ອາຊຽນ ຈະຈັດການແຂ່ງຂັນຊີງລາງວັນອາຊຽນ ປະຈໍາປີ 2025 (ASEAN Prize 2025) ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫຼື ອົງການຈັດຕັ້ງ ທີ່ມີຜົນງານໂດດເດັ່ນ ໃນການປະກອບສ່ວນສ້າງປະຊາຄົມອາຊຽນ ພ້ອມທັງສົ່ງເສີມ ແລະ ຍົກສູງເອກະລັກຂອງອາຊຽນ (ASEAN Identity) ຜູ້ຊະນະເລີດ ລາງວັນອາຊຽນປະຈໍາປີ 2025 ຈະໄດ້ຮັບ ໂລ້ລາງວັນອາຊຽນ ແລະ ເງິນສົດ ຈຳນວນ 20.000 ໂດລາສະຫະລັດ ໂດຍການສະຫນັບສະຫນູນຈາກອົງການ Temasek ຂອງ ສິງກະໂປ ແລະ Yayasan Hasa nah ຂອງ ມາເລເຊຍ.
ເງື່ອນໄຂໃນການຄັດເລືອກ:
1. ຕ້ອງເປັນພົນລະເມືອງລາວ ຫຼື ອົງການຈັດຕັ້ງ ກໍຄື ຫົວໜ່ວຍຕ່າງໆຂອງພາກລັດ ພາກເອກະຊົນ ອົງການຈັດຕັ້ງມະຫາຊົນ ອົງການຈັດຕັ້ງສັງຄົມ ສະຫະກອນ ກຸ່ມການຜະລິດ-ບໍລິການ ແລະ ຄອບຄົວຕົວແບບ.
2. ຕ້ອງມີຜົນງານໂດດເດັ່ນ ແລະ ເປັນທີ່ຍອມຮັບຈາກສັງຄົມຢ່າງກວ້າງຂວາງ ນັບຕັ້ງແຕ່ການສ້າງຕັ້ງປະຊາຄົມອາຊຽນ ວັນທີ 31 ທັນວາ 2015 ເປັນຕົ້ນມາ ໂດຍສະເພາະໃນດ້ານການປະສານງານຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ສາກົນ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ປະຊາຊົນ ໃນອາຊຽນ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ໃນການປະກອບສ່ວນສ້າງປະຊາຄົມອາຊຽນ.
3. ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ລະບຽບກົດໝາຍຂອງປະເທດຊາດ ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ.
ຂັ້ນຕອນການສະໝັກ:
1. ບຸກຄົນ ຫຼື ອົງການຈັດຕັ້ງ ທີ່ສົນໃຈສະໝັກ ແມ່ນຕ້ອງຂຽນບົດປະເມີນຜົນງານຂອງຕົນ ລະຫວ່າງ 3-5 ໜ້າ ເປັນພາສາອັງກິດ ໂດຍອີງໃສ່ເງື່ອນໄຂໃນການຄັດເລືອກທີ່ລະບຸໄວ້ໃນ ຂໍ້ 2.
2. ກະລຸນາສົ່ງຟອມສະໝັກ ແລະ ບົດປະເມີນຂອງທ່ານ ມາຍັງຈຸດປະສານງານລາງວັນອາຊຽນແຫ່ງຊາດລາວ (ກົມອາຊຽນ ກະຊວງການຕ່າງປະເທດ) ໂດຍກົງ ຫຼື ອີເມວ aseanlaos@gmail.com ພາຍໃນວັນທີ 9 ພຶດສະພາ 2025.
ລາຍລະອຽດເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່: https://asean.org/asean-prize ຫຼື ຕິດຕໍ່ ເບີໂທລະສັບຕັ້ງໂຕ: 021-415-109 ມືຖື: 020 5951 9655.