູ້ຖືກເຄາະຮ້າຍ ພ້ອມຮັບປະກັນການຮ່ວມມືກັນລະຫວ່າງສອງປະເທດ, ການນໍາໃຊ້ມາດຕະການຊ່ວຍເຫຼືອດ້ານກົດໝາຍຢ່າງກວ້າງຂວາງ ເພື່ອສະກັດກັ້ນ, ປາບປາມການຄ້າມະນຸດ, ການສົ່ງຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດກັບຄືນປະເທດ ແລະ ພູມລໍາເນົາ ໃຫ້ທັນເວລາ ແລະ ຕ້ອງຄໍານຶງເຖິງຄວາມປອດໄພ ແລະ ກຽດສັກສີຂອງຜູ້ຖືກເຄາະຮ້າຍ.

ພ້ອມດຽວກັນນັ້ນ ກອງປະຊຸມຄັ້ງນີ້ຍັງໄດ້ລາຍງານຜົນການຈັດຕັ້ງປະຕິບັດຕໍ່ບົດບັນທຶກກອງປະຊຸມ ຄັ້ງທີ່ຜ່ານມາ ໃນການຮ່ວມມືກັນປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຜູ້ຖືກເຄາະຮ້າຍກັບຄືນປະເທດ, ໄດ້ລາຍງານຜົນການຕິດຕາມ ແລະ ການສົ່ງມອບເງິນຄ່າຕອບແທນໃນການດໍາເນີນຄະດີອາຍາຂອງກົມຄຸ້ມຄອງສິດ ແລະ ເສລີພາບຂອງຜູ້ຖືກເຄາະຮ້າຍ. ນອກນັ້ນ, ຍັງໄດ້ທົບທວນແຜນປະຕິບັດງານ ອີງຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ວ່າດ້ວຍການຮ່ວມມືຕ້ານການຄ້າມະນຸດ ໄລຍະປີ 2023-2025 (POA) ແລະ ປຶກສາຫາລືການພັດທະນາແຜນປະຕິບັດງານ POA ໄລຍະ 2026-2028.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version