ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ຖ້າມີຄວາມດຸໝັ່ນຂະຫຍັນພຽນ ບວກກັບມີຄວາມມັກຮັກໃນອາຊີບປູກຝັງ-ລ້ຽງສັດ ກໍສາມາດສ້າງລາຍຮັບໃຫ້ຄອບຄົວ ໂດຍໃນແຕ່ລະຄັ້ງຂາຍອອກ ໄດ້ 300 ລ້ານກວ່າກີບຕໍ່ປີ ໃນນີ້, ຂາຍເຂົ້ານາປີ-ນາແຊງສະເລ່ຍ 205 ລ້ານກີບ, ຂາຍງົວ ສະເລ່ຍ 60 ກີບ ແລະ ຂາຍໝູໄດ້ 35 ກີບ.

ທ່ານ ໂພໄຊ ສີພອນແກ້ວປະເສີດ ຮອງເລຂາໜ່ວຍພັກ ບ້ານໂພນທັນ ເມືອງໂພນໂຮງ ແຂວງວຽງ ເຊິ່ງເປັນຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ ທີ່ໄດ້ຂຶ້ນປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງໂພນໂຮງ ຄັ້ງທີ VIII ໃນວັນທີ 10 ມີນາ 2025 ນີ້ວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 7 ຄົນ, ມີແຮງງານຕົ້ນຕໍ 4 ຄົນ ແລະ ແຮງງານສໍາຮອງ 3 ຄົນ ໄດ້ຢຶດຖືອາຊີບເຮັດນາປູກເຂົ້າ, ປູກຫຍ້າ, ລ້ຽງງົວ ແລະ ລ້ຽງໝູ ເປັນຕົ້ນຕໍ, ປູກມັນຕົ້ນ ເປັນສໍາຮອງ. ສຳລັບການປູກເຂົ້າມີເນື້ອທີ່ນາ 9 ເຮັກຕາ, ນາແຊງ 4 ເຮັກຕາ ໄດ້ນຳໃຊ້ແນວພັນເຂົ້າເຊ 4 ໃນການປູກ ໄດ້ຮັບຜົນຜະລິດ 5 ໂຕນຕໍ່ເຮັກຕາ, ສາມາດສ້າງລາຍຮັບຈາກການຂາຍເຂົ້ານາປີ ແລະ ນາແຊງສະເລ່ຍ 205 ລ້ານກີບຕໍ່ປີ.
ນອກຈາກການປູກເຂົ້າແລ້ວ ຕົນເອງຍັງໄດ້ລ້ຽງງົວ ໂດຍແມ່ນແນວພັນງົວປະສົມ (ລາດຢວກ), ປັດຈຸບັນມີງົວທັງໝົດ 39 ໂຕ, ງົວຂຸນ 9 ໂຕ. ສ່ວນອາຫານງົວແມ່ນໃຊ້ຫຍ້າເນເປຍ, ເຟືອງແຫ້ງ, ມັນຕົ້ນແຫ້ງ, ຫົວອາຫານ ແລະ ກາກນ້ຳຕານ, ເຊິ່ງລາຍຮັບຈາກການຂາຍງົວ ສະເລ່ຍ 60 ກີບຕໍ່ປີ. ການລ້ຽງໝູ ປະກອບມີ ໝູຂຸນ ແລະ ໝູແມ່ພັນ ໃນນີ້, ໝູແມ່ພັນມີ 6 ໂຕ, ໝູຂຸນ 4 ຄອກ, ມີທັງໝົດ 44 ໂຕ ສຳລັບອາຫານໝູແມ່ພັນນຳໃຊ້ຮຳ, ຫົວອາຫານ ແລະ ຂີ້ເບຍ, ສ່ວນໝູຂຸນແມ່ນນຳໃຊ້ຫົວອາຫານສົດ, ເຊິ່ງໃນແຕ່ລະຄັ້ງສາມາດຂາຍອອກ ແລະ ສ້າງລາຍຮັບໄດ້ປະມານ 35 ກີບຕໍ່ປີ. ຈາກການປູກ-ການລ້ຽງ ແມ່ນສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຂອງຕົນ, ເຊິ່ງສາມາດ ຊື້ລົດກ່ຽວເຂົ້າໄດ້ 2 ຄັນ, ສ້າງເຮືອນໄດ້ອີກ 1 ຫລັງ, ລົດໃຫຍ່ 2 ຄັນ, ລົດຈັກ 4 ຄັນ ແລະ ໄດ້ມີທຶນໝູນວຽນ ໃນການປູກ-ການລ້ຽງເປັນສິນຄ້າ ແລະ ມີເງິນແຮ່ໄວ້ເປັນທຶນການສຶກສາໃຫ້ລູກໃນຕໍ່ໜ້າ.
ທ່ານ ໂພໄຊ ສີພອນແກ້ວປະເສີດ ກ່າວຕື່ມວ່າ: ກ່ອນທີ່ຈະມີໂອກາດ ແລະ ເວລາສ້າງເສດຖະກິດຄອບຄົວ ໃຫ້ເຂັ້ມແຂງແບບນີ້ ກໍຍ້ອນການນຳພາ-ຊີ້ນຳອັນສະຫລາດສ່ອງໃສຂອງພັກ ກໍຄືອົງການຈັດຕັ້ງຕ່າງໆ ໄດ້ມີແຜນການພັດທະນາເສດຖະກິດ-ສັງຄົມ ເຫັນໄດ້ວຽກງານພັດທະນາ ແກ້ໄຂ້ຄວາມທຸກຍາກຂອງປະຊາຊົນ ເປັນວຽກງານສຳຄັນອີກວຽກໜຶ່ງ. ພ້ອມນີ້, ການນຳພັກ-ລັດທຸກຂັ້ນໃນທົ່ວເມືອງ, ທົ່ວແຂວງ ທີ່ໄດ້ຊຸກຍູ້ວຽກງານດັ່ງກ່າວໃຫ້ພໍ່ແມ່ປະຊາຊົນ, ກະສິກອນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ.