ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ກຽມຈັດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຫົວຂໍ້ “ສີມືລາວກ້າວສູພາກພື້ນ ແລະ ສາກົນ” ໃນທ້າຍເດືອນເມສາ 2025 ເພື່ອຄັດເລືອກເອົາຜູ້ທີ່ມີສີມືແຮງງານດີເລີດ ຕາງໜ້າທີມຊາດລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 14 ທີ່ປະເທດ ຟິລິບປິນ ໃນທ້າຍເດືອນສິງຫາ 2025 ນີ້.
ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະທານຄະນະກຳມະການ ຈັດການແຂ່ງຂັນສີມືແຮງງານ ແຫ່ງຊາດຄັ້ງ IV ແລະ ການກະກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 11 ມີນາ 2025 ນີ້ວ່າ: ການແຂ່ງຂັນດັ່ງກ່າວ ຈະຈັດຂຶ້ນໃນວັນທີ 28-30 ເມສາ 2025 ປະກອບມີ 5 ສາຂາຊ່າງ ຄື: ຕິດຕັ້ງໄຟຟ້າໃນອາຄານ ຈັດຢູ່ສະຖາບັນພັດທະນາສີມືແຮງງານ, ສາຂາຊ່າງ ເຕັກໂນໂລຊີອອກແບບກຣາບຟິກ ຈະຈັດຂຶ້ນຢູ່ວິທະຍາໄລເຕັກນິກ ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ, ສາຂາຊ່າງ ປຸງແຕ່ງອາຫານ ຈະຈັດຂຶ້ນຢູ່ວິທະຍາໄລເຕັກນິກປາກປ່າສັກ. ສ່ວນສາຂາຊ່າງ ເຮັດຕູ້ໄມ້ ຈະຈັດຂຶ້ນໃນວັນທີ 27-30 ເມສາ 2025 ທີ່ສະຖາບັນພັດທະນາສີມືແຮງງານ ແລະ ສາຂາຊ່າງ ເຕັກໂນໂລຊີເວັບໄຊ ຈະຈັດຂຶ້ນໃນວັນທີ 4 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ.
ການແຂ່ງຂັນສີມືແຮງງານແຫ່ງຊາດ ມີຄວາມໝາຍສໍາຄັນ ແລະ ມີຄວາມຈໍາເປັນຕໍ່ການພັດທະນາສີມືແຮງງານ ເພື່ອສ້າງແຮງງານລາວ ໃຫ້ມີສີມືທີ່ໄດ້ມາດຕະຖານ, ຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ. ນອກນີ້, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ໄດ້ປະກອບສ່ວນໃນການພັດທະນາສີມືແຮງງານ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຂະບວນການທີ່ກວ້າງຂວາງ; ສົ່ງເສີມ ແລະ ຍົກລະດັບມາດຕະຖານສີມືແຮງງານ, ພ້ອມທັງເປີດໂອກາດໃຫ້ ຊາວໜຸ່ມ-ໄວໜຸ່ມ, ຜູ້ເຂົ້າຝຶກ, ນັກຮຽນວິຊາຊີບ, ກຳມະກອນລາວບັນດາເຜົ່າ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ສີມື. ພ້ອມນີ້, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມ ເຫັນໄດ້ຄວາມໝາຍ, ຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານຫລາຍຂຶ້ນ, ເປັນການຊຸກຍູ້ສົ່ງເສີມຄວາມເປັນເລີດຂອງວຽກງານພັດທະນາຄົນຮຸ່ນໃໝ່, ນາຍຊ່າງສີມືແຮງງານທີ່ມີຄວາມຊໍານິຊໍານານສູງ.
ພ້ອມກັນນີ້, ທ່ານ ພົງໄຊສັກ ອິນຖາລາດ ຍັງຍົກໃຫ້ເຫັນຜົນປະໂຫຍດການແຂ່ງຂັນສີມືແຮງງານແຫ່ງຊາດ ແນໃສ່ສ້າງຈິດສຳນຶກໃຫ້ຊາວໜຸ່ມ ແລະ ສັງຄົມ ໄດ້ເຫັນຄວາມສຳຄັນ ແລະ ຄຸນຄ່າຂອງສີມືແຮງງານລາວ ດ້ວຍການເຂົ້າຝຶກວິຊາຊີບ ແລະ ພັດທະນາສີມືແຮງງານ ຫລາຍຂຶ້ນ; ພັດທະນາສີມືຂອງກຳລັງແຮງງານລາວ ປັບໂຕເຂົ້າສູ່ລະບົບມາດຕະຖານສີມືແຮງງານຂອງຊາດ, ອາຊຽນ ແລະ ສາກົນເທື່ອລະກ້າວ; ສ້າງຄວາມເຊື່ອໝັ້ນຂອງຜູ້ນຳໃຊ້ແຮງງານ ໄດ້ນຳໃຊ້ແຮງງານທີ່ມີຄຸນນະພາບ, ຊ່ວຍໃຫ້ການຜະລິດສິນຄ້າມີຄຸນນະພາບດີຂຶ້ນ; ມີການຮ່ວມມືກັນລະຫວ່າງຜູ້ນຳໃຊ້ແຮງງານ ແລະ ສະຖານການຝຶກວິຊາຊີບຫລາຍຂຶ້ນ